ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ Clinton ແລະທ່ານ Trump ຮ້ອງຂໍສຽງ ໃນນາທີສຸດທ້າຍ ກ່ອນການປ່ອນບັດ


US Campaign
please wait
Embed

No media source currently available

0:00 0:01:32 0:00

ທ່ານນາງ Hillary Clinton ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດ​ພັກ De- mocrat ໄດ້ເອີ້ນການ​ລົງ​ຄະ​ແນນ​ສຽງ ໃນ​ວັນ​ອັງຄານມື້​ນີ້​ວ່າ ​“ແມ່ນການພິສູດໃນ​ຍຸກ​ ສ​ະໄໝ​ຂອງ​ພວກ​ເຮົາ” ​ໃນ​ຂະນະ​ທີ່​ຄູ່​ແຂ່ງ​ຂອງທ່ານ​ນາງ ທ່ານ Donald Trump ທີ່ ສັງກັດ​ພັກ Republican ​ໄດ້​ປະກາດ​ໄປ​ວ່າ “ມື້​ນີ້​ເປັນ​ວັນ​ເອກ​ກະລາດ​ຂອງ​ພວກ​ເຮົາ.”

ນັກຮ້ອງ Jon Bon Jovi ຍິນດີຕ້ອນຮັບສຽງຕົບມື ໃນການໂຄສະນາຫາສຽງໃຫ້ທ່ານນາງ Hillary Clinton ໃນນະຄອນ Philadelphia, 7 ພະຈິກ, 2016.
ນັກຮ້ອງ Jon Bon Jovi ຍິນດີຕ້ອນຮັບສຽງຕົບມື ໃນການໂຄສະນາຫາສຽງໃຫ້ທ່ານນາງ Hillary Clinton ໃນນະຄອນ Philadelphia, 7 ພະຈິກ, 2016.

ຜູ້​ສະໝັກທັງ​ສອງ​ ຕ່າງ​ກໍ​ໄດ້​ຖະ​ແຫຼ​ງຄວາມ​ຄິດ​ເຫັນ​ຂອງ​ພວກ​ທ່ານ ​ໃນ​ເຊົ້າ​ວັນ​ອັງຄານ​ມື້​ນີ້ ​ໃນ​ມື້​ສຸດ​ທ້າຍ ຂອງ​ການ​ໂຄສະນາ​ຫາສຽງ ທີ່​ຍືດ​ເຍື້ອ​ເລີຍ​ຜ່ານທ່ຽງ​ຄືນໄປ.

ການໂຄສະນາ​ຫາ​ສຽງ ຊຶ່ງ​ທ່ານນາງ Clinton ມີ​ຂຶ້ນ​ໃນລັດ Carolina ​ເໜືອ ​ແລະທ່ານ Trump ທີ່ນ​ລັດ Michigan ນັ້ນ​ ຍັງ​ດຳ​ເນີນ​ສື​ບຕໍ່​ໄປ ​ໃນ​ຂະນະທີ່ຜົນ​ການ​ປ່ອນ​ບັດ​
ຢູ່​ບ່ອນ​ປ່ອນ​ບັດ​ແຫ່ງ​ທຳ​ອິດ ​ໃນ​ມື້​ເລືອກ​ຕັ້ງ ​ໄດ້ເປັນ​ທີ່​ຮູ້ຈັກ ກັນ. ທ່ານ​ນາງ Clinton ​
ໄດ້ຮັບ​ຄະ​ແນນ​ສຽງ​ຫຼາຍ​ທີ່​ສຸດ​ ໃນ​ເມືອງ Dixville Notch ​ຊຶ່ງ​ເປັນເມືອງ​ນ້ອຍໆ ​ໃນ​ລັດ New Hampshire ​ໂດຍຊະນະ​ທ່ານ Trump ດ້ວຍ​ຄະ​ແນນ​ສຽງ 4 ຕໍ່ 2.


ຊົມວີດີໂອ: ທ່ານໂອບາມາ ກ່າວວ່າ 'ມັນມີຫຼາຍຢ່າງເປັນບ້າປ່ວງ' ໃນການເລືອກຕັ້ງ

Obama: Election Filled with 'Crazy Stuff'
please wait

No media source currently available

0:00 0:01:07 0:00

ຜົນ​ການ​ນັບ​ຄະ​ແນນ​ສຽງ​ຢູ່ລັດ New Hampshire ​ແລະອີກ 49 ລັດ​ ຂອງ​ສະຫະລັດ ​ແລະ ນະ​ຄອນຫຼວງ​ວໍ​ຊີງ​ຕັນ ຈະ​ບໍ່​ປະກາດໃຫ້​ຊາບ ​ຈົນ​ກວ່າ​ວ່າ​ການ​ປ່ອນ​ບັດ​ຢູ່​ໃນ​ແຕ່​ລະ​ລັດ ​ໄດ້​ປິດ​ລົງ. ພາຍ​ໃນ​ເວລາ 8 ​ໂມງ​ແລງ ຕາມ​ເວລາ​ທ້ອງ​ຖິ່ນ​ຂອງ​ເຂດ​ນະຄອນຫຼວງ​ວໍ​ຊີງ​ຕັນ ໜ່ວຍ​ປ່ອນ​ບັດ​ຕ່າງໆຈະ​ໄ​ດ້ປິດ​ລົງ ຊຶ່ງ​ຮວມມີ​ເຂດ​ພາກ​ຕາ​ເວັນ​ອອກ​ແລະ​ພາກ​ກາງຂອງ​ປະ​ເທດ ຊຶ່ງ​ເປັນ​ກຸ່ມ​ຂອງ​ຫຼາຍໆ​ລັດ ຊຶ່ງ​ປະກອບ​ເປັນຫຼາຍກວ່າ​ເຄິ່ງຄະ​ແນນ​ສຽງ​ຜູ້​ແທນ​ລັດ​ຫຼື electoral vote ຈຳນວນ​ທັງ​ໝົດ 538 ຄະ​ແນນ.

ທ່ານນາງ Clinton ​ໄດ້ຖະ​ແຫຼ​ງ​ດ້ວຍ​ນ້ຳ​ສຽງ ເພື່ອ​ຄວາມ​ປຸ້ມ​ລຸ​ມສາມັກຄີກັນ ​ໃນ​ການ​ກ່າວ​ຄຳ​ປາ​ໄສ​ສຸດ​ທ້າຍ ​ທີ່​ລັດ Carolina ​ເໜືອ ​ໂດຍ​ກ່າວ​ຕໍ່ພວກ​ທີ່​ສະໜັບສະ​ໜຸນວ່າ ທ່ານນາງ​ຢາກ​ເປັນ​ປະທານາທິບໍດີ ​ຂອງທັງພວກ​ທີ່​ປ່ອນ​ບັດ​ເລືອກ​ເອົາ​ທ່ານ​ນາງ ​ແລະ​ພວກ​ທີ່​ບໍ່​ໄດ້​ປ່ອນ​ບັດ​ເອົາ​ທ່ານ​ນາງກໍ​ຕາມ.

ຊົມວີດີໂອຈາກນັກຂ່າວຂອງ VOA - Jim Malone:

Clinton and Trump Make Final Whirlwind Appeals for Votes
please wait

No media source currently available

0:00 0:02:49 0:00

“ຫຼາຍ​ປີຕໍ່ໜ້າຈາກ​ມື້​ນີ້, ​ເມື່ອ​ພວກ​ລູກໆ ​ແລະ​ຫຼານຂອງພວກ​ທ່ານຖາມ​ວ່າ ພວກ​ທ່ານ​
ໄດ້​ເຮັດ​ຫຍັງ​ລົງ​ໄປ​ໃນ​ປີ 2016 ​ເວລາ​ທີ່​ທຸກ​ສິ່ງ​ຢ່າງ ​ແມ່ນຢູ່​ໃນ​ຄວາມ​ສ່ຽງ​ທີ່ ຈະ​ເປັນ​ອັນຕະລາຍ ພວກ​ທ່ານ​ຈະ​ສາມາດ​ບອກ​ກັບ​ພວກ​ລູກ​ຫຼານ​ຂອງ​ທ່ານວ່າ ທ່ານ​ໄດ້​ລົງ​
ຄະ​ແນນ​ສຽງ​ເອົາ​ຜູ້​ທີ່​ແຂງ​ແຮງ​ກວ່າ ຜູ້​ທີ່​ມີ​ຄວາມທ່ຽງ​ທຳ​ກວ່າ ​ເຮັດ​ໃຫ້ອາ​ເມຣິກາດີ
ກ​ວ່າ”
ຊຶ່ງ​ນັ້ນ​ແມ່ນ​ຄຳ​ກ່າວ​ຂອງ​ທ່ານ​ນາງ ​ແລະ​ທ່ານ​ນາງ​ຍັງໄດ້ກ່າວ ​ຕື່ມ​ອີກວ່າ
“ອາ​ເມຣິກາ ບ່ອນ​ທີ່​ພວກ​ເຮົາກຳລັງ​ສ້າງ​ຂົວ​ ບໍ່​ແມ່ນ​ສ້າງ​ກຳ​ແພງ ແລະເປັນບ່ອນ
ທີ່ພວກເຮົາພິສູດໃຫ້ເຫັນວ່າ ແມ່ນຮວມກັນເຂົ້າທັງໝົດໃນອັນທີ່ ຮັກ​ໃນສິ່ງທີ່ທ່ານ Trump ກຽດ​ຊັງ.”

ພວກທີ່ສະໜັບສະໜຸນພັກ Republican ຮັບຟັງຄຳປາໄສຂອງທ່ານ Donald Trump ໃນ ວິທະຍາໄລ Lackawanna ທີ່ນະຄອນຫຼວງ Scranton, ລັດ Pennsylvania, 7 ພະຈິກ, 2016.
ພວກທີ່ສະໜັບສະໜຸນພັກ Republican ຮັບຟັງຄຳປາໄສຂອງທ່ານ Donald Trump ໃນ ວິທະຍາໄລ Lackawanna ທີ່ນະຄອນຫຼວງ Scranton, ລັດ Pennsylvania, 7 ພະຈິກ, 2016.

ທ່ານ Trump ​ກ່າວ​ຕໍ່​ພວກ​ທີ່​ສະໜັບສະໜຸນ​ທ່ານ ​ໃນ​ລັດ Michigan ວ່າ ​ໄຊຊະນະ​ຂອງ​ທ່ານຈະ​ສາມາດນຳ​ມາ ຊຶ່ງ “ການ​ປ່ຽນ​ແປງ​ທີ່​ແທ້​ຈິງ” ​ໃນ​ປະ​ເທດ ​ແລະ​ອະນຸຍາດ​ໃຫ້​ພວກ
ຊົນ​ຊັ້ນ​ແຮງ​ງານ “ຕ້ານຄືນ” ​ໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ ການ​ສໍ້​ລາດ​ບັງ​ຫຼວງ​ຂອງ​ພວກ​ນັກ​ການ​ເມືອງ ​ແລະ​ເຫັນ​ຜົນ​ປະ​ໂຫຍ​ດພິ​ເສດ ທີ່​ໄດ້​ປົກຄອງ​ປະ​ເທດນັ້ນ.

ທ່ານ Trump ໄດ້ກ່າວວ່າ “​ເພາ​ສະ​ນັ້ນ ສິ່ງ​ທຳ​ອິດ ທີ່​ພວກ​ເຮົາຄວນ​ຈະ​ເຮັດ​ນັ້ນ​ແມ່ນ ກຳຈັດ​ທ່ານ​ນາງ Hillary okay ບໍ?” ຊຶ່ງທ່ານ​ກ່າວ​ວ່າ “​ນັ້ນ​ຈະ​ເປັນ​ບາດກ້າວ​ທຳ​ອິດ.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນຊົມສີດີໂອ: ທ່ານ Trump ກ່າວຕໍ່ພວກທີ່ລົງຄະແນນສຽງວ່າ 'ຄວາມທ່ຽງທຳນັ້ນ ແມ່ນມາຮອດມາເຖິງແລ້ວ'

Trump: Voters Must Deliver Justice
please wait

No media source currently available

0:00 0:00:34 0:00
XS
SM
MD
LG