ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ທ່ານນາງ ຄລິນຕັນ ເອີ້ນ ”ຂ່າວເທັດ” ວ່າ ເປັນໄພຂົ່ມຂູ່ ຕໍ່ປະຊາທິປະໄຕ


ອະດີດລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton.
ອະດີດລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton.

ອະດີດ​ຜູ້​ສະໝັກ ປະທານາທິບໍດີ​ສະຫະລັດ ທ່ານ​ນາງ Hillary Clinton ​ໄດ້​ເຕືອນ​ໃນ​ວັນ​ພະຫັດ​ວານ​ນີ້ກ່ຽວ​ກັບ​ອັນຕະລາຍ​ໃນ​ການ​ເຜີຍ​ແຜ່​ຂ່າວ​ທີ່​ບໍ່​ມີ​ຄວາມ​ຈິງ​ຫຼືຂ່າວເທັດ ຫລັງ​ຈາກໄດ້​ມີຂ່າວ​ທີ່​ມີ​ການ​ສົມຮູ້​ຮ່ວມ​ຄິດ​ທີ່ບໍ່​ຖືກຕ້ອງພົວພັນກັບ​ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ນາງ ກໍ່​ໃຫ້​ເກີດ​ຄວາມ​ຮຸນ​ແຮງ​ເມື່ອ​ໄວໆ​ມານີ້.

ທ່ານ​ນາງ Clinton ກ່າວ​ຕໍ່​ພວກ​ສະມາຊິກໃນ​ປັດຈຸບັນ ​ແລະ​ອະດີດ​ ຂອງ​ລັດຖະສະພາ​ສະຫະລັດ ທີ່​ຕຶກ​ສະພາ​ ບ່ອນ​ທີ່​ທ່ານ​ນາງ​ໄປ​ຮ່ວມ ​ພິທີອຳ​ລາ ​ຜູ້ນຳ​ສຽງ​ສ່ວນນ້ອຍ​ ຂອງ ພັກເດໂມແຄຣັດ ໃນ​ສະພາ​ສູງ​ສະຫະລັດ ທ່ານ Harry Reid ທີ່​ກຳລັງ​ຈະ​ອອກ​ບຳນານ ວ່າ “​ເວລາ​ນີ້​ແມ່ນ​ເປັນ​ທີ່​ຈະ​ແຈ້ງວ່າ ອັນ​ທີ່​ເອີ້ນວ່າ​ຂ່າວ​ເທັດ​ນັ້ນສາມາດ​ສ້າງຄວາມ​ເສຍ​ຫາຍ​ທີ່​ຕິດຕາມ​ມາ​ຢ່າງ​ແທ້​ຈິງ​ໄດ້.

ທ່ານ​ນາງ​ກ່າວ​ຕື່ມ​ວ່າ “ນີ້​ມັນ​ບໍ່​ແມ່ນການ​ເມືອງຫຼືພັກ​ໃດ​ພັກ​ນຶ່ງ ຊີວິດ​ແມ່ນ​ຕົກຢູ່​ໃນຄວາມ​ສ່ຽງ.”

ທ່ານ​ນາງ​ໄດ້​ໝາຍ​ເຖິງ​ອັນ​ທີ່​ເອີ້ນວ່າ ​ເຫດ​ຮ້າຍ “Pizzagate” ທີ່​ນະຄອນ​ຫຼວງວໍ​ຊິງຕັນ​ໃນ​ທ້າຍ​ສັບປະດາ​ຜ່ານ​ມາ ຊຶ່ງ​ໄດ້​ສິ້ນສຸດ​ລົງ ແບບ​ໜ້າ​ຕື່ນ​ຕົກ​ໃຈ. ຜູ້​ຊາຍ​ຄົນນຶ່ງ​ ທີ່​ເຊື່ອ​ຂ່າວ​ເທັດ ທີ່ວ່າທ່ານ​ນາງ Clinton ​ແລະ​ຜູ້​ຊ່ອຍ​ຂອງ​ທ່ານ​ນາງ ​ແມ່ນ​ພາກັນ​ເປີດບໍລິການການ​ຄ້າ​ໂສ​ເພນີ​ເດັກ ທີ່​ຮ້ານຂາຍ​ພີຊຊາ​ທ້ອງ​ຖິ່ນ​ແຫ່ງ​ນຶ່ງ ໄດ້​ເຂົ້າ​ໄປ​ໃນຮ້ານ​ອາຫານ​ດັ່ງກ່າວ​ໃນ​ວັນ​ອາທິດ​ແລ້ວ ​ແລ້ວ​ກໍ​ຍິງ​ປຶຶ​ນຂຶ້ນຟ້າ. ແຕ່ບໍ່​ມີ​ຜູ້ໃດ​ໄດ້​ຮັບ​ບາດ​ເຈັບ.

ຕຳຫຼວດ​ໄດ້​ຈັບ​ທ້າວ Edgar Maddison Welch ອາຍຸ 28 ປີ​ໃນ​ທັນທີ. ​ເຂົາ​ເຈົ້າກ່າວ​ວ່າ ລາວ​ໄດ້​ບອກ​ຕຳຫຼວດວ່າລາວ​ຂັບ​ລົດ​ມາ​ແຕ່​ລັດ North Carolina ​ເພື່ອ​ສືບສວນ​ດ້ວຍ​ຕົວ​ເອງ​ ກ່ຽວ​ກັບ​ຂ່າວ​ທີ່​ບໍ່​ມີ​ມູນ​ຄວາມ​ຈິງ​ນີ້ ​ແລະ​ຊ່ອຍເຫລືອພວກ​ເດັກນ້ອຍ.

ນອກນັ້ນແລ້ວ ທຸລະກິດອື່ນໆຍັງໄດ້ຮັບການຂົ່ມຂູ່ ຫລັງຈາກທິດສະດີສົມຮູ້ຮ່ວມຄິດ ຖືກ ແພ່ສະພັດໄປທາງອິນເຕີແນັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG