ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານນາງ Clinton ກ່າວຫາຫົວໜ້າ FBI ທ່ານ Comey ສຳລັບຄວາມຜ່າຍແພ້ ໃນການເລືອກ ຕັ້ງ


ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກເດໂມ
ແຄຣັດ ທ່ານນາງ Hillary Clinton ຢຸດເວົ້າ ໃນລະຫວ່າງ
ການໃຫ້ຄຳປາໄສໃນນະຄອນ Raleigh, ລັດ North Carolina. 8 ພະຈິກ, 2016.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກເດໂມ ແຄຣັດ ທ່ານນາງ Hillary Clinton ຢຸດເວົ້າ ໃນລະຫວ່າງ ການໃຫ້ຄຳປາໄສໃນນະຄອນ Raleigh, ລັດ North Carolina. 8 ພະຈິກ, 2016.

ໃນການໂທລະສັບຫາຜູ້ບໍລິຈາກເງິນສຳລັບການໂຄສະນາຫາສຽງຂອງທ່ານນາງ, ທ່ານ ນາງ Hillary Clinton ໄດ້ກ່າວຫາຜູ້ອຳນວຍການອົງການ FBI ທ່ານ James Comey ສຳລັບຄວາມຜ່າຍແພ້ຂອງທ່ານນາງ ໃນການເລືອກຕັ້ງປະທານທິບໍດີ ສະຫະລັດ, ໂດຍ ກ່າວວ່າ ການເປີດຄືນການກວດສອບຂອງທ່ານນາງ ກ່ຽວກັບ ການນຳໃຊ້ອີເມລສ່ວນຕົວ ໄດ້ທຳລາຍແຮງຜັກດັນຂອງການໂຄສະນາຫາສຽງຂອງທ່ານນາງ.

ການຢັ່ງຫາງສຽງແຫ່ງຊາດເກືອບທຸກບ່ອນໄດ້ສະແດງໃຫ້ເຫັນວ່າ ທ່ານນາງ Clinton ຈາກພັກເດໂມແຄຣັດ ໄດ້ມີຄະແນນນຳໜ້າຄູ່ແຂ່ງຂັນຈາກພັກຣີພັບບລີກັນ ທ່ານ Donald Trump ໃນຫຼາຍສັບປະດາໃນຫາການເລືອກຕັ້ງຂອງວັນອັງຄານທີ່ຜ່ານມາ, ແຕ່ທ່ານ Trump ໄດ້ຄະແນນຊະນະເລີດທີ່ໜ້າຕົກໃຈໃນທົ່ວປະເທດ ເມື່ອການນັບຄະ ແນນສຽງ ໄດ້ເລີ່ມຂຶ້ນ, ແລະ ໄດ້ຮັບໄຊຊະນະໃນເວລາບໍ່ເຖິງ 12 ຊົ່ວໂມງ ຫລັງຈາກສະ ຖານທີ່ປ່ອນ ບັດສ່ວນຫຼາຍໄດ້ປິດລົງ.

ຜູ້ອຳນວຍການອົງການ FBI ທ່ານ James Comey ໃຫ້ປາກຄຳກ່ອນການພິຈາລະນາຄະດີ ໂດຍຄະນະກຳມະການສະພາຕ່ຳປ້ອງກັນຄວາມສະຫງົບ ທີ່ລັດຖະສະພາ Capitol Hill ໃນນະຄອນຫຼວງ ວໍຊິຕັນ. 14 ກໍລະກົດ, 2016.
ຜູ້ອຳນວຍການອົງການ FBI ທ່ານ James Comey ໃຫ້ປາກຄຳກ່ອນການພິຈາລະນາຄະດີ ໂດຍຄະນະກຳມະການສະພາຕ່ຳປ້ອງກັນຄວາມສະຫງົບ ທີ່ລັດຖະສະພາ Capitol Hill ໃນນະຄອນຫຼວງ ວໍຊິຕັນ. 14 ກໍລະກົດ, 2016.

ອົງການຂ່າວ Reuters ໄດ້ລາຍງານວ່າ ທ່ານນາງ Clinton ໄດ້ກ່າວຕໍ່ບັນດາຜູ້ບໍລິຈາກ ໃນວັນເສົາວານນີ້ວ່າ ການທົບທວນຂອງການຢັ່ງຫາງສຽງແຫ່ງຊາດໄດ້ສະແດງໃຫ້ເຫັນ ຈົດໝາຍຂອງທ່ານ Comey ທີ່ໄດ້ຂຽນໄປເຖິງລັດຖະສະພາ ກ່ຽວກັບ ການຄົ້ນພົບອີເມລ ສະບັບໃໝ່, ທີ່ໄດ້ຖືກເປີດເຜີຍຕໍ່ສາທາລະນະພຽງ 11 ມື້ກ່ອນການເລືອກຕັ້ງ, ມັນເປັນ ການເອົາລັດເອົາປຽບທີ່ໜ້າຕົກໃຈ ທີ່ໄດ້ພິສູດວ່າ ຍາກໂພດທີ່ຈະ “ເອົາຊະນະໄດ້.” 3 ຄົນຜູ້ທີ່ໄດ້ເຂົ້າຮ່ວມໃນການປະຊຸມທາງໂທລະສັບຂອງທ່ານນາງ Clinton ທີ່ຄຳນວນ ການວິເຄາະຂອງທ່ານນາງໃໝ່ ກ່ຽວກັບ ຜົນທີ່ອອກມາສຳລັບການເລືອກຕັ້ງ.

ການໂອລົ້ມກັບບັນດາຜູ້ສະໜັບສະໜູນຂອງທ່ານນາງ Clinton ໃນວັນເສົາວານນີ້ ແມ່ນ ຄັ້ງທຳອິດທີ່ທ່ານນາງໄດ້ປຶກສາຫາລືໃນຂໍ້ມູນຂອງຜົນທີ່ອອກມາ ກ່ຽວກັບ ການໂຄສະນາ ຫາສຽງທີ່ບໍ່ໄດ້ປະສົບຄວາມສຳເລັດຂອງທ່ານນາງ. ທ່ານນາງໄດ້ຫຼີກລ່ຽງການດຶງດູດ ຄວາມສົນໃຈນັບຕັ້ງແຕ່ໄດ້ຜ່າຍແພ້ໃນການເລືອກຕັ້ງຕໍ່ທ່ານ Trump, ໃນການກ່າວຄຳ ປາໄສຕໍ່ພວກຜູ້ສະໜັບສະໜູນຂອງທ່ານນາງ ແລະ ພະນັກງານ ທີ່ນະຄອນ ນິວຢອກ ໃນ ຕອນເຊົ້າຂອງວັນພຸດທີ່ຜ່ານມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG