ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກປີນພູ ຢ່າງນ້ອຍ 20 ຄົນເສຍຊີວິດ ຍ້ອນຫິມະເຈື່ອນ ໃນເນປາລ


Nepal Avalanche UPD VO
please wait

No media source currently available

0:00 0:00:27 0:00

ຫຼາຍຄົນຍັງຫາຍສາບ​ສູນ ແລະຢ້ານວ່າເສຍຊີວິດແລ້ວ ໃນເຂດພູ
​ເຂົາຫິມມະໄລ ຂອງເນປາລ ຫຼັງຈາກທີ່ມີຫິມະຕົກຢ່າງໜັກ ແລະ
ເກີດ​ເຫດຫິມະເຈື່ອນ ທີ່ໄດ້ສັງຫານຜູ້ຄົນ ຢ່າງນ້ອຍ 20 ຄົນ
ຊຶ່ງຮວມທັງ ນັກເດີນພູຊາວຕ່າງຊາດ 8 ຄົນນຳ.

ພາຍຸຫິມະແລະຫິມະເຈື່ອນ ​ໄດ້ເກີດຂຶ້ນຈາກຄວາມ​ຊື້​ນຂອງອາກາດ
ທີ່ຫຼົງເຫຼືອມາຈາກ ພາຍຸໄຊໂຄລນທີ່ຮ້າຍແຮງລູກ​ນຶ່ງ ທີ່ປະທະອິນເດຍ ​ເມື່ອຫຼາຍໆມື້ຜ່ານມານີ້.

ບັນດາເຈົ້າໜ້າກ່າວວ່າ ໄດ້ພົບເຫັນສົບຂອງ ຊາວໂປໂລຍ 2 ຄົນ ຊາວອິສຣາແອລ ນຶ່ງຄົນ ແລະ ຊາວເນປາລ ນຶ່ງຄົນ ໃກ້ໆກັບເສັ້ນທາງເດີນພູທີ່ນິຍົມກັນ ຢູ່​ອ້ອມພູ Annapuma ທີ່​ຮວມຢູ່​ໃນບັນດາ 10 ພູທີ່ສູງທີ່ສຸດຂອງໂລກ.

ພູ Annapurna ບ່ອນທີ່ເກີດເຫດຫິມະເຈື່ອນ
ພູ Annapurna ບ່ອນທີ່ເກີດເຫດຫິມະເຈື່ອນ

ເຈົ້າໜ້າທີ່ລັດຖະບານໄດ້ກ່າວໃນວັນພຸດວານນີ້ວ່າ ພວກນັກເດີນພູ 14 ຄົນໄດ້ຖືກ

ຊ່ອຍຊີວິດໄວ້ແລ້ວ ແຕ່ມີຄວາມຢ້ານກົວກັນ​ວ່າ ຈຈຳນວນ​ຜູ້​ເສຍ​ຊີວິດຈະເພີ້ມຂຶ້ນ ຍ້ອນ​ສະພາບອາກາດບໍ່ດີ​ໄດ້​ສົ່ງ​ຜົນກະທົບຕໍ່ການສື່ສານ ຊຶ່ງເຮັດໃຫ້​ເປັນ​ການ​ຍາກ​ຍິ່ງ​ຂຶ້ນ ​ໃນການຊອກຄົ້ນຫາພວກທີ່ໄດ້ຕິດຄ້າງຢູ່​ເທິງ ​ໃນຫິມະ ແລະຕາມຈ້າຍພູທີ່ທຸລະກັນ ດານນັ້ນ.

​ໄພພິບັດ​ຄັ້ງນີ້ເກີດຂຶ້ນ ໃນຊ່ວງ​ທີ່​ສຳຄັນ​ທີ່​ສຸດ​ຂອງລະດູການປີນພູ ທີ່ນິຍົມກັນຫລາຍນັ້ນ ​ເພາະ​ເປັນຊ່ວງທີ່ທ້ອງຟ້າສົດໃສແລະແຈ້ງສະຫວ່າງ ແລະອາກາດເຢັນສະບາຍ.

ປະຊາຄົມຂອງນັກເດີນພູຊາວເນປາລ ໄດ້ພົບກັບຄວາມຫາຍະນະຢ່າງໃຫຍ່ຫຼວງ ໃນຕົ້ນ
ປີນີ້ ຕອນທີ່ຫິມະເຈື່ອນໃນເດືອນເມສາ ໃກ້ໆກັບຄ້າຍພັກ​ຢູ່​ຕີນພູ Everest ໄດ້ສັງຫານ ຄົນ​ນຳພາ​ປີນ​ພູ​ຊາວ​ເນ​ປາລ 16 ຄົນ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG