ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ພວກ​ປີ​ນ​ພູ 11 ຄົນ​ເສຍ​ຊີ​ວິດ ຫຼັງ​ຈາກ​ພູ​ໄຟ ຢູ່​ອິນ​ໂດ​ເນ​ເຊຍ​ລະ​ເບີດ ແລະ​ຫຼາຍ​ສິບ​ຄົນ ຍັງ​ຫາຍ​ສາບ​ສູນ


ຄົນ​ຂີ່​ລົດ​ຈັກ​ແລ່ນ​ກາຍ​ພູ​ມາ​ຣາ​ປີ ທີ່​ພວມ​ສົ່ງ​ຂີ້​ເຖົ່າ​ຂຶ້ນ​ສູ່​ທ້ອງ​ໄຟ ໃນ​ລະ​ຫວ່າງ​ທີ່​ເກີດ​ລະ​ເບີດ ຢູ່​ບ້ານ​ອາ​ກາມ ແຂວງ​ສຸ​ມາ​ຕຣາ​ຕາ​ເວັນ​ຕົກ ປະ​ເທດ​ອິນ​ໂດ​ເນ​ເຊຍ ວັນ​ທີ 4 ຕຸ​ລາ 2023.
ຄົນ​ຂີ່​ລົດ​ຈັກ​ແລ່ນ​ກາຍ​ພູ​ມາ​ຣາ​ປີ ທີ່​ພວມ​ສົ່ງ​ຂີ້​ເຖົ່າ​ຂຶ້ນ​ສູ່​ທ້ອງ​ໄຟ ໃນ​ລະ​ຫວ່າງ​ທີ່​ເກີດ​ລະ​ເບີດ ຢູ່​ບ້ານ​ອາ​ກາມ ແຂວງ​ສຸ​ມາ​ຕຣາ​ຕາ​ເວັນ​ຕົກ ປະ​ເທດ​ອິນ​ໂດ​ເນ​ເຊຍ ວັນ​ທີ 4 ຕຸ​ລາ 2023.

ມີ​ການ​ພົບ​ວ່າ ພວກ​ປີນ​ພູ 11 ຄົນ​ເສຍໄດ້​ຊີ​ວິດ ​ໃນ​ວັນ​ຈັນ​ມື້ນີ້ແລະ 12 ຄົນ​ຍັງ​ຫາຍ​ສາບ​ສູນ ຫຼັງ​ຈາກ​ພູ​ໄຟ​ຢູ່​ອິນ​ໂດ​ເນ​ເຊຍ ໄດ້​ລະ​ເບີດ​ຂຶ້ນ ໂດຍ​ທີ່​ພວກ​ກູ້​ໄພ​ພວມ​ເລັ່ງ​ຊອກ​ຫາ​ທາງ​ຊ່ວຍ​ເຫຼືອ ​ນຳ​ເອົາ​ພວກ​ທີ່​ໄດ້​ຮັບ​ບາດ​ເຈັບ​ ແລະ​ພວກ​ທີ່​ຖືກໄຟໄໝ້​ ລົງ​ມາ​ສູ່​ຕີນ​ພູ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ AFP.

ພວກ​ກູ້​ໄພ​ເຮັດ​ວຽກ​ຕະ​ຫຼອດ​ຄືນ ເພື່ອ​ຊອກ​ຫາ​ພວກ​ປີນ​ພູ ​ຫຼາຍ​ສິບ​ຄົນ​ທີ່​ຕົກ​ຄ້າງ ຢູ່ເທິງ​ພູ​ມາ​ຣາ​ປີ ໃນ​ເກາະ​ສຸ​ມາດ​ຕ​ຣາ​ ຫຼັງ​ຈາກ​ພູ​ດັ່ງ​ກ່າວ​ສົ່ງ​ຂີ້​ເຖົ່າ ຂຶ້ນ​ສູ່​ທ້ອງ​ຟ້າ ​ສູງ 3,000 ແມັດ ​ຊຶ່ງສູງກວ່າ​ກະ​ໂຕ​ພູ​ໄຟເອງ ໃນ​ວັນ​ອາ​ທິດ​ວານນີ້.

ພວກ​ປີນ​ພູ​ທີ່​ເສຍ​ຊີ​ວິດ​ໄດ້​ຖືກ​ພົບ​ເຫັນ​ໃນ​ບໍ​ລິ​ເວນ​ປ່ອງ​ພູ​ມາ​ຣາ​ປີ ຫຼັງ​ຈາກ​ພູ​ໄຟ​ທີ່​ສູງ 2,891 ແມັດ​ໜ່ວຍນີ້​ໄດ້​ພົ່ນ​ຂີ້​ເຖົ່າ​ໄປ​ໃສ່​ບ້ານ​ຕ່າງໆ​ທີ່​ຕັ້ງ​ຢູ່​ໃກ້​ຄຽງ ອີງ​ຕາມ​ຄຳ​ເວົ້າ​ຂອງພວກ​ເຈົ້າ​ໜ້າ​ທີ່​ກູ້​ໄພ​ໃນ​ທ້ອງ​ຖິ່ນ.

12 ຄົນ​ຍັງ​ຫາຍ​ສາບ​ສູນ ອີກ 3 ຄົນ​ໄດ້​ຖືກ​ພົບ​ວ່າ​ຍັງ​ມີ​ຊີ​ວິດ​ຢູ່ ແລະ 49 ຄົນ​ໄດ້​ພາ​ກັນ​ລົງ​ມາ​ຈາກປ່ອງ​ພູ​ໄຟ​ ໄດ້​ຢ່າງ​ປອດ​ໄພ ຊຶ່ງ​ບາງ​ຄົນ​ຖືກ​ໄຟໄໝ້​ ແລະ​ກະ​ດູກ​ຫັກ ເຈົ້າ​ໜ້າ​ທີ່​ກ່າວ.

“ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ຫາມ​ລົງ​ມາ ພວກ​ກູ້​ໄພ​ໄດ້​ຊ່ວຍ​ກັນ​ ຫາມເອົາເຂົາ​ເຈົ້າ​ລົງ​ມາ. ພວກ​ເຮົາ​ບໍ່​ສາ​ມາດ ​ທຳ​ການ​ຊອກ​ຄົ້ນ​ຫາ​ທາງ​ອາ​ກາດ​ດ້ວຍ​ເຮ​ລີ​ຄອບ​ເຕີ້​ໄດ້​ເທື່ອ ຍ້ອນ​ການ​ລະ​ເບີດ​ຍັງ​ດຳ​ເນີນ​ຢູ່​ຕໍ່​ໄປ” ນັ້ນ​ຄື​ຄຳ​ເວົ້າ​ ຂອງ​ຫົວ​ໜ້າ​ອົງ​ການ​ກູ້​ໄພ​ຢູ່​ໃນ​ທ້ອງ​ຖິ່ນ ທ່ານ​ອັບ​ດູ​ລ ມາ​ລິກ ຊຶ່ງ​ທ່ານ​ຍັງ​ແຈ້ງ​ໃຫ້​ຊາບ​ວ່າ ມີ​ພວກ​ກູ້​ໄພ 120 ຄົນ​ເຂົ້າ​ຮ່ວມ​ການ​ປະ​ຕິ​ບັດ​ງານ​ຊອກ​ຄົ້ນ​ຫານີ້.

ອີກ 3 ຄົນ​ໄດ້​ຖືກ​ພົບ​ວ່າ ຍັງ​ມີ​ຊີ​ວິດ​ຢູ່ ຍັງ​ບໍ່​ທັນ​ສາ​ມາດ​ນຳ​ລົງ​ມາ​ຈາກ​ພູ​ໄດ້​ເທື່ອ ພ້ອມ​ກັບ​ອີກ 11 ຄົນ​ທີ່​ເສຍ​ຊີ​ວິດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG