ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ທີ່ໄດ້ຮັບລາງວັນໂນເບລກ່າວວ່າ: ຜ້າປົກຫົວ ຮີຈາບ ໄດ້ທໍາລາຍຊີວິດຂອງຍິງໜຸ່ມອີກຄົນນຶ່ງແລ້ວ


ແຟ້ມຮູບ-ນັກເຄື່ອນໄຫວເພື່ອສິດທິມະນຸດຊາວອີຣ່ານ ແລະເປັນຮອງປະທານສູນກາງປົກປ້ອງສິດທິມິນຸດ (DHRC) ທ່ານນາງ ນາຈີສ ໂມຮາມມາດີ ຖ່າຍຮູບໂດຍບໍ່ໄດ້ລະບຸວັນທີ ທີ່ເຜີຍແຜ່ອອກມານີ້.
ແຟ້ມຮູບ-ນັກເຄື່ອນໄຫວເພື່ອສິດທິມະນຸດຊາວອີຣ່ານ ແລະເປັນຮອງປະທານສູນກາງປົກປ້ອງສິດທິມິນຸດ (DHRC) ທ່ານນາງ ນາຈີສ ໂມຮາມມາດີ ຖ່າຍຮູບໂດຍບໍ່ໄດ້ລະບຸວັນທີ ທີ່ເຜີຍແຜ່ອອກມານີ້.

ທ່ານນາງ ນາຈີສ ໂມຮາມມາດີ (Narges Mohammadi), ຜູ້ທີ່ໄດ້ຮັບລາງ ວັນໂນເບລ ຂະແໜງສັນຕິ ພາບ, ໄດ້ກ່າວສະແດງຄວາມເສຍໃຈຂອງນາງຢູ່ໃນ ອິນສຕາແກຣມ ກ່ຽວກັບການເສຍຊີວິດຂອງ ນາງອາມິຕາ ເກຣາວານ (Armita Geravand).

ທ່ານນາງກ່າວຢູ່ໃນໂພສຂອງທ່ານນາງວ່າ "ນາງອາມິຕາ ເກຣາວານ, ເຊິ່ງເຕັມ ໄປດ້ວຍຄວາມກະຕືລືລົ້ນຂອງຊີວິດ, ໄດ້ຖືກສົ່ງໄປສູ່ຄວາມຕາຍຍ້ອນຜົມທີ່ງົດ ງາມຂອງນາງ, ໂດຍນາງບໍ່ມີຄວາມຕັ້ງໃຈທີ່ຈະປົກ ປິດດ້ວຍ ‘ກົດບັງຄັບຜ້າປົກ ຫົວ ຮີຈາບ.’"

ນາງເກຣາວານ, ອາຍຸ 17 ປີ, ໄດ້ເສຍຊີວິດລຸນຫຼັງໄດ້ປະເຊີນຂໍ້ກ່າວຫາໂດຍ ຕໍາຫຼວດ ກ່ຽວກັບການລະເມີດກົດຫມາຍຜ້າປົກຫົວຮີຈາບຂອງປະເທດ ໃນຂະ ນະທີ່ນາງກໍາລັງເຂົ້າໄປໃນລົດໄຟໃຕ້ດິນຢູ່ທີ່ ເມດານ-ເອ ໂຊຮາດາ (Meydan-E Shohada), ຫຼື ຈະຕຸລັດຂອງມາເທີສ໌ (Martyrs' Square), ເຊິ່ງເປັນສະຖານີລົດໄຟໃຕ້ດິນ ທີ່ຕັ້ງຢູ່ທາງທິດໃຕ້ຂອງນະຄອນຫຼວງເຕຫະຣ່ານ ໃນວັນທີ 1 ຕຸລາ, ອີງຕາມການລາຍງານຂອງອົງການຂ່າວ IRNA ຂອງທາງ ການໃນວັນເສົາແລ້ວນີ້.

ທ່ານນາງ ໂມຮາມມາດີ, ໄດ້ວິຈານຄວາມລັບ ກ່ຽວກັບ ການເສຍຊີວິດຂອງ ນາງ ເກຣາວານ ຢູ່ໃນໂພສ ອິນສຕາແກຣມຂອງທ່ານນາງ.

ທ່ານນາງ ຂຽນວ່າ ບໍ່ມີນັກຂ່າວອິດສະຫຼະຄົນໃດໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນ ໂຮງໝໍ, ມີພຽງແຕ່ຜູ້ທີ່ພົວພັນກັບສື່ມວນຊົນຂອງລັດຖະບານເທົ່ານັ້ນ. ທ່ານນາງ ໂມຮາມມາດີ ຂຽນວ່າ ອົງການຂ່າວຂອງລັດຖະບານ ເປັນຜູ້ປະກາດການເສຍ ຊີວິດຂອງຍິງສາວອາຍຸ 17 ປີ, ບໍ່ແມ່ນພໍ່ແມ່ຂອງນາງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG