ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຈລະຈາ ການຄ້າ ລະ​ຫວ່າງ ສະຫະລັດ ແລະ ຈີນ ພວມດຳເນີນໄປຢູ່


High-Stakes US-China Trade Talks to Continue in Washington
please wait

No media source currently available

0:00 0:03:00 0:00

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ພວມພິຈາລະນາຢູ່ວ່າ ຈະເລື່ອນເວລາ
ຈາກວັນທີ 1 ມີນາ ອອກໄປ ໃນການບັງຄັບໃຊ້ການເກັບພາສີ ສິນຄ້າຂອງຈີນທີ່ສູງຂຶ້ນ
ໃນຂະນະທີ່ເສດຖະກິດທີ່ນຳໜ້າຂອງໂລກສອງປະເທດ ນີ້ ສືບຕໍ່ເຈລະຈາການຄ້າ​ກັນ
ໃນອາທິດນີ້ ຢູ່ທີ່ນະຄອນຫຼວງວໍຊິງຕັນ. ໄນກີຈິງ ນັກຂ່າວຂອງວີ​ໂອ​ເອມີລາຍງານ​ກ່ຽວ
ກັບ​ເລື້ອງນີ້ ຊຶ່ງ ສາລີ ຈະນຳເອົາ​ລາຍ​ລະ​ອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ປະທານປະເທດຈີນ ທ່ານສີ ຈິນຜິງ ໄດ້ພົບປະກັບ ພວກຜູ້ແທນການຄ້າ ອະວຸໂສຂອງ
ສະຫະລັດ ໃນວັນສຸກແລ້ວນີ້ ລຸນຫລັງການເຈລະຈາລະດັບສູງທີ່ແນໃສ່ເພື່ອ​ໃຫ້​ບັນ​ລຸ​
ການ​ຕົກ​ລົງ​ດ້ານການຄ້າລະຫວ່າງກັນກ່ອນຈະເຖິງວັນເສັ້ນ ຕາຍ ທີ 1 ມີນາ.

ໃນສັບປະດານີ້ ທີ່ນະຄອນຫຼວງວໍຊິງຕັນ ພວກນັກເຈລະຈາທັງຫຼາຍ ຈະພະຍາຍາມຫາ
ທາງ ໃຫ້ມີການຕົກລົງກັນ ກ່ຽວກັບນະໂຍບາຍຂອງຈີນ ທີ່ວໍຊິງຕັນເວົ້າວ່າ ຕໍ່ຕ້ານການ
ແຂ່ງຂັນ ເຊັ່ນການບັງຄັບໃຫ້ໂອນເທັກໂນໂລຈີນັ້ນ.

ຢູ່ສວນກຸຫລາບຂອງທຳນຽບຂາວ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ສະ
ແດງນໍ້າສຽງອອກມາ ໃນທາງສ້າງສັນ . ທ່ານກ່າວວ່າ:“ມັນເປັນໄປໄດ້ດີແທ້ດີວ່າມີຜູ້ໃດ
ຮູ້ແດ່ ວ່າມັນໝາຍຄວາມວ່າຈັ່ງໃດ ເພາະວ່າມັນຈະມີຄວາມໝາຍກໍຕໍ່ເມື່ອ ພວກເຮົາໄດ້
ປະຕິບັດໄປ. ແຕ່ວ່າພວກເຮົາ ແມ່ນເຮັດວຽກໃກ້ຊິດກັນແທ້ໆ ກັບປະເທດຈີນ ແລະກັບ
ທ່ານສີ ຜູ້ທີ່ຂ້າພະເຈົ້ານັບຖືແທ້ໆ ມີສາຍພົວພັນທີ່ດິທີ່ສຸດທີ່ພວກເຮົາເຄີຍມີມາແລະພວກ
ເຮົາກໍມີຄວາມໃກ້ຊິດກັນຫຼາຍກວ່າແຕ່ໃດໆມາ ໃນປະເທດນີ້ ໂດຍທີ່ມີການຕົກລົງ ດ້ານ
ການຄ້າກັນຢ່າງແທ້ຈິງ.”

ຫາກແຕ່ວ່າ ວຽກງານຕັ້ງຫຼາຍຢ່າງ ແມ່ນຍັງຕ້ອງໄດ້ເຮັດຢູ່.

ສະຫະລັດຮຽກຮ້ອງໃຫ້ຈີນ ປ່ຽນແປງພາກປະຕິບັດຢ່າງສິ້ນເຊີງ ​ຕໍ່ອັນທີ່ວໍຊິງຕັນຖືວ່າ
ບໍ່ຍຸຕິທຳອັນມີລວມທັງ ເລື້ອງການລັກຂະໂມຍ ຊັບສິນດ້ານສະຕິປັນຍາ ແລະສິ່ງກີດ
ຂວາງຕ່າງໆເພື່ອເຂົ້າຫາຕະຫຼາດ.

ຈີນໄດ້ສະເໜີວ່າ ຈະຊື້ສິນຄ້າຂອງສະຫະລັດຫລາຍຂຶ້ນ ແຕ່ກໍບໍ່ຍອມອ່ອນຂໍ້ ຕໍ່ການຮຽກ
ຮ້ອງໃຫ້ປ່ຽນແປງຢ່າງໃຫຍ່ໃນນະໂຍບາຍອຸດສາຫະກຳຂອງຕົນ ເຊັ່ນການຫລຸດລົງຢ່າງ
ໃຫຍ່ ການອຸດໜູນຄໍ້າຈູນ ຂອງລັດຖະບານນັ້ນ.

ພວກສະມາຊິກສະພາສະຫະລັດ ພວມຈົ່ມວ່າອອກມາ ດ້ວຍຄວາມບໍ່ພໍໃຈຫຼາຍຢ່າງ ເຊັ່ນ
ສະມາຊິກສະພາສູງ Cory Garner ເວົ້າວ່າ:“ດຽວນີ້ມັນເປັນການຍາກຫຼາຍ.ຂ້າພະເຈົ້າ
ໝາຍຄວາມວ່າ ຖ້າທ່ານເບິ່ງ ພຽງແຕ່ຫລຽວເບິ່ງຊື່ໆ ເລື້ອງສະພາບການຄ້າໃນປັດຈຸບັນ
ດຽວນີ້. ຂ້າພະເຈົ້າຈື່ໄດ້ເວລາໄປຢ້ຽມຢາມທຸລະກິດຂອງສະຫະລັດໃນປະເທດຈີນໃນປີ
2015. ແລະພວກທຸລະກິດເຫລົ່ານີ້ພາກັນເວົ້າວ່າ ພວກເຮົາຈະໃຫ້ໂອກາດ ປະທານສີ
ໃຫ້ໂອກາດແກ່ການປະຕິຮູບເຫລົ່ານີ້. ພວກເຮົາຄິດວ່າ ທຸກສິ່ງທຸກຢ່າງຈະດຳເນີນໄປດີ
ດ້ວຍມັນເອງ. ມັນມີໂອກາດທີ່ຈະປ່ຽນແປງຢູ່ໜີ້. ອີກປີນຶ່ງຕໍມາທຸລະກິດຈຳພວກດຽວກັນນີ້
ແມ່ນຢູ່ໃນໂຮງການຂອງຂ້າພະເຈົ້າ ແລະກໍເວົ້າວ່າ ມັນຍັງຄືເກົ່າ. ມັນຂີ້ຮ້າຍລົງກວ່າເກົ່າ. ສະຫະລັດຈຳເປັນຕ້ອງໄດ້ເຮັດອັນໃດອັນນຶ່ງ.”

ວໍຊິງຕັນເປັນຫ່ວງວ່າ ຈີນພວມລັກເອົາເທັກໂນໂລຈີຂອງສະຫະລັດຢູ່ ບາງຢ່າງ
ກໍຕົກໄປຢູ່ນຳວົງການທະຫານຂອງຈີນ. ທ່ານ Chris Brose ຈາກອຸດສາຫະກຳ ອັນດຸຣິນ
ກ່າວວ່າ: “ມັນເກີດມີຄວາມຮູ້ສຶກວ່າ ຈີນເປັນພາຄີ ທີ່ມີສ່ວນຜູກພັນນຳ. ມັນເປັນປະເທດ
ທີ່ຄວາມເຕີບໃຫຍ່ ທີ່ພວກເຮົາຢາກກຳກັບນຳຮູບໂສມ. ແຕ່ວ່າເວລາພວກເຮົາສົນທະນາ
ກັນ ກ່ຽວກັບວ່າ ຈີນກຳລັງເຮັດຫຍັງກັບທາງການທະຫານ ວິທີທີ່ເຂົາເຮັດກັບເລື້ອງລົງທຶນ
ໃສ່ ການປ້ອງກັນແລະເທັກໂນໂລຈີ ນັ້ນແມ່ນເລື້ອງເປັນການທ້າທາຍສຳລັບສະຫະລັດ
ມັນມີຫຼາຍເລື້ອງຢູ່ໃນຫັ້ນ ທີ່ເຮົາມອງຂ້າມຫຼາຍ.”

ປະທານາທິບໍດີ ທຣຳເວົ້າວ່າ ເພິ່ນຈະພົບພໍ້ກັບທ່ານ ສີ ຫລັງຈາກການໂອ້ລົມ
ກັນໃນສັບປະດານີ້. ນອກນັ້ນ ເພິ່ນກໍຍັງອາດຈະເລື່ອນເສັ້ນຕາຍ ຂອງພາສີ
ສິນຄ້າອອກໄປຕື່ມ 60 ວັນ. ແຕ່ພວກນັກວິຈານບາງຄົນເຕືອນວ່າ ອັນນີ້ ມັນ
ອາດສ້າງຄວາມເສຍຫາຍໃຫ້ແກ່ຄວາມເຊື່ອຖືຂອງອາເມຣິກາ ປ່ອຍໃຫ້ຈີນໃຊ້
ອຸບາຍຊໍ້າແລ້ວຊໍ້າອີກ ເພື່ອຂ້າເວລາຕື່ມ ໃນຖ້າມກາງ ການຜິດຖຽງກັນ ດ້ານ
ການຄ້າ.

ເຊີນອ່ານເລື້ອງນີ້ຕື່ມເປັນພາສາອັງກິດ

XS
SM
MD
LG