ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະສົງ​ຊາວ​ທິ​ເບ​ດ ຊຶ່ງເປັນ​ທີ່ນັບຖື ຢ່າງ​ກ້ວາງ​ຂວາງ ເຖິງແກ່ ມໍລະນະ​ພາບ ໃນຄຸກຈີນ


China Tibet Death
please wait
Embed

No media source currently available

0:00 0:01:35 0:00

ພະສົງ​ຊາວ​ທິ​ເບ​ດ ຊຶ່ງເປັນ​ທີ່ນັບຖືຢ່າງ​ກ້ວາງ​ຂວາງ ເປັນນຶ່ງ​ໃນ​
ຈຳນວນ​ນັກ​ໂທດ​ການ​ເມືອງ​ທີ່​ຈີນກັກ​ຂັງ​ໄວ້ນັ້ນ ​ໄດ້​ເຖິງແກ່ມໍລະ
ນະ​ພາບ​ໄປ​ແລ້ວ ຊຶ່ງ​ຍ່າງ​ເຂົ້າ​ເປັນປີທີ 13 ​ໃນ​ການ​ຖືກ​ກັກ​ຂັງ
ທີ່​ພວກ​ສະໜັບສະໜຸນ​ເພິ່ນ ກ່າວ​ວ່າ​ ເປັນ​ຍ້ອນ​ສາ​ເຫດທາງ
​ການ​ເມືອງ.

ຄອບຄົວ​ຂອງພະ Tenzin Delek Rinpoche ​ໄດ້​ຖືກ​ແຈ້ງ​
ໃຫ້ຊາບ​ເຖິງ​ການ​ຕາຍ​ຂອງເພິ່ນໃນ​ວັນ​ອາທິດແລ້ວ​ນີ້ ທີ່​ຄຸກ
ແຫ່ງນຶ່ງ​ໃກ້ໆ​ກັບ​ເມືອງ Chengdu ​ໃນ​ແຂວງ Sichuan ອິງ​ຕາມ​ລາຍ​ງານ​ຂອງ​ກຸ່ມນັກ​ສຶກສາ ​ເພື່ອທິ​ເບ​ດເສລີ ຫຼື Free Tibet.

ກຸ່ມ​ Free Tibet ທີ່​ມີ​ສຳນັກງານ​ຢູ່​ໃນ​ນະຄອນ​ນິວຢ໊ອກ ​ກ່າວຢູ່​ໃນ​ລາຍ​ງານ​ສະບັບ​ນຶ່ງ​ທີ່
ນຳອອກເຜີຍແຜ່ໃນວັນຈັນວານນີ້ວ່າ: “​ເຈົ້າ​ໜ້າ​ທີ່​ຈີນ ປະຕິ​ເສດບໍ່ຍອມເປີດ​ເຜີຍ​ກ່ຽວ​ກັບ​ສະພາບການຫ້ອມລ້ອມໃນການ​ເສຍຊີວິດ ຫຼືສົ່ງສົບ​ຄືນ​ໃຫ້ແກ່​ຄອບຄົວ​ຂອງ​ເພິ່ນ.”

ຕຳຫຼວດ​ຈີນ ຍັງ​ໄດ້​ຢືນຢັນ ໃນເຖິງແກ່ມໍລະນະ​ພາບ​ຂອງ​ພະອົງນີ້​ທີ່​ມີ​ອາຍຸ​ 65 ປີ ອິງ​ຕາມ​ລາຍ​ງານ​ຂ່າວຫຼາຍກະແສ ​ແຕ່​ວ່າ ພວກ​ເຂົາ​ເຈົ້າ​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ເພີ້​ມຕື່ມ​ແຕ່​ຢ່າງ​ໃດ.

​ໃນ​ຂະນະ​ທີ່​ຂ່າວ​ການເຖິງແກ່ມໍລະນະ​ພາບ​ຂອງ​ພະອົງ​ອົງນີ້​ໄດ້​ເ​ ເຜ່ລາມອອກ​ໄປ​ແລ້ວ​ນັ້ນ ກໍໄດ້​ມີ​ການ​ປະ​ທ້ວງເກີດ​ຂຶ້ນ​ໃນ​ທິ​ເບ​ດບ່ອນ​ທີ່​ຜູ້​ຄົນ​ໃນ​ທ້ອງ​ຖິ່ນ​ໄດ້ ​ຮຽກຮ້ອງຂໍ​ໃຫ້​ສົບ​ຂອງ​ເພິ່ນ​ກັບ​ຄືນ ເພື່ອ​ຈະນຳໄປທຳ​ພິທີ​ຊາ​ປະ​ນະ​ກິດທາງ​ສາສະໜາພຸດ​ທີ່​ຖືກຕ້ອງ​ນັ້ນ.

ພະທິເບດ ທີ່ລີ້ໄພ ຢູ່ໃນຕ່າງປະເທດ ຖືປ້າຍເພື່ອສະໜັບສະໜຸນຜູ້ນຳທາງສາສະໜາ ທ່ານ Tenzin Delek Rinpoche ຜູ້ຊຶ່ງຖືກກັກຂັງໂດຍຈີນ ນັບຕັ້ງແຕ່ 2002 ຮຽກຮ້ອງໃຫ້ມີການປ່ຽນແປງ ໃນນະຄອນ Dharmsala, ອິນເດຍ 7 ເມສາ 2015.
ພະທິເບດ ທີ່ລີ້ໄພ ຢູ່ໃນຕ່າງປະເທດ ຖືປ້າຍເພື່ອສະໜັບສະໜຸນຜູ້ນຳທາງສາສະໜາ ທ່ານ Tenzin Delek Rinpoche ຜູ້ຊຶ່ງຖືກກັກຂັງໂດຍຈີນ ນັບຕັ້ງແຕ່ 2002 ຮຽກຮ້ອງໃຫ້ມີການປ່ຽນແປງ ໃນນະຄອນ Dharmsala, ອິນເດຍ 7 ເມສາ 2015.

ກຸ່ມ Free Tibet ກ່າວ​ວ່າ “ຊາວ​ທິ​ເບດ ຈຳນວນ​ຫຼາຍ​ພັນ​ຄົນ ​ໃນ​ເຂດເມືອງ Nyagchu ​
ໄດ້​ຮວມຕົວ​ກັນ​ຢູ່ຂ້າງ​ນອກ ໂຮງການລັດຖະບານ​ທ້ອງ​ຖິ່ນ ຮຽກຮ້ອງໃຫ້ສົ່ງສົບ​ຂອງ​ພະ
ດັ່ງກ່າວ ຄືນໃຫ້ ​ເພື່ອ​ທຳ​ພິທີ​ຊາ​ປະ​ນະ​ກິດທາງ​ສາສະໜາ​ທີ່​ຖືກຕ້ອງ.”

ອິງ​ຕາມ​ລາຍ​ງານ​ຂອງ​ກຸ່ມທີ່​ມີ​ສຳນັກງານ​ຢູ່​ອັງກິດ ລະບຸ​ວ່າ ເຈົ້າ​ໜ້າ​ທີ່​ຈີນ ໄດ້ປະຕິ​ເສດຕໍ່
ການຮ້ອງຂໍ ​ໂດຍ​ກ່າວ​ວ່າ ສົບຂອງ​ພະ​ອົງ​ນີ້ຈະ​ຖືກ​ເຜົາຢູ່​ໃນ​ຄຸກ. ກຸ່ມ​ດັ່ງກ່າວ​ຍັງ​ເວົ້າ​ອີກ​ວ່າ ໄດ້ມີ​ການສົ່ງກອງກຳລັງຮັກສາຄວາມປອດ​ໄພ​ຂະໜາດໃຫຍ່ ໄປຄວບຄຸມຄວາມ​ບໍ່ສະຫງົບ
​ທີ່ອາດເກີດຂຶ້ນນັ້ນ.

ການ​ປະ​ທ້ວງ​ທີ່ວ່ານີ້ ຍັງ​ບໍ່​ທັນ​ໄດ້​ຮັບການ​ຢືນຢັນ ຈາກ​ແຫຼ່ງຂ່າວ​ທີ່ເປັນອິດ​ສະຫລະ​ເທື່ອ ​
ໃນ​ຂະນະ​ທີ່​ຈີນ ຄວບຄຸມຢ່າງເຄັ່ງຄັດຕໍ່​ພວກ​ນັກ​ຂ່າວ ກຸ່ມ​ປົກປ້ອງ​ສິດທິ​ມະນຸດ ​ແລະ​ການ​ສົນທະນາ​ຫາລືຕ່າງໆ​ໃນ​ເຂດ​ປົກຄອງ​ຕົນ​ເອງຂອງຊາວທິເບດນັ້ນ.

ກະຊວງ ​ການ​ຕ່າງປະ​ເທດສະຫະລັດ ຊຶ່ງ​ໄດ້ຮຽກຮ້ອງ ​ຊ້ຳ​ແລ້ວຊ້ຳ​ອີກ ​ໃຫ້​ປ່ອຍ​ຕົວ​ພະ Ten-
zin Delek Rinpoche ໃນ​ວັນ​ຈັນ​ວານ​ນີ້ ​ໄດ້​ຂໍຮ້ອງ​ໃຫ້​ປັກ​ກິ່ງ​ “ທຳ​ການ​ສືບສວນ ສອບ​ສວນ ກ່ຽວກັບການເຖິງແກ່ມໍລະນະ​ພາບດັ່ງກ່າວ​ນີ້ ​ແລະ​ໃຫ້​ປະກາດ​ຕໍ່​ສາທາລະນະ​ຊົນ ​ເຖິງສາຍ​ເຫດທີ່​ພົວພັນ​ກັບ​ການເສ​ຍຊິວິດຂອງ​ພະອົງນີ້.​”

ຖະ​ແຫຼ​ງການ​ຂອງກະຊວງ​ການ​ຕ່າງປະ​ເທດສະຫະລັດ ກ່າວວ່າ “ພວກ​ເຮົາ​ຮ້ອງ​ຂໍ​ໃຫ້​
ເຈົ້າ​ໜ້າ​ທີ່​ຈີນ ສົ່ງ​ສົບ​ຂອງ​ເພິ່ນໃຫ້ແກ່​ຄອບຄົວ​ ຫຼື​ວັດຂອງ​ເພິ່ນ ​ເພື່ອ​ທຳ​ພິທີ​ຊາ​ປະ​ນະ
ກິດສົບ ທາງ​ສາສະໜາ​ທີ່ເໝາະ​ສົ​ມ.”

XS
SM
MD
LG