ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການເສຍຊີວິດຢ່າງກະທັນຫັນ ຍ້ອນໂຣກຫົວໃຈ ສາມາດປ້ອງກັນໄດ້ (ເບິ່ງວີດີໂອລາວ/ອັງກິດ)


ຄົນເຈັບຄົນນຶ່ງ ກໍາລັງຢູ່ໃນຂັ້ນຕອນການກວດວັດແທກເບິ່ງຈັງຫວະການເຕັ້ນຂອງຫົວໃຈ ເພື່ອປ້ອງກັນ ບໍ່ໃຫ້ເກີດອາການຫົວໃຈຢຸດເຕັ້ນຢ່າງກະທັນຫັນ
ຄົນເຈັບຄົນນຶ່ງ ກໍາລັງຢູ່ໃນຂັ້ນຕອນການກວດວັດແທກເບິ່ງຈັງຫວະການເຕັ້ນຂອງຫົວໃຈ ເພື່ອປ້ອງກັນ ບໍ່ໃຫ້ເກີດອາການຫົວໃຈຢຸດເຕັ້ນຢ່າງກະທັນຫັນ

ມີຫລັກຖານທາງການແພດອັນໃໝ່ ທີ່ສະແດງໃຫ້ເຫັນວ່າ ຜູ້ຍິງທີ່ບໍ່ສູບຢາ ແລະຮັກສານໍ້າ ໜັກໃຫ້ຢູ່ໃນລະດັບທີ່ພາໃຫ້ມີສຸຂະພາບສົມບູນ ໂດຍການເລືອກກິນອາຫານແບບຂະລໍາ ແລະອອກກໍາລັງກາຍນັ້ນ ຈະສາມາດຫລຸດລະດັບຄວາມສ່ຽງໃນການຕາຍ ຍ້ອນອາການ ຫົວໃຈຢຸດ​ເຕ້ນຢ່າງກະທັນຫັນລົງໄດ້ ຫລາຍກວ່າ 90%. ຜົນຂອງການຄົ້ນຄວ້ານີ້ ເບິ່ງຄືວ່າ ມັນຈະແຈ້ງ​ເຂົ້າ​ໃຈ​ໄດ້​ງ່າຍ ແຕ່ວ່າສໍາລັບຫລາຍໆ ຄົນແລ້ວ ມັນບໍ່ເປັນດັ່ງນັ້ນ. ນາງ Carol Pearson, ຜູ້ສື່ຂ່າວວີໂອເອ ມີລາຍລະອຽດເລື້ອງນີ້ ຊຶ່ງວັນນະສອນຈະນໍາມາສະເໜີທ່ານ.

ອາການຫົວໃຈຢຸດ​ເຕັ້ນຢ່າງກະທັນຫັນ ສາມາດເກີດຂຶ້ນກັບທຸກໆຄົນ​ໄດ້-ບໍ່ວ່າຈະໜຸ່ມ ຫລື
ເຖົ້າກໍເປັນຄືກັນ. ມັນບໍ່ແມ່ນໂຣກຫົວໃຈວາຍ ແຕ່ວ່າ ມັນເປັນບັນຫາທີ່ເກີດຂຶ້ນແບບເປັນໄປ
ໃນຕົວຂອງມັນເອງ ທີ່​ພາຫົວໃຈຢຸດເຕັ້ນໃນທັນທີທັນໃດ ​ແບບ​ເຄື່ອງ​ຈັກ​ຢຸດ​ເດີນ​ກະທັນຫັນ
​ນັ້ນ. ຖ້າຫາກບໍ່​ໄດ້​ຮັບ​ການ​ປິ່ນປົວແບບສຸກເສີນແລ້ວ ຜູ້​ຄົນ​ສ່ວນ​ໃຫຍ່ ທີ່ປະສົບກັບ​ອາການ
​ແບບນີ້ ​ແມ່ນຈະເສຍຊີວິດພາຍໃນບໍ່ເທົ່າໃດນາທີ.

ໂຣກຫົວໃຈແມ່ນສາເຫດຕົ້ນຕໍ ທີ່ພາໃຫ້ຫົວໃຈຢຸດເຕັ້ນໃນທັນທີທັນໃດ. ການເຕັ້ນຂອງຫົວ
ໃຈແບບຜິດປົກກະຕິ ກໍພາໃຫ້ມີຄວາມສ່ຽງສູງໃນການເປັນໂຣກນີ້ ອາຍຸກໍເປັນອີກປັດ​ໃຈນຶ່ງ.

ພາບກຣາບຟິກສະແດງໃຫ້ເຫັນຈັງຫວະຂອງການເຕັ້ນ ຂອງຫົວໃຈຂອງຄົນເຈັບຜູ້ນຶ່ງທີ່ກໍາລັງມີອາການຫົວໃຈ ຢຸດເຕັ້ນຢ່າງກະທັນຫັນ
ພາບກຣາບຟິກສະແດງໃຫ້ເຫັນຈັງຫວະຂອງການເຕັ້ນ ຂອງຫົວໃຈຂອງຄົນເຈັບຜູ້ນຶ່ງທີ່ກໍາລັງມີອາການຫົວໃຈ ຢຸດເຕັ້ນຢ່າງກະທັນຫັນ

ອາການອ້ວນພີຈົນເກີນໄປ ແລະການບໍ່ອອກ
ກໍາລັງກາຍ ກໍເປັນປະເດັນທີ່ພາໃຫ້ເປັນໂຣກ
ນີ້​ໄດ້ເຊັ່ນກັນ.

ເຖິງແມ່ນວ່າ ຜູ້ຍິງກໍປະເຊີນກັບຄວາມສ່ຽງ
ເຊັ່ນດຽວກັນກັບຜູ້ຊາຍ ໃນການເປັນໂຣກ
ຫົວໃຈນັ້ນ ແຕ່ພວກເຂົາເຈົ້າມັກຈະຊັກຊ້າ
ຫລາຍກ່ວາ​ຜູ້​ຊາຍ ໃນການຕິດຕໍ່ຫາໝໍ ຫລື
ໄປຫາຫ້ອງສຸກເສີນເພື່ອປິ່ນປົວ.

ທ່ານນາງ ສະເຕັບຟານີ ຄິວ​ວີ, ນັກຄົ້ນຄວ້າ
ທີ່ໂຮງໝໍ Brigham ແລະຜູ້ຍິງ ທີ່ເມືອງ
ບັອສເຕິນ ລັດ​ແມ​ສຊາ​ຈູ​ແຊ​ສ ​ແລະເປັນຜູ້
ຮ່ວມຂຽນບົດຄົ້ນຄວ້າ ທີ່ໄດ້ຕິດຕາມເບິ່ງສຸຂະພາບຂອງ​ແມ່ຍິງ 80,000 ຄົນ ເປັນເວລາ
26 ປີ ກ່າວວ່າ:
"ເປົ້າໝາຍຂອງການສຶກສາຄົ້ນຄວ້າຂອງພວກເຮົາກໍຄື ເພື່ອກວດເບິ່ງບັນຫາການ
ເສຍຊີວິດ ຍ້ອນອາການຫົວໃຈຢຸດເຕັ້ນຢ່າງກະທັນຫັນ ທີ່ອາດມີສາເຫດມາຈາກນິ
ໃສ ຫລືແບບແຜນ​ການດໍາລົງຊີວິດ ທີ່ບໍ່ຄໍານຶງເຖິງເລື້ອງສຸຂະພາບ."

ຄລິກບ່ອນນີ້ ເພື່ອເບິ່ງວີດິໂອ ພາສາລາວ

ຜູ້ເຂົ້າຮ່ວມໃນການສຶກສາຄົ້ນຄວ້າ ລາຍງານ​ໃຫ້​ຊາບກ່ຽວກັບນິໃສ​ໃນ ການສູບຢາ, ການ
ອອກກໍາລັງກາຍ ແລະການກິນອາຫານຂອງ​ເຂົາ​ເຈົ້າ. ໃນບັນດາແມ່ຍິງທີ່ອາສາສະມັກເຂົ້າ ຮ່ວມໃນການສຶກສາຄົ້ນຄວ້ານີ້ ຈໍານວນ​ນນຶ່ງ​ແມ່ນກໍ​ເຄີຍເປັນໂຣກຫົວໃຈມາ​ກ່ອນ. ສ່ວນຜູ້
ອື່ນໆ ນັ້ນ ແມ່ນບໍ່ເປັນ. ທ່ານນາງ Chiuve ເວົ້າວ່າ ຜົນການສຶກສາຄົ້ນຄວ້າ ແມ່ນສະໝໍ່າ
ສະເໝີ​ໃນທັງສອງກຸ່ມ ຊື່​ງທ່ານ​ນາງ​ອະທິບາຍ​ວ່າ:

"ໃນຈໍານວນຜູ້ຍິງພວກນີ້, ປະມານ 81% ຂອງການເສຍຊີວິດຍ້ອນຫົວໃຈຢຸດ​ເຕັ້ນ
​ຢ່າງກະທັນຫັນ ອາດສາມາດປ້ອງກັນໄດ້ ຖ້າຫາກວ່າພວກຜູ້ຍິງເຫລົ່ານັ້ນ ໄດ້ປະ
ຕິບັດຕາມແບບແຜນດໍາລົງຊີວິດທີ່ຄໍານຶງເຖິງສຸຂະພາບຢູ່ສະເໝີ."


​ແຕ່​ວ່າ ການສຶກສາຄົ້ນຄວ້າໄດ້ພົບວ່າ ພວກຜູ້ຍິງທີ່ໄດ້ຮັກສານໍ້າໜັກ ໃຫ້ຢູ່ໃນເກນທີ່ພາໃຫ້
ມີສຸຂະພາບດີ ແລະອອກກໍາລັງກາຍຢູ່ສະເໝີ, ແລະກໍບໍ່ສູບຢານໍານັ້ນ ແມ່ນ​ໄດ້ຫລຸດຜ່ອນ
ຄວາມສ່ຽງຕໍ່ການເປັນໂຣກຫົວໃຈວາຍ ຫລືຢຸດ​ທໍາ​ງານ​ຢ່າງ​ກະທັນຫັນໄດ້ຫລາຍ​ກ່ວາ​ນັ້ນ
​ອີກ ຄືຫລາຍ​ເຖິງ 92%.

ຄໍາເຕືອນນີ້ແມ່ນຈະແຈ້ງ ຄື​ເຮົາ​ຄວນກິນໝາກໄມ້ແລະຜັກໃຫ້ຫລາຍໆ -ແລະອອກກໍາລັງ
ກາຍໃຫ້​ຫລາຍໆ. ພວກທ່ານໝໍສ່ວນຫລາຍແນະນໍາວ່າ ໃຫ້ກິນອາຫານພວກນີ້ ໃນລະ
ຫວ່າງ 5 ຫາ 9 ຄໍາ ຕໍ່ມື້.

ແລະສໍາລັບການອອກກໍາລັງກາຍນັ້ນ ນັກຊ່ຽວຊານດ້ານຫົວໃຈທ່ານນຶ່ງ ເວົ້າວ່າ ຈະເປັນ
ປະເພດໃດກໍດີທັງນັ້ນ. ທ່ານກ່າວດັ່ງນີ້:

"ກິດຈະກໍາບາງຢ່າງບໍ່ຈໍາເປັນຈະຕ້ອງແມ່ນໂຄງການອອກກໍາລັງກາຍ ​ເປັນ​ປະ​ຈໍ​າ
ສະເໝີໄປ. ຂໍພຽງແຕ່ບໍ່ແມ່ນການນັ່ງຢູ່ກັບ​ບ່ອນເທົ່ານັ້ນກໍພໍ. ມີການສຶກສາຄົ້ນ
ຄວ້າທີ່ສະແດງໃຫ້ເຫັນວ່າ ທ່ານໄດ້ຈະຮັບປະໂຫຍດ ທີ່​ໄດ້​ຮັບຈາກການອອກກໍາ
ລັງກາຍນັ້ນ ຢ່າງຫລວງຫລາຍ ໂດຍການລຸກ​ຂຶ້ນ​ຢືນ ລຸກ​ຂຶ້ນຍ່າງ ແລະບໍ່ນັ່ງຢູ່
ຕັ່ງນັ້ນ."

ຢູ່ໃນສະຫະລັດ, ໂຣກຫົວໃຈວາຍ ຫລືຫົວໃຈຢຸດ​ທໍາ​ງານຢ່າງກະທັນຫັນ ເຮັດໃຫ້ຄົນເສຍຊີ
ວິດຫລາຍກວ່າ 3 ແສນຄົນໃນແຕ່ລະປີ. ອົງການອະນາໄມໂລກລາຍງານວ່າ ໂຣກຫົວໃຈ
ກວາມເອົາກໍລະນີການຕາຍ ຫລາຍກວ່າ 15 ລ້ານລາຍ ຫລືປະມານ 30% ຂອງກໍລະນີ
ຄົນຕາຍໃນຈໍານວນທົ່ວໂລກໃນແຕ່ລະປີ. ຖ້າຫາກໂຄງການລິເລີ້ມດ້ານສາທາລະນະສຸກ
ຕ່າງໆ ຫາກທໍາງານເພື່ອຫລຸດຜ່ອນ ປະເດັນຄວາມສ່ຽງ ໃນການເປັນໂຣກຫົວໃຈ, ພວກ
ທ່ານໝໍເວົ້າວ່າ ຈໍານວນຄົນຕາຍຍ້ອນການເປັນໂຣກຫົວໃຈແບບກະທັນຫັນ ແລະອາການ
ໂຣກຫົວໃຈອັນອື່ນ ກໍຄວນຈະຫລຸດລົງເຊັ່ນກັນ.

ລາຍ​ງານ​ນີ້​ຖືກ​ພິມ​ອອກ​ເຜີຍ​ແຜ່ ​ໃນ​ວາລະສານຂອງ​ສະມາຄົມ​ການ​ແພດ​ອາ​ເມຣິກັນ.

XS
SM
MD
LG