ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສົນທະນາລະດັບສູງ ດ້ານການຄ້າ ລະຫວ່າງ ສະຫະລັດ ແລະ​ ຈີນ ຈະມີຂື້ນໃນອາທິດນີ້

ແຟ້ມພາບ - ທ່ານນາງ ເຈເນັດ ເຢລເລັນ (Janet Yellen), ຊ້າຍ, ຈັບມືກັບ ຮອງນາຍົກລັດຖະມົນຕີຈີນ ທ່ານຮີ ລີເຟັງ (He Lifeng) ໃນລະຫວ່າງການປະຊຸມທີ່ເຮືອນຮັບແຂກຂອງລັດ Diaoyutai ໃນນະຄອນຫຼວງປັກກິ່ງ ຂອງຈີນ ວັນທີ 8 ກໍລະກົດ 2023. ທ່ານນາງ ເຢລເລັນ ຈະເປັນເຈົ້າພາບການເຈລະຈາ ກັບທ່ານຮີ ສອງມື້ ໃນອາທິດນີ້.

ລັດຖະມົນຕີກະຊວງການເງິນ ທ່ານນາງ ເຈເນັດ ເຢລເລັນ (Janet Yellen) ຈະພົບປະກັບຮອງນາຍົກລັດຖະມົນຕີຈີນ ທ່ານຮີ ລີຟົງ (He Lifeng) ສໍາລັບການເຈລະຈາ ໃນວັນພະຫັດ ແລະວັນສຸກ ເພື່ອສືບຕໍ່ການສ້າງສາຍພົວພັນຢ່າງລະມັດລະວັງ ກ່ຽວກັບການຄ້າ ລະຫວ່າງສອງປະເທດທີ່ມີເສດຖະກິດທີ່ໃຫຍ່ທີ່ສຸດໃນໂລກ.

ການ​ພົບ​ປະ​ຄັ້ງ​ນີ້ ເຊິ່ງ​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນແຊນ ຟຣານຊິສໂກ (San Francisco) ແມ່ນມີ​ຂຶ້ນ​ກ່ອນ​ການ​ພົບ​ປະ​ທີ່​ຄາດ​ໄວ້ ​ລະຫວ່າງ​ປະທານາທິບໍດີ ໂຈ ໄບເດັນ ​ແລະ ປະທານປະເທດຈີນ ທ່ານ ສີ ຈິ້ນຜິງ ​ໃນ​ທ້າຍ​ເດືອນ​ນີ້ ຢູ່​ທີ່ກອງປະຊຸມ​ການ​ຮ່ວມ​ມື​ທາງເສດຖະກິດ​ເຂດເອເຊຍ - ປາຊີ​ຟິກ ຫຼື APEC.

​ຕະຫຼອດທັງປີນີ້, ​ເຈົ້າ​ໜ້າ​ທີ່​ສະຫະລັດ ​ໄດ້​ເຮັດ​ວຽກ​ເພື່ອ​ປັບປຸງສາຍ​ພົວພັນ​ທາງດ້ານ​ການ​ຄ້າ ​ແລະ​ສາຍ​ພົວພັນດ້ານ​ອື່ນໆ ​ລະຫວ່າງ​ຈີນ​ກັບສະຫະລັດ.

ທ່ານນາງ ເຢລເລັນ ແລະ​ເຈົ້າ​ໜ້າ​ທີ່​ບໍລິຫານ​ຂັ້ນ​ສູງທ່ານ​ອື່ນໆ ​ໄດ້​ໄປ​ຢ້ຽມຢາມ​ຈີນ. ໃນເດືອນກັນຍາ, ທ່ານນາງ ເຢລເລັນ ແລະ ທ່ານຮີ ໄດ້ສ້າງຕັ້ງ "ຄະນະປະຕິບັດງານ" ຂຶ້ນ ສອງຄະນະ ໂດຍມີຈຸດປະສົງເພື່ອໃຫ້ລັດຖະບານທັງສອງປະເທດມີສ່ວນຮ່ວມໃນການປຶກສາຫາລື ກ່ຽວກັບນະໂຍບາຍເສດຖະກິດ ແລະການເງິນ. ຄະນະ​ປະຕິບັດງານດັ່ງກ່າວ ​ຈະ​ພົບ​ປະ​ກັນ​ອີກຄັ້ງ ​ໃນ​ອາທິດ​ນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG