ສານສູງສຸດຂອງສະຫະລັດ ໃນວັນພະຫັດວານນີ້ ໄດ້ປະຕິເສດຕໍ່ການຮ້ອງຂໍຂອງອະດີດປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ເພື່ອໃຫ້ເຂົ້າໄປຕໍ່ສູ້ທາງດ້ານກົດໝາຍ ກ່ຽວກັບການທີ່ອົງການສັນຕິບານກາງຫຼື FBI ເຂົ້າໄປກວດຄົ້ນບ້ານພັກທີ່ລັດຟລໍຣິດາຂອງທ່ານ.
ກະຊວງຍຸຕິທຳບໍ່ໄດ້ໃຫ້ຄວາມເຫັນໃດໆ ກ່ຽວກັບການປະຕິເສດຕໍ່ການຮ້ອງຂໍແບບສຸກເສີນຂອງທ່ານທຣຳ.
ທ່ານທຣຳໄດ້ກົດດັນຕໍ່ສານສູງສຸດ ກ່ຽວກັບບັນຫາທີ່ພົວພັນກັບເອກກະສານລັບທີ່ຖືກຢຶດໃນລະຫວ່າງການກວດຄົ້ນບ້ານພັກມາ-ອາ-ລາໂກ ຊຶ່ງໄດ້ຮັບອະນຸຍາດຈາກຜູ້ພິພາກສາຂອງລັດຖະບານກາງ.
ຄະນະທີມງານຂອງທ່ານທຣຳໄດ້ຮ້ອງຂໍໃຫ້ບັນດາຜູ້ພິພາກສາ ຕ່າວປີ້ນການຕັດສິນຂອງສານຊັ້ນຕົ້ນ ແລະອະນຸຍາດໃຫ້ຜູ້ພິພາກສາອິດສະຫຼະຫຼືຜູ້ກວດກາພິເສດ ທົບທວນເບິ່ງເອກກະສານປະມານ 100 ສະບັບ ທີ່ມີເຄື່ອງໝາຍວ່າເປັນເອກກະສານລັບ ທີ່ໄດ້ຖືກຢຶດໄປໃນການກວດຄົ້ນບ້ານພັກມາ-ອາ-ລາໂກ ເມື່ອວັນທີ 8 ສິງຫາຜ່ານມາ.
ຄະນະຜູ້ພິພາກສາ 3 ທ່ານ ຈາກສານອຸທອນເຂດ 11 ຂອງສະຫະລັດ ທີ່ມີສຳນັກງານຢູ່ນະຄອນແອັດແລນຕາ ໃນເດືອນແລ້ວນີ້ ໄດ້ຈຳກັດຂອບເຂດໃນການທົບທວນຂອງຜູ້ກວດກາພິເສດ ກ່ຽວກັບເອກກະສານສ່ວນໃຫຍ່ ທີ່ບໍ່ແມ່ນເອກກະສານລັບ. ຜູ້ພິພາກສາ ຮວມທັງສອງທ່ານ ທີ່ຖືກແຕ່ງຕັ້ງໂດຍທ່ານທຣຳ ໄດ້ເຂົ້າຂ້າງກະຊວງຍຸຕິທຳ ໂດຍໄດ້ໂຕ້ແຍ້ງວ່າ ບໍ່ມີພື້ນຖານທາງກົດໝາຍໃດໆ ສຳລັບຜູ້ກວດກາພິເສດ ທີ່ຈະມາທຳການທົບທວນເບິ່ງບັນທຶກເອກກະສານລັບ.
ແຕ່ພວກທະນາຍຄວາມຂອງທ່ານທຣຳ ກ່າວຢູ່ໃນຄຳຮ້ອງໄປຫາສານສູງສຸດວ່າ ມັນເປັນສິ່ງຈຳເປັນທີ່ຜູ້ກວດກາພິເສດ ຕ້ອງໄດ້ທຳການທົບທວນເບິ່ງບັນທຶກເອກກະສານລັບເພື່ອ “ພິຈາລະນາວ່າເອກກະສານທີ່ຖືກໝາຍວ່າເປັນເອກກະສານລັບນັ້ນ ຄວາມຈິງແລ້ວແມ່ນເອກກະສານລັບແທ້ຫຼືບໍ່ ແລະມັນບໍ່ສຳຄັນກ່ຽວກັບການໝາຍ ແຕ່ປະຫວັດເຫຼົ່ານັ້ນເປັນປະຫວັດສ່ວນຕົວຂອງປະທານາທິບໍດີຫຼືບໍ່.”
ກະຊວງຍຸຕິທຳຂອງສະຫະລັດກ່າວໃນຄຳຮ້ອງຕໍ່ສານສູງສຸດກ່ຽວກັບການຮ້ອງຂໍຂອງທ່ານທຣຳນັ້ນວ່າ ບໍ່ມີພື້ນຖານທາງດ້ານກົດໝາຍ.
ອົງການສັນຕິບານກາງຫຼື ສະຫະລັດ FBI ຂອງສະຫະລັດ ໄດ້ຢຶດເອົາເອກກະສານປະມານ 11,000 ສະບັບ ຮວມທັງ 100 ສະບັບທີ່ມີເຄື່ອງໝາຍວ່າເປັນເອກກະສານລັບ ໃນລະຫວ່າງການກວດຄົ້ນດັ່ງກ່າວ. ຄະນະທີມງານຂອງທ່ານທຣຳໄດ້ຮ້ອງຂໍໃຫ້ຜູ້ພິພາກສາໃນລັດຟລໍຣິດາ ອາຍລີນ ແຄນນອນ ແຕ່ງຕັ້ງຜູ້ກວດກາພິເສດ ເພື່ອທຳການທົບທວນເບິ່ງເອກກະສານເຫຼົ່ານັ້ນຢ່າງເປັນອິດສະຫຼະ.