ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈຳນວນປະຊາຊົນ ສະຫະລັດ ບໍ່ມີທີ່ຢູ່ອາໄສເພີ່ມຂຶ້ນ ຍ້ອນຄ່າໃຊ້ຈ່າຍສູງ ໃນຕົວເມືອງຕ່າງໆ


Many US Cities With High Rents See High Homeless Population
please wait

No media source currently available

0:00 0:02:11 0:00

ການບໍ່ມີທີ່ຢູ່ອາໄສ ແມ່ນກຳລັງມີເພີ່ມຂຶ້ນໃນນະຄອນ Los Angeles ແລະ ສັນຍານ
ດັ່ງກ່າວ ແມ່ນເຫັນໄດ້ຢ່າງຊັດເຈນ. ຈາກຕູບຜ້າຢູ່ກ້ອງຂົວທາງຫຼວງ ແລະ ລໍ້ຮ້ານຂາຍ
ເຄື່ອງຢູ່ມູມຂອງຖະໜົນ, ຫາປະຊາ ຊົນຂໍທານຢູ່ນອກຮ້ານອາຫານຈານດ່ວນ, ຈຳນວນປະຊາຊົນຜູ້ທີ່ບໍ່ມີທີ່ຢູ່ອາໄສໃນເຂດນະຄອນ Los Angeles ໄດ້ເພີ່ມຂຶ້ນ 23 ເປີເຊັນ,
ຫາເກືອບ 58,000 ຄົນ. ມັນແມ່ນຊີວິດທີ່ນາງ Destiny Prescott ຮູ້ດີທີ່ສຸດ.

ນາງ Prescott ຈື່ໄດ້ວ່າ “ຂ້າພະເຈົ້າໄດ້ນອນຢູ່ໃນລົດ, ຂ້າພະເຈົ້າໄດ້ນອນຢູ່ຫາດຊາຍ,
ຖືພາ. ໃນເວລານັ້ນຂ້າພະເຈົ້າຖືພາໄດ້ 4 ເດືອນ.”
ລາວໄດ້ເຕີບໃຫຍ່ຂຶ້ນມາໃນບ້ານທີ່ບໍ່
ມີຄວາມໝັ້ນຄົງ ແລະ ຈົບລົງດ້ວຍການເສບຢາເສບຕິດ ແລະ ຕິດເຫຼົ້າ, ແລ້ວລາວກໍສູນ
ເສຍວຽກ ແລະ ບ້ານຂອງລາວໄປ.

ການຕິດຢາເສບຕິດແມ່ນສາເຫດໜຶ່ງຂອງການບໍ່ມີທີ່ຢູ່ອາໄສ. ສາເຫດ ອື່ນໆລວມມີ
ການທຳຮ້າຍຮ່າງກາຍຂອງຄົນໃນຄອບຄົວ, ພິການທາງຈິດ ແລະ ຮ່າງກາຍ. ແນວໃດ
ກໍຕາມ, ສາເຫດທີ່ໃຫຍ່ກວ່ານັ້ນ ແມ່ນຍ້ອນບັນຫາທາງເສດຖະກິດ. ທ່ານ Peter Lynn ກຳມະການບໍລິຫານ ອົງການບໍລິການຜູ້ບໍ່ມີທີ່ຢູ່ອາໄສ ນະຄອນ Los Angeles ໄດ້ກ່າວ
ວ່າ ສິ່ງດັ່ງກ່າວນີ້ມີຂຶ້ນເມື່ອຕະຫຼາດເຊົ່າເຮືອນທີ່ເຂັ້ມງວດໄດ້ພັດທະນາຂຶ້ນ ໃນເມືອງທີ່
ມີອັດຕາທີ່ມີຄວາມທຸກຍາກສູງຢູ່ແລ້ວ.

ທ່ານ Lynn ໄດ້ກ່າວວ່າ “ໃນະຂະນະທີ່ເສດຖະກິດໄດ້ຂະຫຍາຍຕົວ, ມັນກໍຈະມີອຳ
ນາດການໃຊ້ຈ່າຍເພີ່ມຂຶ້ນ ເຂົ້າໃນຕະຫຼາດເຊົ່າເຮືອນ, ແລະ ຫຼາຍຄົນກໍຈະອອກໄປອີກ
ເມື່ອຄ່າເຊົ່າແພງຂຶ້ນ. ຄ່າເຊົ່າເຮືອນໄດ້ເພີ່ມສູງຂຶ້ນ 100, 200 ໂດລາຕໍ່ເດືອນ. ບໍ່ມີ
ລາຍໄດ້ຂອງຜູ້ໃດຈະຕິດຕາມທັນລະດັບນັ້ນ.”

ຂໍ້ມູນຈາກກະຊວງພັດທະນາ ທີ່ຢູ່ອາໄສ ແລະ ຕົວເມືອງສຳລັບປີ 2015-2016 ໄດ້ລະ
ບຸວ່າ ມີການຫຼຸດລົງຂອງການບໍ່ມີທີ່ຢູ່ອາໄສ 3 ເປີເຊັນໃນທົ່ວປະເທດ, ແຕ່ໃນເວລາດຽວ
ກັນ, ຈຳນວນຂອງປະຊາຊົນທີ່ບໍ່ມີບ່ອນຢູ່ອາໄສແມ່ນໄດ້ເພີ່ມຂຶ້ນໃນ 13 ລັດຂອງທັງ
ໝົດ 50 ລັດ ແລະ ໃນນະຄອນຫຼວງ ວໍຊິງຕັນ, ເຊິ່ງເປັນນະຄອນຫຼວງຂອງປະເທດ.

ລັດຄາລິຟໍເນຍ ແມ່ນໜຶ່ງໃນບັນດາ 13 ​ລັດນັ້ນ, ແລະ ມັນແມ່ນລັດໜຶ່ງທີ່ມີປະຊາກອນ
ທີ່ບໍ່ມີບ່ອນຢູ່ອາໄສສູງທີ່ສຸດໃນປະເທດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG