ຄ່າໃຊ້ຈ່າຍສູງເປັນສາເຫດສຳຄັນປະການນຶ່ງ ທີ່ເກີດໃຫ້ນັກທ່ອງທ່ຽວຊາວຕ່າງຊາດ
ເດີີນທາງເຂົ້າມາໃນລາວລົດລົງຢ່າງຕໍ່ເນື່ອງ ທັງຍັງເປັນຄ່າໃຊ້ຈ່າຍທີສູງກວ່າທຸກ
ປະເທດໃນເຂດລຸ່ມແມ່ນໍ້າຂອງອີກດ້ວຍ.“
ທ່ານສູນ ມະນີວົງ ຫົວໜ້າກົມໂຄສະນາ ແລະສົ່ງເສີມການທ່ອງທ່ຽວ ໃນສັງກັດກະຊວງ
ຖະແຫລງຂ່າວ ວັດທະນາທຳ ແລະທ່ອງທ່ຽວ ໃຫ້ການຢືນຢັນວ່າການມີຄ່າໃຊ້ຈ່າຍຕ່າງໆ
ທີ່ສູງກວ່າທຸກປະເທດທີ່ຢູ່ໃນເຂດລຸ່ມແມ່ນໍ້າຂອງດ້ວຍກັນ ເປັນສາເຫດທີ່ສຳຄັນປະກນນຶ່ງ
ທີ່ເຮັດໃຫ້ນັກທ່ອງທ່ຽວຊາວຕ່າງຊາດ ເດີນທາງເຂົ້້າມາໃນລາວລົດລົງຢ່າງຕໍ່ເນື່ອງໂດຍ
ສະເພາະ ຄ່າຄອງຊີບ ຄ່າເດີນທາງ ຄາ ທຳທຳນຽມ ແລະຄ່າບໍລິການຕ່າງໆນັ້ນ ດັ່ງທີ່
ທ່ານສູນ ໄດ້ໃຫ້ການຢືນຢັນວ່າ.
“ລາຍການທ່ອງທ່ຽວຄັນແມ່ນໄປທ່ອງທ່ຽວຫວຽດນາມໄດ້ 4 ວັນ 5 ຄືນ ມາທ່ຽວບ້ານ
ເຮົາໄດ້ແຕ່ 2 ວັນ 3 ຄືນ ອາຫານກະແພງ ເຝີຖ້ວຍນຶ່ງບ້ານເຮົາ 20,000 ຫລືວ່າ
25,000 ບາດເຝີຢູ່ໄທມີ 30 ບາດ ນອກຈາກນັ້ນຄັນໄປເຂົ້າຮ້ານອາຫານແພງ ອັນທີ
2 ມາຄ່າຂົນສົ່ງ ຫລາຍຄົນເຂົາກະເວົ້າປີ້ຍົນໄປວຽງຈັນ ບາງກອກມີແຕ່ 2,000 ບາດ
ບາດໄປວຽງຈັນຫລວງພະບາງຂຶ້ນ 6 ແສນປາຍ ຄັນໄປປາກເຊກໍລ້ານປາຍ ບາດ
ນີ້ຖ້າເຂົ້າແຫລ່ງທ່ອງທ່ຽວເປັນບັນຫານຶ່ງຄືກັນ ບັນດານັກທ່ອງທ່ຽວທີ່ມາລາວເຂົາ
ມາເຈີ້ບັນຫາ ໄປວັດພູແພງ ແລະຄອນພະເພງກໍແພງຄ່າເຂົ້າຊົມ ກະທົບອີຫລືຕົວ
ນີ້ເດ້ ເຂົາຕ້ອງຮັບຮູ້ຄວາມເປັນຈິງເອົາເອງ ເຮົາສິແກ້ໄຂກັນແນວໃດ."
ໂດຍໃນລະຍະ 6 ເດືອນທຳອິດຂອງປີ 2017 ຊາວຕ່າງຊາດໄດ້ເດີນທາງເຂົ້າມາທ່ອງ
ທ່ຽວໃນລາວລົດລົງເຖິງ 12% ທຽບໃສ່ລະຍະດຽວກັນໃນປີ 2016 ໂດຍສະເພາະແມ່ນ
ນັກທ່ອງທ່ຽວຈາກປະເທດສະມາຊິກໃນອາຊຽນດ້ວຍກັນນັ້ນຖືເປັນນັກກຸ່ນັກທ່ອງທ່ຽວ
ທີ່ເດີນທາງເຂົ້າມາໃນລາວລົດລົງຫລາຍທີ່ສຸດ ແລະຖ້າຫາກວ່າສະພາຍການຍັງຄົງດຳ
ເນີນໄປໃນທິດດັ່ງກ່າວນີຕໍ່ໄປຍັງເຮັດໃຫຄາດ ໝາຍໄດ້ວ່າຈຳນວນນັກທ່ອງທ່ຽວຊາວ
ຕ່າງຊາດ ທີ່ຈະເດີນທາງເຂົ້າມາໃນລາວໃນຕະຫລອດປີ 2017 ນີ້ຈະໜ້ອຍກວ່າໃນ
ຊ່ວງປີ 2016 ຢ່າງແນ່ນອນ.
ທັ້ງນີ້ເພື່ອຫລຸດຜ່ອນຜົນກະທົບທີຈະເກີດຂຶ້ນດັ່ງກ່າວ ທ່ານບໍ່ແສງຄຳ ວົງດາຣາ ລັດຖະ
ມົນຕີວ່າການກະຊວງຖະແຫລງຂ່າວ ວັດທະນາທຳ ແລະທ່ອງທ່ຽວ ຢືນຢັນວ່າ ລັດຖະ
ບານລາວ ຈະປະກາດເປິດ ແລະເລີ້ມການຈັດຕັ້ງປະຕິບັດປີການທ່ອງທ່ຽງລາວປີ 2018
ໃນໂອກາດດຽວກັນກັບງານບຸນນະມັດສະການພະທາດຫລຼວງປີ 2017 ທີ່ຈະເລີ້ມຂຶ້ນ
ຢ່າງເປັນທາງການໃນວັນທີ 28 ຕຸລາ ນີ້ ໂດຍຈະເຊີນບັນດາສື່ມວນຊົນ ແລະແຂກຕ່າງ
ປະເທດທັງໃນອາຊຽນ ແລະພູມີພາກອື່ນໆ ຈາກທົ່ວໂລກເພື່ອເຂົ້າຮ່ວມໃນພິທີດ້ວຍ ຊຶ່ງ
ຕໍ່ກໍລະນີດັ່ງກ່າວນີ້ ທາງການລາວກໍໄດ້ຮຽກຮ້ອງຕໍ່ລັດຖະບານຂອງບັນດາປະເທດໃນ
ອາຊຽນດ້ວຍກັນ ເພື່ອຂໍໃຫ້ມີການສົ່ງເສີມພົນລະເມືອງໃນປະເທດຂອງຕົນວໃຫ້ເດີນ
ທາງເຂົ້າມາທ່ອງທ່ຽວໃນລສາວເພີ້ມຂຶ້ນ ໂດຍສະເພາະແມ່ນປະເທດທີ່ຢູ່ໃນລຸ່ມແມ່ນໍ້າ
ຂອງດ້ວຍກັນນັ້ນ.
ທ່ານບໍ່ແສງຄຳ ຢືນຢັນດ້ວຍວ່າເປັນເປົ້າໝາຍສຳຄັນໃນການພັດທະນາການທ່ອງທ່ຽວ
ໃນລາວໃນປັດຈຸບັນ ຄືການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານທຸກດ້ານ
ເພື່ອເຮັດໃຫ້ອາຊຽນເປັນຈຸດໝາຍປາຍທາງດຽວກັນສຳລັບບັນດານັກທ່ອງທ່ຽວຈາກ
ພູມີພາກອື່ນໆໃຫ້ໄດ້ຢ່າງເປັນຮູບປະກອບພາຍໃນປີ 2025 ດ້ວຍການເສີມຂະຫຍາຍ
ການຮ່ວມມື່ຢ່າງເຂັ້ມແຂງ ແລະໃກ້ຊິດ.
ທາງດ້ານສະມາຄົມວິໃຈການທ່ອງທ່ຽວອາຊຽນ (ATRA) ລາຍງານວ່າລາຍຮັບໃນການທ່ອງທ່ຽວຂອງລາວໃນປັດຈຸບັນຍັງມີລາຍຮັບຕໍ່າກວ່າອັດຕາສະເຫລ່ຍໃນກຸ່ມອາຊຽນດ້ວຍກັນ ກໍຄືໃນຂະນະທີ່ລາຍຮັບການທ່ອງທ່ຽວຂອງອາຊຽນຢູ່ທີ່ອັດຕາສະເຫລ່ຍ
12% ຂອງຍອດພະລິດກັບຮວມພາຍໃນ (GDP) ຫາກແຕ່ວ່າລາຍຮັບໃນພາກ ການ
ທ່ອງທ່ຽວຂອວງລາວກັບຄິດເປັນອັດຕາສະເຫລ່ຍພຽງ 7% ຂອງ (GDP) ເທົ່ານັ້ນ.
ໂດຍພາຍໃຕ້ສະພາບການດັ່ງກ່າວຈຶ່ງເຮັດໃຫ້ທາງການລາວໄດ້ກຳໜົດແນວທາງແກ້
ໄຂບັນຫາດ້ວຍການນຳເອົາແຜນຍຸດທະສາດການພັດທະນາດ້ານການທ່ອງທ່ຽວຂອງ
ອາຊຽນແຕ່ປີ 2016-2025 ມາປັບໃຊ້ໃນລາວທັງໃນພາກສ່ວນກ່ຽວກັບການຕັດກິດ
ຈະການທ່ອງທ່ຽວ ແລະການສົ່ງເສີມການລົງທືນໃນການບໍລິການ ແລະທ່ອງທ່ຽວຢ່າງ
ຄົບວົງຈອນ.
ທັ້ງນີ້ເປົ້າໝາຍ ສຳຄັນຂອງປີການທ່ອງທ່ຽວລາວ 2018 ກໍຄືການດືງດູດນັກທ່ອງທ່ຽວ
ຊາວຕ່າງຊາດໃຫ້ໃດ້ 5 ລ້ານຄົນ ໂດຍການຈັດກິດຈະກຳ ຕ່າງໆ ທັງໃນ ແລະຕ່າງປະ
ເທດເຊັ່ນ ງານບຸນປະເພນີຕ່າງໆໃນ 18 ແຂວງທົ່ວປະເທດການຈັດຂະບວນຄາລະວານ
ລົດທ່ອງທ່ຽວແຕ່ເໜືອຕະຮອດໃຕ້ ບຸນມະໂຫລານ ການສະແດງສິນລະປະວັດທະນາ
ທຳພື້ນເມືອງບັນດາເຜົ່າ ການແຂ່ງລົດວິບາດ ກິດຈະກຳປີນໜ້າຜາ ການຈັດງານວັນ
ລາວໃນຕ່າງປະເທດເຊັ່ນ ປະເທດໄທ ຫວຽດນາມ ຍີປຸ່ນ ເຢຍຣະມັນ ແລະຝຣັ່ງ ແລະ
ອັງກິດເປັນຕົ້ນ.