ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຫຼາຍ​ຄົນ​ຕັດ​ສິນ​ໃຈ​ຊື້ເຮືອນ ເພາະ​​ຊື້ ຖືກກວ່າ​ ​ເຊົ່າ


ເຮືອນທີ່ປຸກຂຶ້ນມາຂາຍໃໝ່ ຂອງບໍລິສັດທີ່ປຸກເຮືອນຂາຍ.
ເຮືອນທີ່ປຸກຂຶ້ນມາຂາຍໃໝ່ ຂອງບໍລິສັດທີ່ປຸກເຮືອນຂາຍ.

ດັ່ງທີ່ຫຼາຍໆຄົນຮູ້ກັນດີວ່າ ຊ່ວງໄລຍະເວລານີ້ລາຄາເຄື່ອງຂອງທຸກໆຢ່າງແມ່ນແພງຂຶ້ນ, ໃນນັ້ນ ລາຄາເຮືອນກໍແພງຂຶ້ນຫຼາຍ ແມ່ນແຕ່ເຮືອນເຊົ່າກໍແພງ ດອກເບ້ຍເຮືອນກໍຊໍ້າພັດເລີ້ມສູງຂຶ້ນອີກ ຈຶ່ງເຮັດໃຫ້ຫຼາຍຄົນເລີ້ມກັງວົນ.

ປະຊາຊົນອາເມຣິກັນເຊື້ອສາຍລາວທ່ານນຶ່ງ ຕັດສິນໃຈຊື້ເຮືອນໃນຫວ່າງບໍ່ດົນມານີ້ ດ້ວຍເຫດຜົນດັ່ງທີ່ເພິ່ນເລົ່າສູ່ VOA ພາກພາສາລາວຟັງວ່າ:

“ຂ້ອຍຕັດສິນໃຈຫັ້ນບໍ ເພາະວ່າຄ່າເຊົ່າຫັ້ນມັນແພງຫຼາຍ ແລະມີແຕ່ຊິຂຶ້ນອີກ ເພາະວ່າຂ້ອຍເຊົ່າເຮືອນຢູ່ 1,800 1,800 ໂດລາຕໍ່ເດືອນ ເຂົາຊິຂຶ້ນອີກເປັນ 2,200 ໂດລາຕໍ່ເດືອນ ຂ້ອຍກໍເລີຍຕັດສິນໃຈໄປຊື້ເຮືອນ, ມັນກໍເປັນຂອງເຮົາເນາະ ເຮົາເຮັດຫຍັງຢູ່ໃນເຮືອນເຮົາກໍໄດ້ ມັນກໍສະດວກ, ດຽວນີ້ຂ້ອຍກໍດີໃຈຫຼາຍໄດ້ເຮືອນໂຕນີ້ຫັ້ນນະ, ປັດຈຸບັນ ຂ້ອຍຈ່າຍຄ່າເຮືອນຂອງຂ້ອຍ ໜ້ອຍກວ່າຄ່າເຊົ່າ.”

ຢ່າງໃດກໍຕາມ, ໃນຊ່ວງທີ່ຜ່ານມາ ເນື່ອງຈາກຄວາມຕ້ອງການຂອງຕະຫຼາດແມ່ນມີສູງ ຈຶ່ງເຮັດໃຫ້ Home Builder ປຸກເຮືອນໃໝ່ຂຶ້ນມາຫຼາຍ ເພື່ອໃຫ້ຜູ້ຊື້ ສາມາດເຂົ້າມາຊື້ໄດ້ຕາມເວລາ ແລະຄວາມຕ້ອງການ.

ດັ່ງນັ້ນ, ຊ່ວງເວລານີ້ ພວກເຂົາເຈົ້າຈຶ່ງມີມາດຕະການໃໝ່ອອກມາ ເພື່ອເອົາໃຈຜູ້ຊື້ໂດຍເຊັ່ນ ຊ່ວຍຄ່າ Closing cost, ມີ program ຫຼຸດດອກເບ້ຍ ແລະອື່ນໆ ແຕ່ແມ່ນຢູ່ພາຍໃນຊ່ວງໄລຍະເວລາທີ່ກໍານົດເທົ່ານັ້ນ.

XS
SM
MD
LG