ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນ.ຍ.ໄທ ໃຫ້ຄວາມສໍາຄັນຕໍ່ ການສ້າງ ທາງລົດໄຟ ຄວາມໄວສູງ ຈາກຈີນ ຫາ ອາຊຽນ


ທ່ານນາງຍິ່ງລັກ ຊິນນະວັດ (ກາງ) ນາຍົກລັດຖະມົນຕີໄທ ກ່າວຕໍ່ກອງປະຊຸມເສດຖະກິດໂລກ (World Economic Forum) ຄັ້ງທີ 21 ສໍາລັບພາກພື້ນເອເຊຍຕະເວັນອອກ ທີ່ຈັດຂຶ້ນຢູ່ບາງກອກໃນຕົ້ນເດືອນມີຖຸນາ, 2012 ທີ່ຜ່ານມານີ້
ທ່ານນາງຍິ່ງລັກ ຊິນນະວັດ (ກາງ) ນາຍົກລັດຖະມົນຕີໄທ ກ່າວຕໍ່ກອງປະຊຸມເສດຖະກິດໂລກ (World Economic Forum) ຄັ້ງທີ 21 ສໍາລັບພາກພື້ນເອເຊຍຕະເວັນອອກ ທີ່ຈັດຂຶ້ນຢູ່ບາງກອກໃນຕົ້ນເດືອນມີຖຸນາ, 2012 ທີ່ຜ່ານມານີ້

ນາຍົກລັດຖະມົນຕີໄທ ຢືນຢັນວ່າແຜນການກໍ່ສ້າງທາງລົດໄຟຄວາມໄວສູງເຊື່ອມຕໍ່ກັບລາວ ແລະຈີນເປັນໂຄງການ ທີ່ລັດຖະບານໄທໃຫ້ຄວາມສໍາຄັນຢ່າງຍິ່ງ ແລະຈະເລັ່ງດໍາເນີນການ ກໍ່ສ້າງໃຫ້ໄວທີ່ສຸດ.

ທ່ານນາງຍິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີໄທ ໃຫ້ການຢືນຢັນຕໍ່ກອງປະຊຸມເສດ
ຖະກິດໂລກ (World Economic Forum) ຄັ້ງທີ່ 21 ສໍາລັບພາກພື້ນເອເຊຍຕະເວັນ
ອອກ ທີ່ຈັດຂຶ້ນຢູ່ບາງກອກໃນອາທິດທີ່ຜ່ານມານີ້ວ່າ ລັດຖະບານໄທໄດ້ໃຫ້ຄວາມສໍາຄັນ
ຢ່າງຍິ່ງຕໍ່ການເຊື່ອມໂຍງທາງເສດຖະກິດການຄ້າ ແລະການລົງທຶນລະຫວ່າງປະເທດໃນ
ພູມີພາກເອເຊຍເຂົ້າດ້ວຍກັນ.

ທັງນີ້ ໂຄງການນຶ່ງທີ່ລັດຖະບານໄທ ໄດ້ໃຫ້ບຸລິມະສິດໃນອັນດັບຕົ້ນໆນັ້ນ ກໍຄືການ
ເຊື່ອມຕໍ່ກັນໃນດ້ານຄົມມະນາຄົມ-ຂົນສົ່ງ ຊຶ່ງໃນນີ້ກໍ່ມີໂຄງການກໍ່ສ້າງທາງລົດໄຟຄວາມ
ໄວສູງ ທີ່ເຊື່ອມຕໍ່ລະຫວ່າງຈີນກັບອາຊຽນ ໂດຍສະເພາະແມ່ນການເຊື່ອມຕໍ່ຈາກເມືອງ
ຄຸນໝິງຂອງຈີນ ມາຍັງນະຄອນວຽງຈັນ ຜ່ານໜອງຄາຍມາທີ່ບາງກອກນັ້ນ ຖືເປັນໂຄງ
ການທີ່ລັດຖະບານໄທໄດ້ໃຫ້ຄວາມສໍາຄັນຢ່າງຍິ່ງ ດັງທີ່ທ່ານນາງຍິ່ງລັກ ໄດ້ຖະແຫຼງ
ຢືນຢັນວ່າ:

--ສຽງພາສາອັງກິດ----

ໂຄງການທີ່ສໍາຄັນນັ້ນກໍ່ແມ່ນການກໍ່ສ້າງທາງ
ລົດໄຟ
ທີ່ເຊື່ອມຕໍ່ໃນຂົງເຂດລຸ່ມແມ່ນໍ້າຂອງ
ຊຶ່ງລວມເຖິງໂຄງ ການກໍ່ສ້າງທາງລົດໄຟ ທີ່
ເຊື່ອມຕໍ່ຈາກຄຸນໝິງ ໄປເຖິງສິງກະໂປດ້ວຍ
ລະບົບໄຟຄວາມໄວສູງດ້ວຍ ແລະການເຊື່ອມ
ຕໍ່ທາງລົດໄຟຄວາມໄວສູງຈາກພາກຕະວັນອອກສຽງເໜືອ (ພາກອີສານ) ຂອງ
ໄທໄປລາວ ແລະພາກໃຕ້ຂອງຈີນ

ກ່ອນໜ້ານີ້ ລັດຖະບານໄທ ໄດ້ມີການປ່ຽນແປງແຜນການກໍ່ສ້າງທາງລົດໄຟຄວາມໄວ
ສູງຈາກເດີມ ທີ່ໃຫ້ຄວາມສໍາຄັນກັບການເຊື່ອມຕໍ່ຈາກນະຄອນວຽງຈັນ ຜ່ານໜອງຄາຍ
ໄປຍັງບາງກອກນັ້ນ ໄດ້ມີການປັບປ່ຽນມາໃຫ້ບຸລິມະສິດກັບເສັ້ນທາງ ທີ່ເຊື່ອມຕໍ່ຈາກ
ບາງກອກ ໄປຊຽງໃໝ່ ເປັນໂຄງການທໍາອິດ.

ຕົວຢ່າງລົດໄຟຄວາມໄວສູງ ທີ່ຈະນໍາມາໃຊ້ຢູ່ລາວ
ຕົວຢ່າງລົດໄຟຄວາມໄວສູງ ທີ່ຈະນໍາມາໃຊ້ຢູ່ລາວ

ສ່ວນໂຄງການເຊື່ອມຕໍ່ທາງ
ລົດໄຟຄວາມໄວສູງກັບລາວ
ນັ້ນ ນອກຈາກຈະຍັງບໍ່ມີກໍາ
ນົດການທີ່ຊັດເຈນແລ້ວ ກໍ
ຍັງປະກົດວ່າ ທາງການໄທ
ໄດ້ຕັດສິນໃຈ ທີ່ຈະດໍາເນີນ
ການກໍ່ສ້າງທາງລົດໄຟຈາກ
ບາງກອກເຖິງໂຄລາດ ເທົ່າ
ນັ້ນອີກດ້ວຍ.

ຊຶ່ງດ້ວຍແຜນການ ແລະນະໂຍບາຍດັ່ງກ່າວຂອງລັດຖະບານໄທ ກໍໄດ້ເປັນຜົນເຮັດໃຫ້ທາງ
ການຈີນເຫັນວ່າ ຍັງບໍ່ມີຄວາມຈໍາເປັນທີ່ຈະຕ້ອງເລັ່ງດໍາເນີນການກໍ່ສ້າງທາງລົດໄຟຄວາມ
ໄວສູງໃນລາວ ເພາະວ່າການທີ່ຈະເຮັດໃຫ້ການລົງທຶນກໍ່ສ້າງທາງລົດໄຟຄວາມໄວສູງ ໃນ
ລາວ ໄດ້ຮັບຜົນປະໂຫຍດສູງສຸດນັ້ນ ຈະຕ້ອງສາມາດເຊື່ອມຕໍ່ກັບໄທໄປມາເລເຊຍ ແລະ
ສິງກະໂປໄດ້ອີກດ້ວຍ.

ແຕ່ຢ່າງໃດກໍ່ຕາມ ການທີ່ທ່ານທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີໄທໄດ້ໃຫ້ການ
ຢືນຢັນເມື່ອບໍ່ນາມມານີ້ວ່າ ຈະຊຸກຍູ້ໃຫ້ມີການເຊື່ອມຕໍ່ທາງລົດໄຟຄວາມໄວສູງ ລະຫວ່າງ
ລາວ, ໄທ ແລະຈີນ ໃຫ້ໄດ້ໄວທີ່ສຸດນັ້ນ ກໍ່ນັບເປັນປັດໄຈສໍາຄັນທີ່ຈະເຮັດໃຫ້ການເຊື່ອມຕໍ່
ທາງລົດໄຟຄວາມໄວສູງດັ່ງກ່າວ ສາມາດທີ່ຈະເກີດຂຶ້ນໄດ້ຢ່າງເປັນຮູບປະທໍາ ເນື່ອງຈາກ
ເປັນທີ່ຮັບຮູ້ກັນໂດຍທົ່ວໄປວ່າ ທ່ານທັກສິນ ກໍຄືບຸກຄົນທີ່ມີອິດທິພົນ ທີ່ຢູ່ເບື້ອງຫຼັງຄະນະ
ລັດຖະບານໄທ ແລະເປັນອ້າຍຂອງທ່ານນາງຍິ່ງລັກອີກດ້ວຍນັ້ນ ຈຶ່ງເຊື່ອວ່າ ການຖະແຫລງ
ໃນຄັ້ງຫລ້າສຸດນີ້ ເປັນຍ້ອນການຊຸກຍູ້ຂອງທ່ານທັກສິນ ນັ້ນເອງ.

ທ່ານທອງສິງທໍາມະວົງ, ນາຍົກລັດຖະມົນຕີລາວ ແລະທ່ານເຫວີນ ເຈຍບາວ ນາຍົກລັດຖະມົນຕີຈີນ ຈັບມືກັນເນື່ອງໃນໂອກາດທີ່ທ່ານ ທອງສິງ ໄປຢ້ຽມຢາມນະຄອນປັກກິ່ງ ໃນທ້າຍເດືອນ ເມສາ ທີ່ຜ່ານມານີ້
ທ່ານທອງສິງທໍາມະວົງ, ນາຍົກລັດຖະມົນຕີລາວ ແລະທ່ານເຫວີນ ເຈຍບາວ ນາຍົກລັດຖະມົນຕີຈີນ ຈັບມືກັນເນື່ອງໃນໂອກາດທີ່ທ່ານ ທອງສິງ ໄປຢ້ຽມຢາມນະຄອນປັກກິ່ງ ໃນທ້າຍເດືອນ ເມສາ ທີ່ຜ່ານມານີ້

ຍິ່ງໄປກວ່ານັ້ນ ການທີ່ທ່ານ
ເຫວີນ ເຈຍບາວ ນາຍຍົກ
ລັດຖະມົນຕີຂອງຈີນ ໄດ້ຢືນ
ຢັນວ່າການກໍ່ສ້າງທາງລົດໄຟ
ຄວາມໄວສູງ ທີ່ເຊື່ອມຕໍ່ລະ
ຫວ່າງລາວກັບຈີນນັ້ນ ຍັງຈະ
ມີການດໍາເນີນງານຕໍ່ໄປ ຊຶ່ງ
ເປັນການຢືນຢັນໃນໂອກາດ
ການພົບປະເຈລະຈາຮ່ວມກັບ
ທ່ານທອງສິງ ທໍາມະວົງ
ນາຍົກລັດຖະມົນຕີລາວ ທີ່
ໄດ້ເດີນທາງໄປຢ້ຽມຢາມ
ກຸງປັກກິ່ງຂອງຈີນ ຢ່າງເປັນທາງການໃນທ້າຍເດືອນພຶດສະພາທີ່ຜ່ານມານີ້ ກໍຍັງຖືເປັນ
ການຮັບປະກັນວ່າ ທາງລົດໄຟຄວາມໄວສູງ ທີ່ເຊື່ອມຕໍ່ລະຫວ່າງຈີນ-ລາວ-ໄທນີ້ ຈະເກີດ
ຂຶ້ນຢ່າງເປັນຮູບປະທໍາຢ່າງແນ່ນອນອີກດ້ວຍ.

ສໍາລັບການກໍ່ສ້າງທາງລົດໄຟໃນເຂດລາວນັ້ນ ຈະມີໄລຍະທາງຍາວເຖິງ 421 ກິໂລແມັດ ຊຶ່ງຄາດວ່າຈະຕ້ອງໃຊ້ເງິນລົງທຶນເຖິງ 7,000 ລ້ານໂດລາ ໂດຍຈະເປັນການຮ່ວມທຶນກັນ ລະຫວ່າງລັດຖະບານຈີນກັບລາວ ໃນຮູບຂອງລັດວິສະຫະກິດ ທີ່​ຈີນກັບລາວ ຖືຫຸ້ນລົງ
ທຶນໃນສັດສ່ວນ 70% ແລະ 30% ຕາມ​ລໍາດັບ.

ຫາກແຕ່ວ່າ ໂຄງການດັ່ງກ່າວກໍຍັງຕ້ອງປະສົບກັບບັນຫາຊັກຊ້າຕໍ່ໄປອີກ ເພາະຍັງບໍ່ມີ
ກໍານົດເວລາທີ່ຊັດເຈນວ່າ ທາງການຈີນຈະເລີ້ມລົງມືດໍາເນີນການກໍ່ສ້າງຕົວຈິງໄດ້ເມື່ອໃດ ໂດຍເຖິງແມ່ນວ່າທາງການຈີນຈະໄດ້ຢືນຢັນກັບທາງການລາວວ່າ ການສຶກສາຄວາມເປັນ
ໄປໄດ້ຂອງໂຄງການໃນຂັ້ນສຸດທ້າຍ ຈະມີຂຶ້ນໃນໝໍ່ໆນີ້ກໍຕາມ ຫາກແຕ່ກໍບໍ່ມີກໍານົດເວລາ
ຂອງການດໍາເນີນງານທີ່ຊັດເຈນ ເຊ່ນດຽວກັນ.

XS
SM
MD
LG