ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຸ່ມ​ Hezbollah ກ່າວວ່າ ກຳລັງຊີເຣຍ ຈະເຂົ້າຍຶດເອົາ Aleppo ໄວໆນີ້


ສະມາຊິກຂອງກອງກຳລັງປະທານາທິບໍດີຊີເຣຍ ທ່ານ Bashar al-Assad ຢືນຢູ່ຂ້າງພົນລະເຮືອນໃນຊາກຫັກພັງ ທີ່ໂຮງແຮມ Carlton, ເຂດທີ່ຄວບຄຸມໂດຍລັດຖະບານ ທີ່ ເມືອງ Aleppo, ຊີເຣຍ, 17 ທັນວາ, 2016.
ສະມາຊິກຂອງກອງກຳລັງປະທານາທິບໍດີຊີເຣຍ ທ່ານ Bashar al-Assad ຢືນຢູ່ຂ້າງພົນລະເຮືອນໃນຊາກຫັກພັງ ທີ່ໂຮງແຮມ Carlton, ເຂດທີ່ຄວບຄຸມໂດຍລັດຖະບານ ທີ່ ເມືອງ Aleppo, ຊີເຣຍ, 17 ທັນວາ, 2016.

ກຸ່ມ​ຫົວຮຸນ​ແຮງ Hezbollah ຈາກ​ເລ​ບາ​ນອນ ​ໄດ້​ກ່າວໃນ​ວັນ​ອັງຄານ​ມື້​ນີ້ວ່າ ພວກ​ຜູ້​ຄົນ
​ທີ່​ຍັງ​ເຫຼືອ​ຢູ່ ​ໃນ​ເຂດ​ທີ່​ໝັ້ນ​ ແຫ່ງສຸດ​ທ້າຍ ຂອງ​ພວກ​ຕໍ່ຕ້ານ ທີ່​ Aleppo ປະ​ເທດຊິ​ເຣຍ
ວ່າ ຄວນອອກ​ຈາກ​ທີ່​ນັ້ນ​ໃນ​ໄວໆ ​ແລະ​ກອງ​ກຳລັງ​ຊິ​ເຣຍຈະ​ເຂົ້າໄປ​ໃນ​ເຂດ​ດັ່ງກ່າວ ​ໃນ ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້ານີ້.

ກຸ່ມ Hezbollah ​ແມ່ນ​ໄດ້​ຕໍ່ສູ້​ເພື່ອ​ສະໜັບສະໜຸນ​ກອງ​ກຳລັງປະທາ​ນາທິບໍດີ​ຊິ​ເຣຍ ທ່ານ Bashar al-Assad ​ໃນ​ການ​ສູ້​ລົບ​ກັນ​ຢູ່​ໃນທົ່ວ​ປະ​ເທດທີ່​ຍືດ​ເຍື້ອມາ​ໄດ້ເກືອບ 6 ປີແລ້ວ.

ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ມີ​ຜູ້​ຄົນຫຼາຍ​ປານ​ໃດ ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງນະຄອນ Aleppo ຊຶ່ງ​ພວກ​ພວກຕໍ່ຕ້ານ ​ໄດ້​ຍຶດ​ເອົາ​ໃນ​ປີ 2012 ອັນ​ເປັນ​ສ່ວນ​ນຶ່ງ​ຂອງ​ແຜນ​ຍຸດ​ທະ​ສາດ ​ທີ່​ມີ​ເປົ້າ​ໝາຍເພື່ອຈະ​ໂຄ່ນ​ລົ້ມລັດຖະບານ​ຂອງ​ທ່ານ Assad. ນັບ​ຕັ້ງ​ແຕ່​ເດືອນ​ກັນຍາ​ເປັນຕົ້ນມາ ກອງ​ກຳລັງ​ຝ່າຍຕໍ່ຕ້ານ​ໄດ້​ສູນ​ເສຍ​ການ​ຄວບ​ຄຸມ​ເທື່ອ ລະ​ເລັກ​ລະ​ນ້ອຍ ​ໃນ​ຂະນະ​ທີ່​ກອງ​ກຳລັງ​ຊິ​ເຣຍ ​ແລະ​ຣັດ​ເຊຍທີ່ເປັນ​ພັນທະ​ມິດ ​ໄດ້ເປີດສາກ​ໂຈມ​ຕີ​ທາງ​ອາກາດຢ່າງ​ຮ້າຍ​ແຮງ ຊຶ່ງ​ເຮັດ​ໃຫ້​ເຂດ​ດັ່ງກ່າວ​ໄດ້​ຮັບ​ຄວາມ​ເສຍຫາຍ​ຢ່າງ​ເປັນ​ລະບົບ ​ແລະ​ກອງ​ກຳລັງ​ພາກ​ພື້ນດິນຂອງ​ຊີ​ເຣຍທີ່​ໜຸນ​ຫຼັງ​ໂດຍຣັດ​ເຊຍ ກໍ​ເລີ້ມບຸກ​ເຂົ້າ​ໄປ​ໃນ​ເມືອງ Aleppo.

ທ່ານ Robert Mardini ຫົວໜ້າສະພາກາ​ແດງສາກົນຫຼື ICRC ປະຈຳພາກ​ຕາ​ເວັນ​ອອກ​ກາງ ​ໄດ້​ກ່າວໃນ​ວັນ​ອັງຄານ​ມື້​ນີ້ວ່າ ອົງການ ICRC ​ໄດ້​ຍົກຍ້າຍ​ຜູ້​ຄົນຈຳ​ນວນ 25 ພັນ​ຄົນອອກຈາກ​ພາກ​ຕາ​ເວັນ​ອອກ​ຂອງນະຄອນ Aleppo ນັບ​ຕັ້ງ​ແຕ່​ວັນ​ພະຫັດ ​ເປັນ​ຕົ້ນ​ມາ.

ພວກທະຫານຊິເຣຍ ຍິງປະທະກັນ ໃນສະໜາມລົບແນວໜ້າ Ramouseh, ພາກຕາເວັນອອກຂອງນະຄອນ Aleppo, ຊິເຣຍ, 5 ທັນວາ, 2016.
ພວກທະຫານຊິເຣຍ ຍິງປະທະກັນ ໃນສະໜາມລົບແນວໜ້າ Ramouseh, ພາກຕາເວັນອອກຂອງນະຄອນ Aleppo, ຊິເຣຍ, 5 ທັນວາ, 2016.

​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້ໃຫ້ການ​ອະນຸມັດ​ຢ່າງເປັນ​ເອກ​ກະສັນ ​ຕໍ່​ມະຕິ ໃນ​ວັນ​ຈັນ​ວານ​ນີ້ ຮຽກຮ້ອງ​ໃຫ້ສົ່ງ​ຄະນະ​ສັງ​ເກດ​ການ​ສະຫະ​ປະຊາ ຊາດ​ໄປກຳກັບ​ເບິ່ງ​ການ​ຍົກຍ້າຍ ຈາກນະຄອນ Aleppo.

ການ​ອະນຸມັດ​ມະຕິຂອງຝຣັ່ງ​ ໄດ້​ມີ​ຂຶ້ນ ເຖິງ​ແມ່ນ​ວ່າ​ໄດ້​ມີ​ການ​ແຕກ​ແຍ​ກກັນ​ຢູ່​ໃນ​ສະພາ​ຄວາມ​ໝັ້ນຄົງ​ທີ່​ມີ​ສະມາຊິກ 15 ປະ​ເທດ ທີ່​ໄດ້​ເຫັນຣັດ​ເຊຍແລະ​ຈີນ ຊຶ່ງ​ເປັນພັນທະ​ມິດ
ຂອງ​ລັດຖະບານ​ຊິ​ເຣຍ ໄດ້​ໃຊ້​ສິດ​ຢັບຢັ້ງ ​ຊ້ຳ​ແລ້ວ ຊ້ຳ​ອີກ ກ່ອນ​ໜ້ານີ້ ຕໍ່​ຂໍ້​ສະເໜີ​ຂອງ​
ປ​ະ​ເທດ​ຕາ​ເວັນ​ຕົກ ທີ່​ແນ​ໃສ່​ເພື່ອ​ຫລຸດຜ່ອນ​ການ​ສັງຫານ​ປະຊາຊົນ​ໃນ​ເມືອງ Aleppo
ທີ່​ມີ​ມາ​ເປັນ​ເວລາ​ຫລາຍໆ​ເດືອນ​ແລ້ວນັ້ນ.

ມະຕິ​ຂອງອົງການ​ສະຫະ​ປະຊາ​ຊາດ ​ແມ່ນ​ຮຽກຮ້ອງ​ໃຫ້​ທຸກ​ພັກ​ຝ່າຍ ອະນຸຍາດ​ໃຫ້​ມີ​ການ​ເຂົ້າ​ເຖິງ​ການ​ຊ່ອຍ​ເຫຼືອ​ທາງ​ດ້ານ​ມະນຸດສະທຳ ​ແລະ​ທາງ​ການ​ແພດ ​ຢ່າງ​ບໍ່​ມີເງື່ອນ​ໄຂ
ໃດໆ ​ແລະ​ໃຫ້​ມີ​ການ​ນັບຖື​ແລະ​ປົກ​ປ້ອງ​ພົນລະ​ເຮືອນ​ໃນນະຄອນ Aleppo ​ແລະ​ທົ່ວປະ​ເທດ​ຊິ​ເຣຍ. ມະຕິທີ່​ວ່າ​ນີ້ ຍັງ​ຮຽກຮ້ອງ​ໃຫ້​ເລຂາທິການ​ໃຫຍ່ອົງການ​ສະຫະ​ປະຊາ​ຊາດ​ທ່ານ Ban Ki-moon ປຶກສາ​ຫາລື​ໃນ​ທັນທີ​ກັບ​ຊິ​ເຣຍ​ແລະ​ທຸກ​ພັກ​ຝ່າຍ ກ່ຽວ​ກັບ​ຄວາມ​ປອດ​ໄພ ​ແລະ​ກະກຽມ​ຫ້າງ​ຫາ​ຈັດການ ໃນ​ການ​ເດີນທາງ​ໄປ​ເຖິງ ຂອງ​ຄະນະ​ສັງ​ເກດ​ການ ທີ່​ວ່າ​ນີ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG