ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ ເຮັ​ສ​ໂບ​ລ​ລາ ເວົ້າ​ວ່າ ພວກ​ເຂົາ​ຍິງ ໂດ​ຣນ ຂອງ ອິ​ສ​ຣາ​ແອ​ລ ຕົກ


ທຸງ ເຮັ​ສ​ໂບ​ລ​ລາ ປິວ​ສະ​ບັດ​ຢູ່​ບ້ານ ໄອ​ຕາ​ຣູນ ຂອງ ເລ​ບາ​ນອນ, ໃກ້​ກັບ​ເມືອງ ອາ​ວີ​ວິມ ທາງ​ພາກ​ເໜືອ​ຂອງ ອິ​ສ​ຣາ​ແອ​ລ. 26 ສິງ​ຫາ, 2019.
ທຸງ ເຮັ​ສ​ໂບ​ລ​ລາ ປິວ​ສະ​ບັດ​ຢູ່​ບ້ານ ໄອ​ຕາ​ຣູນ ຂອງ ເລ​ບາ​ນອນ, ໃກ້​ກັບ​ເມືອງ ອາ​ວີ​ວິມ ທາງ​ພາກ​ເໜືອ​ຂອງ ອິ​ສ​ຣາ​ແອ​ລ. 26 ສິງ​ຫາ, 2019.

ກຸ່ມ ເຮັ​ສ​ໂບ​ລ​ລາ ໄດ້​ກ່າວ​ໃນ​ວັນ​ຈັນ​ມື້ນີ້​ວ່າ ນັກ​ຮົບ​ຂອງ​ພວກ​ເຂົາ​ໄດ້​ຍິງ​ເຮືອ​ບິນບໍ່​ມີ​
ຄົນຂັບ ຫຼື ໂດຣນ ຂອງ ອິສຣາແອລ ຕົກໃນພາກໃຕ້ຂອງປະເທດ ເລບານອນ.

ກຸ່ມ​ຫົວ​ຮຸນ​ແຮງ​ນັ້ນ​ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ ພວກ​ເຂົາ​ໄດ້​ໃຊ້ “ອາ​ວຸດ​ທີ່
ເໝາະສົມ” ເພື່ອຍິງໂດຣນລຳດັ່ງກ່າວຕົກ, ແລະ ວ່າພວກເຂົາໄດ້ຄອບຄອງເຮືອບິນ
ລຳນັ້ນ.

ກອງ​ທັບ ອິ​ສ​ຣາ​ແອ​ລ ໄດ້​ລາຍ​ງານ​ວ່າ ນຶ່ງ​ໃນ​ເຮືອ​ບິນບໍ່​ມີ​ຄົນ​ຂັບ​ຂອງ​ເຂົາ​ເຈົ້າ​ໄດ້​ຕົກ​
ຢູ່ໃນບໍລິເວນດຽວກັນ, ແຕ່ບໍ່ໄດ້ລະບຸສາເຫດ. ອິສຣາແອລ ໄດ້ກ່າວວ່າ ມັນແມ່ນ
“ໂດຣນທຳມະດາ” ແລະ ວ່າບໍ່ມີຄວາມເປັນຫ່ວງ ກ່ຽວກັບ ການນຳເອົາຂໍ້ມູນທີ່ສຳຄັນ
ອອກໄປຈາກມັນ.

ຜູ້​ນຳ​ກຸ່ມ ເຮັ​ສ​ໂບ​ລ​ລາ ທ້າວ ຮາ​ສ​ຊານ ນາ​ສ​ຣາ​ລ​ຣາ ໄດ້​ເຕືອນ​ໃນ​ເດືອນ​ແລ້ວນີ້​ວ່າ
ນັກຮົບຂອງລາວຈະໂຈມຕີ ໂດຣນ ຂອງ ອິສຣາແອລ ທີ່ເຂົ້າໄປໃນນ່ານຟ້າຂອງ ເລ
ບານອນ.

ຄວາມ​ຄືບ​ໜ້າ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນ​ໃນ​ນຶ່ງ​ອາ​ທິດ ຫຼັງ​ຈາກ​ກຸ່ມ ເຮັ​ສ​ໂບ​ລ​ລາ ແລະ ກອງ​
ທັບບົກ ອິສຣາແອລ ໄດ້ຍິງປືນໃສ່ກັນເປັນຄັ້ງທຳອິດໃນຮອບຫຼາຍປີ ໃນຂະນະທີ່ກຸ່ມ
ເຮັສໂບລລາ ໄດ້ຍິງລູກສອນໄຟຕໍ່ຕ້ານລົດຖັງເຂົ້າໃສ່ ອິສຣາແອລ ແລະ ກອງກຳລັງ
ອິສຣາແອລ ກໍໄດ້ຕອບໂຕ້ຄືນດ້ວຍປືນໃຫຍ່.

ທັງ​ສອງ​ຝ່າຍ​ໄດ້​ຕໍ່​ສູ່​ເປັນ​ໃນ​ສົງ​ຄາມ​ທີ່​ດົນ​ເປັນ​ເດືອນ​ເມື່ອ​ປີ 2006.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG