ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ນັກຕໍ່ສູ້ ກຸ່ມກໍ່​ການ​ຮ້າຍ Hezbolla 6 ຄົນ ຖືກສັງຫານ ໃນການໂຈມຕີທາງອາກາດ ໂດຍອິສຣາແອລ


ພາບນີ້ສະແດງໃຫ້ເຫັນ ຕຳແໜ່ງຂອງອິສຣາແອລ ທີ່ແນມເຫັນຈາກໝູ່ບ້ານ Kfar Shouba ຝາກເລບານອນ ຢູ່ໃກ້ກັບເຂດຊາຍແດນລະຫວ່າງ ເລບານອນ ແລະ ອິສຣາແອລ ທາງກ້ຳໃຕ້ຂອງເລບານອນ, ວັນທີ 7 ຕຸລາ 2014.
ພາບນີ້ສະແດງໃຫ້ເຫັນ ຕຳແໜ່ງຂອງອິສຣາແອລ ທີ່ແນມເຫັນຈາກໝູ່ບ້ານ Kfar Shouba ຝາກເລບານອນ ຢູ່ໃກ້ກັບເຂດຊາຍແດນລະຫວ່າງ ເລບານອນ ແລະ ອິສຣາແອລ ທາງກ້ຳໃຕ້ຂອງເລບານອນ, ວັນທີ 7 ຕຸລາ 2014.

ກຸ່ມນິກາຍ Shi’ite Hezbollah ທີ່​ມີ​ຫ້ອງການ​ຢູ່​ເລ​ບາ​ນອນ
ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ອິສຣາ​ແອ​ລ ​ໃນ​ເຂດ
ພູ​ພຽງ ​ດ້ານ​ຊີ​ເຣຍ ຂອງ​ພູພຽງໂກລລັນ​ໄຮ​ຕ໌ ໄດ້​ສັງຫານ
ນັກ​ຕໍ່ສູ້​ຂອງ​ຕົນ 6 ຄົນ ລວມທັງ​ຜູ້​ບັນ​ຊາ​ການ​ສູງສຸດ ​ແລະ
ລູກ​ຊາຍ​ ຂອງ​ຜູ້​ບັນຊາ​ການ​ທະຫານ ທີ່​ຖືກ​ລອບ​ສັງຫານ
​ແລ້ວນັ້ນ.

ກອງທັບ​ອິສຣາ​ແອ​ລ ​ປະຕິ​ເສດທີ່​ຈະ​ໃຫ້​ຄຳເຫັນ ​ແຕ່​ແຫ​ລ່ງຂ່າວ​
ຂອງທະຫານ ​ໄດ້​ຢືນຢັນ​ ການ​ໂຈມ​ຕີນັ້ນ ກັບ​ອົງການຂ່າວ​ຕ່າງໆ
ຂອງຝ່າຍ​ຕາ​ເວັນ​ຕົກ ​ແລະ ຂອງ​ອິສຣາ​ແອ​ລ​.

​ແຫ​ລ່ງຂ່າວ​ແຫ່ງ​ໜຶ່ງ ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ ​ແມ່ນ​ແນ​ໃສ່ ພວກກໍ່​ການ​ຮ້າຍ
Hezbollah ຜູ້​ທີ່​ກຳລັງ​ວາງ​ແຜນ​ທີ່​ຈະ​ໂຈມ​ຕີ​ອິສຣາ​ແອ​ລ. ​ແຫ​ລ່ງຂ່າວ​ນີ້ກ່າວ​ອີກ​ວ່າ
​ເຮ​ລິ​ຄອບ​ເຕີ​ອິສຣາ​ແອ​ລ ​ໄດ້​ຍິງ​ຈະ​ຫລວດ 2 ລູກ ​ໃກ້ກັ​ບ Quneitra ທີ່​ຕິດ​ກັບ​ເສັ້ນ
​ແບ່ງ​ແຍກສ່ວນ​ໜຶ່ງ​ຂອງ​ເຂດ​ພູ​ພຽງ​ ໂກລລັນ​ໄຮ​ຕ໌ ຂອງ​ຊີ​ເຣຍ ຈາກ​ເຂດ​ປົກຄອງຂອງ
​ອິສຣາ​ແອ​ລ.

Hezbollah ກ່າວ​ວ່າ ໜຶ່ງ​ຄົນໃນ ຈຳນວນນັກ​ຕໍ່ສູ້ ​ທີ່​ຖືກ​ຂ້າ​ຕາຍ​ນັ້ນ ​ແມ່ນ Mohammad
Issa ຊຶ່ງ​ເປັນ​ຜູ້​ບັນຊາ​ການກຸ່ມ Hezbollah ທີ່​ຮັບຜິດຊອບການ​ປະຕິບັດ​ງານຕ່າງໆ ​ສຳ​
ຫລັບ​ຊີ​ເຣຍ ​ແລະ ອີຣັກ.

ຜູ້​ຖືກ​ຂ້າ​ຕາຍ​ຜູ້​ນ່ຶງ​ກໍ​ແມ່ນ Jidah Mughniyeh ຊຶ່ງ​ເປັນ​ລູກ​ຊາຍ​ຂອງມື້​ລາງ​ Imad
Mughniyeh ຜູ້ນຳ​ທະຫານ Hezbollah ທີ່​ຖືກລອບ​ສັງຫານ​ ໃນ​ປີ 2008 ດ້ວຍ​ລົດ​
ລະ​ເບີດ ​ໃນ​ຊີ​ເຣຍ ​ແລະໄດ້​ຖິ້ມ​ໂທດ​ໃສ່​ອິສຣາ​ແອ​ລນັ້ນ.

XS
SM
MD
LG