ກຸ່ມອິສລາມຫົວຮຸນແຮງ Hezbollah ກ່າວວ່າ ຜູ້ບັນຊາການທະຫານຂອງຕົນ ທ້າວ Mustafa Badreddine ໄດ້ຖືກຂ້າຕາຍຢູ່ໃນປະເທດຊີເຣຍ.
ກຸ່ມຫົວຮຸນແຮງ ທີ່ມີຖານປະຕິບັດງານຢູ່ໃນປະເທດເລບານອນດັ່ງກ່າວໄດ້ອອກຖະແຫຼງ ການສະບັບນຶ່ງ ຜ່ານທາງໂທລະພາບທີ່ນະຄອນຫຼວງເບຣຸດ ໃນວັນສຸກມື້ນີ້ ທີ່ກ່າວວ່າ ທ້າວ Badreddine ອາຍຸ 55 ປີ ໄດ້ຖືກຂ້າຕາຍໃນການໂຈມຕີທາງອາກາດຂອງອິສຣາ ແອລ.
ອິສຣາແອລ ຍັງບໍ່ທັນໄດ້ໃຫ້ການຢືນຢັນໃນທັນທີເທື່ອ ກ່ຽວກັບການໂຈມຕີດັ່ງກ່າວ.
ທ້າວ Badreddine ໄດ້ເຂົ້າກຳຕຳແໜ່ງຜູ້ບັນຊາການທະຫານຂອງກຸ່ມ Hezbollah ມາຕັ້ງແຕ່ປີ 2008.
ຜູ້ກ່ຽວແມ່ນນຶ່ງໃນຈຳນວນ 4 ຄົນທີ່ໄດ້ຖືກກ່າວຫາລັບຫຼັງໃນປີ 2005 ວ່າວາງແຜນລອບ ສັງຫານມື້ລາງ ນາຍົກລັດຖະມົນຕີເລບານອນ ທ່ານ Rafik Hariri ແລະອີກ 21 ຄົນ. ການດຳເນີນຄະດີດັ່ງກ່າວເລີ້ມຂຶ້ນໃນປີ 2014 ທີ່ນະຄອນ Hague ປະເທດເນເທີແລນ ແລະຍັງດຳເນີນຢູ່ຕໍ່ມາເທົ່າເຖິງປັດຈຸບັນນີ້.
ກຸ່ມ Hezbollah ໄດ້ປະຕິເສດວ່າ ຕົນບໍ່ມີສ່ວນພົວພັນໃດໆໃນການໂຈມຕີທີ່ວ່ານີ້.
ທ້າວ Badreddine ໄດ້ຖືກຕັດສິນປະຫານຊີວິດ ຢູ່ຄູເວດ ຍ້ອນບົດບາດຂອງຜູ້ກ່ຽວ ໃນ ການວາງລະເບີດຢູ່ທີ່ນັ້ນໃນປີ 1983. ລາວໄດ້ຫລົບໜີອອກຈາກຄຸກໃນຄູເວດຫລັງຈາກ ປະເທດດັ່ງກ່າວ ຖືກຮຸກຮານໂດຍອີຣັກ ພາຍໃຕ້ການນຳພາ ຂອງ Saddam Hussein ໃນ ປີ 1990.
ນອກນັ້ນໃນປີ 2015 ຜ່ານມານີ້ ທາງກະຊວງການເງິນຂອງສະຫະລັດຍັງກ່າວວ່າ ທ້າວ Badreddine ເປັນຜູ້ຮັບຜິດຊອບໃນການປະຕິບັດງານທາງທະຫານຂອງກຸ່ມ Hezbol- lah ຢູ່ໃນຊີເຣຍ ນັບແຕ່ປີ 2011 ເປັນຕົ້ນມາ.