ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ກຸ່ມ​ເຮັ​ສ​ໂບ​ລ​ລາ ​ຍິງ​ຈະ​ຫຼວດ​ໃສ່​ອິ​ສ​ຣາ​ແອ​ລ ຫຼັງ​ຈາກ​ການ​ໂຈມ​ຕີ​ທາ​ງ​ອາ​ກາດ ທີ່​ໄດ້​ສັງ​ຫານ ນັກ​ລົບ 5 ຄົນ ຂອງ​ກຸ່ມ​ດັ່ງ​ກ່າວ

ນັກ​ລົບ​ຂອງ​ກຸ່ມ​ເຮັ​ສ​ໂບ​ລ​ລາ ຫ້ອມ​ລ້ອມ​ສົບ​ຂອງ Abbas Raad ລູກ​ຊາຍ​ຫົວ​ໜ້າ​ຂອງ​ກຸ່ມ​ເຮ​ັ​ສ​ໂບ​ລ​ລາ​ຢູ່​ໃນ​ສະ​ພາ Mohammed Raad ທີ່​ໄດ້​ເສຍ​ຊີ​ວິດ​ໃນ​ການ​ໂຈມ​ຕີ​ທາງ​ອາ​ກາ​ດ​ຂອງ​ອິ​ສ​ຣາ​ແອ​ລ ໃນ​ລະ​ຫວ່າງ​ພິ​ທິ​ສົ່ງ​ສະ​ການ​ທີ່​ເມືອງ Jbaa ປະ​ເທດ​ເລ​ບາ​ນອນ ເມື່ອ​ວັນ​ທີ 23 ພະ​ຈິກ 2023.

ກຸ່ມ​ຫົວ​ຮຸນ​ແຮງ​ເຮ​ສ​ໂບ​ລ​ລາ ໄດ້​ຍິງ​ຈະ​ຫຼວດ​ຫຼາຍກວ່າ 50 ລູກ​ເຂົ້າ​ໃສ່​ຄ້າຍ​ທະ​ຫານ​ແຫ່ງ​ນຶ່ງ​ ໃນ​ພາກ​ເໜືອ​ອິ​ສ​ຣາ​ແອ​ລ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ຄື້ນຂອງລູກ​ຈະ​ຫຼວດ ​ທີ່​ຍິງ​ຂ້າມ​ເຂດ​ຊາຍ​ແດນ ແມ່ນ​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ ນີ້​ເປັນ​ນຶ່ງ​ໃນ​ການ​ໂຈມ​ຕີ​ທີ່​ຂຸ້ນ​ຂ້ຽວ​ທີ່​ສຸດນັບ​ແຕ່​ກຸ່ມ​ເຮັ​ສ​ໂບ​ລ​ລາເລີ້ມ​ການ​ໂຈມ​ຕີ​ທີ່​ໝັ້ນ​ຂອງ​ອິ​ສ​ຣາ​ແອ​ລ​ຢູ່​ໃນ​ພາກ​ເໜືອ​ຂອງ​ປະ​ເທດໃນ​ຕອນ​ເລີ້ມ​ຕົ້ນ​ຂອງ​ສົງ​ຄາມ​ລະ​ຫວ່າງ​ອິ​ສ​ຣາ​ແອ​ລ​ກັບ​ກຸ່ມ​ຮາ​ມາ​ສ.

ມັນ​ໄດ້​ເລີ້ມ​ຂຶ້ນ​ຫຼັງ​ຈາກ​ການ​ໂຈມ​ຕີ​ທາງ​ອາ​ກາ​ດາ​ຂອງ​ອິ​ສ​ຣາ​ແອ​ລ​ໃສ່​ບ້ານ​ບ້ານ​ແຫ່ງ​ນຶ່ງ​ໃນ​ພາກ​ໃຕ້​ເລ​ບາ​ນອນ ເມື່ອ​ວັນ​ພຸດ​ທີ່​ແລ້ວ ທີ່​ໄດ້​ສັງ​ຫານ​ພວກ​ນັກ​ລົບ​ອະ​ວຸ​ໂສ​ຂອງ​ກຸ່ມ​ເຮັ​ສ​ໂບ​ລ​ລາ 5 ຄົນ.

ກຸ່ມ​ເຮັ​ສ​ໂບ​ລ​ລາ ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ລູກ​ຈະ​ຫຼວດ​ທີ່​ຕົນ​ຍິງ​ໃສ່​ທີ່​ໝັ້ນ​ຂອງ​ອິ​ສ​ຣາ​ແອ​ລນັ້ນ ແມ່ນ​ຮວມ​ທັງ​ລູກ​ຈະ​ຫຼວດ​ກາ​ຢຸດ​ຊາ 48 ລູກ ທີ່​ແນ່​ໃສ່​ຄ້າຍ​ທະ​ຫານ​ອິ​ສ​ຣາ​ແອ​ລ​ໂດຍ​ກົງ ທີ່​ເມືອງ​ເບ​ອິດ ໄຊ​ແຕັມ (Beit Zeitem.)

ກຸ່ມ​ຫົວ​ຮຸນ​ແຮງ​ເຮັ​ສ​ໂບ​ລ​ລາ​ຍັງ​ເວົ້າ​ວ່າ ຕົນພວມ​ຫຼຸດ​ຜ່ອນ​ຄວາມ​ກົດ​ດັນ​ຕໍ່​ເຂດ​ກາ​ຊາ​ດ້ວຍ​ການ​ເປີດ​ແນວ​ລົບ ໃນ​ເຂດ​ຊາຍ​ແດນ​ເລ​ບາ​ນອນ​ກັບ​ອິ​ສ​ຣາ​ແອ​ລ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG