ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ ເຮັ​ສບອ​ລ​ລາ ທຳ​ລາຍ​ກ້ອງວົງ​ຈອນ​ປິດ​ຂອງ ອິ​ສ​ຣາ​ແອ​ລ ຢູ່​ຕາມ​ເຂດ​ຊາຍ​ແດນ ເລ​ບາ​ນອນ


ຄວັນ​ປິວ​ຂຶ້ນ​ເທິງ​ຟ້າ​ຈາກ​ການ​ລະ​ບົບ​ຍິງ​ດ້ວຍ​ປືນ​ໃຫຍ​່​ຂອງ ອິ​ສ​ຣາ​ແອ​ລ​ໃນ​ບ້ານ ດາ​ໄຮ​ຣາ, ຢູ່​ເຂດ​ຊາຍ​ແດນ​ຂອງ ເລ​ບາ​ນອນ ຕິດ​ກັບ ອິ​ສ​ຣາ​ແອ​ລ,16 ຕຸ​ລາ 2023.
ຄວັນ​ປິວ​ຂຶ້ນ​ເທິງ​ຟ້າ​ຈາກ​ການ​ລະ​ບົບ​ຍິງ​ດ້ວຍ​ປືນ​ໃຫຍ​່​ຂອງ ອິ​ສ​ຣາ​ແອ​ລ​ໃນ​ບ້ານ ດາ​ໄຮ​ຣາ, ຢູ່​ເຂດ​ຊາຍ​ແດນ​ຂອງ ເລ​ບາ​ນອນ ຕິດ​ກັບ ອິ​ສ​ຣາ​ແອ​ລ,16 ຕຸ​ລາ 2023.

ກຸ່​ມ​ຫົວ​ຮຸນ​ແຮງ ເຮັ​ສບອ​ລ​ລາ ຂອງ ເລ​ບາ​ນອນ ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ພວກ​ເຂົາ​ໄດ້​ເລີ່ມ​ທຳ​ລາຍ​ກ້ອງວົງ​ຈອນ​ປິດ​ຢູ່​ຄ້າຍ​ທະ​ຫານຕ່າງໆ​ຂອງ ອິ​ສ​ຣາ​ແອ​ລ ທີ່ຕັ້ງ​ຢູ່​ຕາມ​ເຂດ​ຊາຍ​ແດນ​ໃນ​ຂະ​ນະ​ທີ່​ຄວາມ​ເຄັ່ງ​ຕຶງ​ໄດ້​ເພີ່ມ​ຂຶ້ນ​ລຸນຫຼັງ​ສົງ​ຄາມ​ລະ​ຫວ່າງ ອິ​ສ​ຣາ​ແອ​ລ ແລະ ກຸ່ມ​ຮາ​ມາ​ສ ທີ່​ໄດ້​ເລີ່ມ​ຂຶ້ນ​ເມື່ອ​ວັນ​ທີ 7 ຕຸ​ລາ​ທີ່​ຜ່ານ​ມາ. ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ ເຮັ​ສບອ​ລ​ລາ ທີ່​ຖືກ​ເປີດ​ເຜີຍ​ໃນ​ວັນ​ຈັນ​ວານນີ້​ປາ​ກົດ​ວາ​ໄດ້ແນ​ເປົ້າ​ໃສ່​ການ​ປ້ອງ​ກັນ​ກອງ​ທັບ​ບົກ ອິ​ສ​ຣາ​ແອ​ລ ຈາກ​ການ​ຕິດ​ຕາມ​ການ​ເຄື່ອນ​ໄຫວ​ຢູ່​ເຂດ​ຊາຍ​ແດນ​ຟາກ ເລ​ບາ​ນອນ ຫຼັງ​ຈາກ​ການ ​ຍິ​ງ​ປືນ​ປະ​ທະ​ກັນຫຼາຍ​ວັນ.

ມັນ​ມີ​ຄວາມ​ເປັນ​ຫ່ວງວ່າ​ກຸ່ມ ເຮັ​ສບອ​ລ​ລາ ທີ່​ມີ​ສະ​ມັດ​ຕະ​ພາບ​ສູງ​ເຊິ່ງ​ຖືກ​ໜູນ ຫຼັງ​ໂດຍ ອີ​ຣ່ານ ນັ້ນອາດ​ເຂົ້າ​ຮ່ວມ​ສົງ​ຄາມ​ກັບ ອິ​ສ​ຣາ​ແອ​ລ. ອິ​ສ​ຣາ​ແອ​ລ ແລະ ກຸ່ມ ເຮັ​ສບອ​ລ​ລາ ແມ່ນ​ສັດ​ຕູ​ທີ່​ຂົມ​ຂື່ນ​ທີ່​ໄດ້​ຕໍ່​ສູ້​ກັນ​ໃນ​ສົງ​ຄາມ​ເປັນ​ເດືອນ​ໃນ​ລະ​ດູ​ຮ້ອນ​ປີ 2006 ທີ່​ໄດ້​ສິ້ນ​ສຸດ​ລົງ​ດ້ວຍ​ການບໍ່​ມີ​ໃຜ​ໄດ້​ຊະ​ນະ. ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ ຝ​ຣັ່ງ ໄດ້​ເດີນ​ທາງ​ຮອດ​ນະ​ຄອນຫຼວງ ເບ​ຣຸດ ເພື່ອ​ປຶກ​ສາ​ຫາ​ລື ກ່ຽວ​ກັບ ຄວາມ​ເຄັ່ງ​ຕຶງ​ຢູ່​ເຂດ​ຊາຍ​ແດນ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່ ເລ​ບາ​ນອນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG