ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ກັນຍາ ໒໐໒໓

ກຸ່ມ Hezbollah ຖິ້ມໂທດໃສ່ ພວກອິສລາມ ຫົວຮຸນແຮງຈັດ ໃນການເສຍຊີວິດ ຂອງ ຜູ້ບັນຊາການ


ພວກແມ່ຍິງທີ່ໄວ້ທຸກ ໃນພິທີສົງສະການ ທ້າວ Mustafa Badreddine ທີ່ຖືກຂ້າຕາຍ ຢູ່ຊີເຣຍ. (ວັນທີ 13 ພຶດສະພາ 2016)

ກຸ່ມ​ Hezbollah ​ໃນ​ເລ​ບາ​ນອນ ກ່າວ​ອ້າງ​ວ່າ ພວກ​ອິສລາມຫົວ​ຮຸນ​ແຮງ​ຈັດ ​ເປັນ​ຜູ້​ຮັບ ຜິດຊອບ ຕໍ່​ການ​ຍິງ​ປືນ​ໃຫຍ່​ໂຈມ​ຕີ ທີ່​ເຮັດ​ໃຫ້​ຜູ້​ບັນຊາ​ການ​ທະຫານ ຂອງ​ກຸ່ມດັ່ງກ່າວ ທ້າວ Mustafa Badredine ​ເສຍ​ຊີວິດ ​ໃກ້ໆ​ສະໜາມ​ບິນ​ໃນ​ນະຄອນ​ຫຼວງດາ​ມັສກັສ ຂອງ​ຊີ​ເຣຍ ​ໃນ​ມື້ວັນ​ສຸກ​ວານ​ນີ້.

ກຸ່ມ Hezbollah ​ໄດ້ປະກາດກ່ຽວ​ກັບ​ການ​ເສຍ​ຊີວິດ​ຂອງ​ທ້າວ Badredine ​ໃນ​ມື້ວານ ​ນີ້ກ່ອນ​ຈັດ​ພິທີ​ສົ່ງສະການ​ທາງ​ທະຫານ​ໃຫ້​ແກ່​ຜູ້​ກ່ຽວ​ໃນ​ເວລາຕໍ່​ມາ​ຂອງ​ມື້ດຽວ​ກັນ.​

ພວກອ້າຍນ້ອງ ຂອງຜູ້ບັນຊາການ Mustafa Badreddine ທີ່ເສຍຊີວິດ ຢູ່ຊີເຣຍ ໄວ້ທຸກ ທີ່ສົບຂອງຜູ້ກ່ຽວ.
ພວກອ້າຍນ້ອງ ຂອງຜູ້ບັນຊາການ Mustafa Badreddine ທີ່ເສຍຊີວິດ ຢູ່ຊີເຣຍ ໄວ້ທຸກ ທີ່ສົບຂອງຜູ້ກ່ຽວ.

ໃນຖະ​ແຫ​ລງການທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນເສົາ​ມື້ນີ້ ກຸ່ມ Hezbollah ກ່າວ​ວ່າ ຕົນ​ໄດ້ ​ທຳການ​ສືບສວນ​ແລະ​ພົບ​ເຫັນ​ວ່າ ​ເຫດ​ລະ​ເບີດ​ທີ່​ນຳໄປ​ສູ່​ ການ​ເປັນວີລະຊົນ​ຂອງສະ ຫາຍ Mustafa Badredine ​ແມ່ນ​ເປັນ​ຜົນ​ຂອງ​ການ​ຍິງ​ປືນ​ໃຫຍ່​ໂຈມ​ຕີ​ໂດຍ​ກຸ່ມ​ຊຸນ​ນີ່ ຫົວ​ຮຸນ​ແຮງ​ຈັດ​ຫຼື takfiri ຢູ່​ໃນ​ບໍລິ​ເວນ​ດັ່ງ​ກ່າວ.

ພວກ​ນັກ​ລົບ​ຂອງ​ກຸ່ມ Hezbollah ​ໄດ້​ຫາມຫີບ​ສົບ​ຂອງ​ທ້າວ Badredine ໄປຕາມ​ຖະ ໜົນ​ຫົນທາງສາຍ​ຕ່າງໆ​ໃນພາກ​ໃຕ້​ຂອງ​ນະຄອນຫຼວງ​ເບ​ຣຸດ ຢູ່​ໃນ​ພິ ທີ​ແຫ່​ທີ່​ຈັດ​ຂຶ້ນ​ໃນ ວັນ​ສຸກ​ວານ​ນີ້.

ທ້າວ Mustafa Badreddine ຜູ້ບັນຊາການທະຫານຂອງກຸ່ມ Hezbollah.
ທ້າວ Mustafa Badreddine ຜູ້ບັນຊາການທະຫານຂອງກຸ່ມ Hezbollah.

ທ້າວ Badredine ​ອາຍຸ 55 ປີ ​ເປັນ​ຜູ້ນຳ​ພາ​ກຸ່ມ​ຫົວ​ຮຸນ​ແຮງ​ຊີ​ໄອ​ດັ່ງກ່າວນີ້​ເຂົ້າ​ໄປ​ພົວ ພັນ​ໃນ​ສົງຄາມ​ກາງ​ເມືອງ​ຂອງ​ຊີ​ເຣຍ ​ແລະ​ເປັນ​ເຈົ້າໜ້າ​ທີ່​ຂັ້ນສູງ​ສຸດຂອງ​ກຸ່ມ​ທີ່​ໄດ້​ຖືກ ​ຂ້າຕາຍນັບ​ແຕ່​ກຸ່ມ Hezbollah ​ໄດ້​ເຂົ້າ​ໄປ​ພົວພັນ​ໃນ​ບັນຫາ​ຂັດ​ແຍ້ງນີ້.​

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Syria Hezbollah
please wait
Embed

No media source currently available

0:00 0:00:30 0:00

XS
SM
MD
LG