ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມ Hezbollah ຖິ້ມ​ໂທດ​ໃສ່ Israel ໃນການຕາຍ ຜູ້ບັນຊາການ ຂອງຕົນ (ວີດີໂອ)


ທຸງຂອງກຸ່ມ Hezbolla ໃນເຂດ ທີ່ທ່ານ Hasan al-Laqqis
ເສຍຊີວິດ
ທຸງຂອງກຸ່ມ Hezbolla ໃນເຂດ ທີ່ທ່ານ Hasan al-Laqqis ເສຍຊີວິດ
ກຸ່ມ​ຫົວ​ຮຸນ​ແຮງ Hezbollah ​ໃນ​ເລ​ບາ​ນອນກ່າວ​ວ່າ ​ຜູ້ບັນ
ຊາ​ການຂອງ​ຕົນຄົນ​ນຶ່ງໄດ້​ຖືກ​ສັງຫານແລະໄດ້​ຖິ້ມ​ໂທດ​ໃສ່
Israel ຊຶ່ງ​ເປັນປະ​ເທດ​ເພື່ອນ​ບ້ານ​ວ່າ ​ເປັນ​ຜູ້​ຮັບຜິດຊອບ
ໃນ​ການ​ຕາຍ​ຂອງ​ຜູ້ກ່ຽວຄັ້ງ​ນີ້.

​ກຸ່ມ Hezbollah ກ່າວໃນ​ການ​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ທີ່​ນຳ
​ອອກ​ເຜີຍ​ແຜ່ໃນ​ວັນ​ພຸດ​ມື້​ນີ້​ວ່າ ທ່ານ Hassan al-Laqis
ໄດ້​ຖືກ​ສັງຫານ ​ໃນ​ຂະນະ​ທີ່​ທ່ານ ​ກໍາລັງ​ກັບ​ເມືອ​ບ້ານ​ເຮືອນ​
ຂອງ​ທ່ານ​ ໃນ​ພາກ​ໃຕ້​ຂອງນະຄອນBeirut ​ໃນ​ຕອນ​ປະມານ
ທ່ຽງ​ຄືນ ​ແຕ່​ບໍ່​ໄດ້​ແຈ້ງ​ໃຫ້ຊາບ​ກ່ຽວ​ກັບ​ລາຍ​ລະອຽດ​ແຕ່​ຢ່າງ
ໃດ. ​ແຫຼ່ງຂ່າວ​ດ້ານຄວາມ​ປອດ​ໄພ ກ່າວ​ວ່າ ທ່ານ​ໄດ້​ຖືກ​ຍິງ
​ໃນ​ຂະນະ​ທີ່​ທ່ານ​ນັ່ງ​ຢູ່​ໃນ​ລົດ.

ກຸ່ມ Hezbollah ​ກ່າວ​ວ່າ Israel ໄດ້​ພະຍາຍາມ​ທີ່​ຈະ​ສັງຫານ​ທ່ານ​ ມາ​ຫຼາຍໆ​ຄັ້ງ​ແລ້ວ
ໃນ​ອະດີດ ​ແລະ​ຕ້ອງ "ຮັບຜິດຊອບ" ​ໃນ​ການ​ຕາຍ​ຂອງ​ທ່ານ.

​ໂຄສົກກະຊວງ​ການ​ຕ່າງປະ​ເທດ​ຂອງ Israel ທ່ານ Yigal Palmor ​ໄດ້​ປະຕິ​ເສດ​ວ່າ​
Israel ບໍ່​ມີ​ສ່ວນ​ກ່ຽວຂ້ອງ​ໃດໆ ​ໂດຍ​ເວົ້າວ່າ ກຸ່ມ Hezbollah ໄດ້ກ່າວ​ຫາ Israel ​
ໂດຍ​ອັດຕະ​ໂນ​ມັດ​ໃນ​ອະດີດ​ຜ່ານ​ມາ.

ກຸ່ມ Hezbollah ​ແລະ Israel ໄດ້​ຕໍ່ສູ້​ກັນ ​ໃນ​ສົ​ງ​ຄາມ 34 ​ມື້​ໃນ​ປີ 2006 ທີ່​ໄດ້​ສັງຫານ
1 ພັນ 300 ຄົນ ຊຶ່ງ​ສ່ວນ​ໃຫຍ່​ເປັນ​ຊາວ​ເລ​ບາ​ນອນ.

LEBANON HEZBOLLAH VO.mov
please wait

No media source currently available

0:00 0:00:53 0:00
XS
SM
MD
LG