ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຮີຣິເຄນແດລຕາ ມຸ້ງໜ້າສູ່ຊາຍຝັ່ງ ຂອງສະຫະລັດ ທີ່ອ່າວເມັກຊິໂກ


ພາບຖ່າຍຈາກດາວທຽມ gເມື່ອວັນພະຫັດ ທີ 8 ຕຸລາ 2020, ທີ່ນຳອອກເຜີຍແຜ່ໂດຍອົງການ NASA ທີ່ມອງເຫັນເຮີຣິເຄນແດລຕາ ມີຄວາມແຮງລະດັບ 3.
ພາບຖ່າຍຈາກດາວທຽມ gເມື່ອວັນພະຫັດ ທີ 8 ຕຸລາ 2020, ທີ່ນຳອອກເຜີຍແຜ່ໂດຍອົງການ NASA ທີ່ມອງເຫັນເຮີຣິເຄນແດລຕາ ມີຄວາມແຮງລະດັບ 3.

ພວກນັກພະຍາກອນອາກາດສະຫະລັດ ກ່າວໃນຕອນແລງວັນພະຫັດວານນີ້ ວ່າ ເຮີຣິເຄນແດລຕາໄດ້ເພີ້ມຄວາມແຮງຂຶ້ນ “ໜ້ອຍນຶ່ງ” ໃນຂະນະທີ່ເຄື່ອນ ເຂົ້າສູ່ຊາຍຝັ່ງຂອງສະຫະລັດໃນອ່າວເມັກຊິໂກ.

ໃນຕອນເດິກຂອງວັນພະຫັດວານນີ້ ສູນກາງເຮີຣີເຄນແຫ່ງຊາດຂອງສະຫະລັດກ່າວວ່າ ແດລຕາອາດເປັນພາຍຸນຳເອົາຄື້ນຟອງທະເລ ທີ່ອາດເປັນໄພຂົ່ມຂູ່ຕໍ່ຊີວິດ ເຂົ້າມາຫາຊາຍຝັ່ງລະຫວ່າງເກາະຮາຍອາຍແລນ (High Island) ໃນ ເທັກຊັສ (Texas) ໄປຫາເກາະໂອເຊິນສະປຣິງ (Ocean Spring) ໃນລັດມີສຊິສສິບປີ (Mississippi.)

ບັນດານັກພະຍາກອນອາກາດ ກ່າວວ່າ ຈຸດສິນກາງຂອງເຮີຣິເຄນແດລຕາຈະ ເຄື່ອນຍ້າຍໄປສູ່ ພາກຕາເວັນຕົກສຽງເໜືອ ຂອງອ່າວເມັກຊິໂກໃນວັນສຸກມື້ນີ້ ແລະຫຼັງຈາກນັ້ນກໍຈະພັດຂຶ້ນຝັ່ງ ໃນຕອນບ່າຍ ຫຼືຕອນແລງຂອງມື້ວັນສຸກ.

ແດລຕາ ຊຶ່ງເປັນເຮີຣິເຄນລະດັບ 3 ກຳລັງເຄື່ອນຍ້າຍ ດ້ວຍລົງແຮງສຸດຂີດ ເກືອບ 195 ກິໂລແມັດຕໍ່ຊົ່ວໂມງ ແລະອາດເປັນໄປໄດ້ທີ່ລົມພາຍຸດັ່ງກ່າວຈະເພີ້ມຄວາມແຮງຂຶ້ນຕື່ມອີກໜ້ອຍນຶ່ງໃນເວລາຂ້າມຄືນ ອີງຕາມລາຍງານຫຼ້າສຸດຂອງສູນກາງເຮີຣິເຄນແຫ່ງຊາດ.

ເຮຣິເຄນຫົວນີ້ຄາດວ່າຈະອ່ອນຄວາມແຮງລົງໃນຂະນະທີ່ເຄື່ອນຍ້າຍໄປສູ່ພາກ ເໜືອຂອງອ່າວເມັກຊິໂກໃນວັນສຸກມື້ນີ້. ພວກນັກພະຍາກອນອາກາດ ກ່າວວ່າ ຄວາມແຮງຂອງລົມພາຍຸຄາດວ່າ ຈະອ່ອນລົງຢ່າງໄວ ຫຼັງຈາກໃຈກາງຂອງລົມ ພາຍຸ ເຄື່ອນຍ້າຍຂຶ້ນສູ່ໜ້າດິນແລ້ວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG