ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວີລະກໍາຂອງອະດີດນັກບິນ Chesley Sullenberger (ເບິ່ງວີດີໂອ ພາສາອັງກິດຊ້າໆ)


ທ່ານ Chesley 'Sully' Sullenberger, ອະດີດນັກບິນອະ​ວຸ​ໂສຂອງ​ສາຍ​ການບິນ US Airways
ທ່ານ Chesley 'Sully' Sullenberger, ອະດີດນັກບິນອະ​ວຸ​ໂສຂອງ​ສາຍ​ການບິນ US Airways

ອະດີດນັກບິນອະ​ວຸ​ໂສຂອງ​ສາຍ​ການບິນ US Airways ທ່ານ Chesley Sullenberger ທີ່​ໄດ້​ກາຍ​ມາ​ເປັນ​ວີລະ​ບຸລຸດ ຍ້ອນ​ໄດ້ພາ​ເຮືອບິນ​ໂດຍສານ​ທີ່​ລາວ​ຂັບ ​ໄປ​ລົງ​ຈອດ​ຢູ່​ກາງ​ແມ່​ນໍ້າຮັດ​ສັນ ​ໂດຍ​ບໍ່​ມີ​ຜູ້​​ໂດຍສານ​ເສຍ​ຊີວິດ​ຈັກ​ຄົນ​ນັ້ນ ​ໄດ້​ທໍາ​​ການ​ປຸກລະດົມ​ໃຫ້​ຜູ້​ຄົນຫັນ​ມາ​ສົນ​ໃຈ​ອາຊີບ​ນັກ​ບິນ​ຫລາຍ​ຂຶ້ນ ຍ້ອນ​ວ່າ​ ​ເວລາ​ນີ້ ຈໍານວນ​ນັກ​ບິນ​ໃໝ່​​ໃນ​ສະຫະລັດ​ນັ້ນ ກໍາລັງ​ຫລຸດ​ນ້ອຍ​ຖອຍ​ລົງ​ນັບ​ມື້. ດາຣາມີ​ລາຍ​ງານເລື້ອງ​ນີ້ ມາສະ​ເໜີ​ທ່ານ.

ນັກບິນ​ອາວຸ​ໂສ Chesley Sullenberger ​ເປັນ​ທີ່​ຈັກ​ກັນ​ດີ ຍ້ອນວີລະກໍາ​ຂອງ​ທ່ານ​ທີ່​
ໄດ້​ສ້າງ​ໄວ້​ໃນ​ຕົ້ນ​ປີ 2009 ຄື​ທ່ານ​ໄດ້​ຕັດສິນໃຈ​ໂດຍ​ທັນທີ​ ຫລັງ​ຈາກເຮືອບິນໂດຍສານ​
ທີ່​ທ່ານ​ກໍາລັງ​ຂັບ​ໄປ ໄດ້​ໄປ​ຕໍາ​ເອົານົກ​ຝຸງ​ນຶ່ງ ​ແລະທັງ​ສອງ​ເຄື່ອງຈັກ​ມອດ​ລົງ ​ຫລັງ​ຈາກ
ແລ່ນ​ຂຶ້ນຈາກ​ສະໜາມ​ບິນ​ແຫ່ງນຶ່ງ​ໃນ​ນະຄອນນີວຢອກ.

ເບິ່ງວີດີໂອ ລາຍງານພາສາອັງກິດຊ້າໆ ເພື່ອຮຽນໄປພ້ອມ:

ຟັງລາຍງານພາສາລາວ:

ສຽງຖາມກັນລະຫວ່າງຫໍການບິນ ກັບນັກບິນ...

ນັ້ນ​ຄືຄໍາສົນທະນາກັນ ​ລະຫວ່າງ​ພວກ​ເຈົ້າໜ້າ​ທີ່ປະ​ຈໍາ​ຫໍ​ບັງຄັບ​ການບິນ​ທີ່​ຖາມນັກ​ບິນ​
ຖ້ຽວ​ບິນ ທີ 1549 ວ່າ “ໂອ​ເຄ ເຈົ້າຢາກເອົາຍົນ​ລົງ​ທາງ​ແລ່ນ​ໂຕ​ໃດ ຢູ່ເດີ່ນ​ບິນເມືອງ
Teterboro?”
ຊຶ່ງ​ນັກ​ບິນ​ຕອບ​ມາ​ວ່າ“ບໍ່ ພວກ​ເຮົາ​ຈະ​ເອົາ​ຍົນ​ລົງ​ທີ່​ແມ່​ນໍ້າ​ຮັດ​ສັນ.”

ນັກ​ບິນປະ​ຈໍາ​ຖ້ຽວ​ບິນ​ດັ່ງກ່າວ ຄື​ທ່ານ Chesley Sullenberger ທີ່​ໄດ້ຕັດ​ສິນ​ໃຈ
ໃນ​ທັນທີ​ວ່າ ​ຈະ​ເອົາ​ຍົນຂອງສາຍ​ການບິນ​ US Airways ລົງ​ບ່ອນ​ໃດ ​ແລະ​ແບບ​ໃດ.
ທ່ານ Sullenberger ​ເວົ້າ​ວ່າ:

“ພວກ​ເຮົາ​ມີ​ເວລາ​ແຕ່ພຽງ 208 ວິນາ​ທີ​ເທົ່າ​ນັ້ນ ນັບ​ຈາກ​ທີ່​ພວກ​ເຮົາປະ​ທະ​
ກັບ​ຝຸງ​ນົກ ມາຮອດເວລາ​ທີ່​ພວກ​ເຮົາ​ເອົາ​ຍົນແລ່ນ​ລົງນໍ້າ.”

ທ່ານ Sullenberger ​ໄດ້​ເອົາ​ເຮືອບິນ​ລໍາ​ນັ້ນ​ເວິ່ນລົງ​ບົນ​ແມ່​ນໍ້າ​ຮັດ​ສັນ ຊຶ່ງ​ການ​ຕັດ
ສິນ​ໃຈຢ່າງ​ໄວວາ​ຂອງ​ທ່ານ​ ໄດ້​ຊ່ວຍ​ຊີວິດ​ຂອງ​ທຸກໆ​ຄົນ​ຢູ່​ໃນ​ເຮືອບິນ​ລໍາ​ນັ້ນ.

“ສໍາລັບທຸກໆຄົນຢູ່ເທິງເຮືອບິນລໍານັ້ນ ແລະຄອບຄົວຂອງພວກເຮົາ ເຫດການ
ອັນນັ້ນ ແມ່ນໄດ້ປ່ຽນແປງຊີວິດຂອງພວກເຮົາໄປໃນທັນໃດ ຢ່າງສິ້ນເຊີງ ແລະ
ຖ້າບໍ່ແມ່ນຕະຫລອດໄປ ກໍເປັນເວລາດົນນານ ເລີຍແຫລະ.”

ນັບ​ຕັ້ງ​ແຕ່​ເຫດການ​ເອົາຍົນ​ລົງ​ສຸກ​ເສີນ​ຢ່າງປອດ​ໄພ​ດັ່ງກ່າວມາ​ນັ້ນ ທ່ານ Sullenberger ​
ແລະ​ Jeff Skiles ນັກ​ບິນ​ຜູ້​ຊ່ວຍ​ຂອງ​ທ່ານ ​ກໍໄດ້​ຮັບ​ລາງວັນ​ຫລາຍ​ຢ່າງ. ​ໃນ​ເດືອນ​ພະ
ຈິກ​ປີ​ກາຍ​ນີ້ ທ່ານ Sullenberger ​ໄປ​ປາກົດ​ຕົວ​ທີ່​ມະຫາ​ວິທະຍາ​ໄລ Purdue ລັດ​ອິນ
ເດຍນາ ​ເພື່ອ​ຮັບ​ລາງວັນ​ເປັນ​ຫລຽນ​ຄວາມ​ດີ​ເລີດ Neil Armstrong ຈາກ​ນັກ​ເຫາະ​ອາ
ວະ​ກາດ Neil Armstrong ຜູ້​ຊາຍຄົນ​ທໍ​າອິດ​ທີ່​ໄດ້​ລົງ​ໄປຍ່າງ​ຢູ່​ເທິງ​ດວງ​ຈັນ ຊຶ່ງ​ທ່ານ
Armstrong ​ໄດ້​ເອີ້ນ​ທ່ານ Sullenberger ວ່າ:

“ເພື່ອນ​ສະມາຊິກ​ຄົນ​ນຶ່ງ​ຂອງສະ​ໂມ​ສອນ​ພວກ​ນັກ​ບິນ​ທີ່​ເອົາ​ຍົນລົງ​ເດີ່ນທີ່
ແປກ​ປະຫລາດ.”

ບຸລຸດ​ທີ່ເອີ້ນ​ຊື່​ຕົນ​ເອງ​ສັ້ນໆ​ວ່າ Sully ​ໄດ້​ອອກ​ກິນ​ເບ້ຍ​ບໍ​ານານ​ຈາກ​ບໍລິສັດສາຍ​ການບິນ
US Airways ​ໃນ​ປີ 2010. ການເປັນ​ຄົນ​ມີ​ຊື່​ສຽງ​ນັ້ນ ​ອໍານວຍໃຫ້ທ່ານມີ​ໂອກາດ​ໄດ້​ເຮັດ​
ສິ່ງ​ອື່ນໆ​ນັ້ນ​ນໍາ.

“ຄວາມ​ໂດ່​ງດັງ, ຄວາມເອົາໃຈໃສ່ອັນນີ້ ໄດ້ອໍານວຍໃຫ້ຂ້າພະເຈົ້າມີ​ປາກສຽງ
ຫລາຍ​ຂຶ້ນ ​ໃນ​ການທີ່ຈະໄດ້ມີໂອກາດສ້າງ​ຄວາມແຕກຕ່າງ​ໃນ​ທາງ​ດີຂຶ້ນກ່ຽວ
​ກັບ​ສິ່ງ​ຕ່າງໆທີ່ຂ້າພະເຈົ້າເປັນຫ່ວງເປັນໄຍມາໄດ້ຫລາຍປີແລ້ວ. ນັ້ນກໍຄື​ເລື່ອງ
ຄວາມປອດໄພຂອງການບິນ. ສະຖານະພາບຂອງອາຊີບຂັບເຮືອບິນຂອງ
ສາຍການບິນ ແລະແນ່ນອນ ອະນາຄົດຂອງການບິນໃນປະເທດເຮົານີ້.”

ເວລາ​ນີ້ ທ່ານ Sullenberger ເປັນຫົວໜ້າໂຄງການນຶ່ງ​ທີ່​ເອີ້ນ​ວ່່າ Young Eagles
ຫລື​ໂຄງການ ນົກ​ອິນ​ຊີ​ນ້ອຍ ຂອງ​ສະມາຄົມ Experimental Aircraft Association
ຫລືສະມາຄົມທົດລອງ​ເຮືອບິນ ຊຶ່ງ​ທ່ານ​ອະທິບາຍ​ວ່າ:

“ໂຄງການ Young Eagles ເປັນໂຄງການນຶ່ງຂອງພວກອາສາສະໝັກ ທີ່ໃຫ້
ໂອກາດພວກຊາວໜຸ່ມທັງຫລາຍຜູ້ທີ່ສົນໃຈໃນການບິນ ​ໄດ້​ຂຶ້ນ​ບິນເທື່ອທໍາ​ອິດ.
ມັນເປັນໂອກາດທີ່ຈະກະຕຸ້ນຄວາມມັກຂອງພວກເຂົາເຈົ້າ ໂອກາດເພື່ອສະໜອງ
​ສິ່ງ​ດີ​ໆໃຫ້​ແກ່ອະນາຄົດຂອງການບິນ.”

ການເຂົ້າມາພົວພັນຂອງທ່ານໃນໂຄງການນີ້ ແມ່ນມີຂຶ້ນໃນຊ່ວງເວລາ ທີ່​ມີການປ່ຽນ
ແປງຢູ່​ໃນ​ວົງອຸດສາຫະກໍາການບິນ. ຄ່າແຮງງານສໍາລັບ ພວກນັກບິນ ແລະພະນັກ
ງານປະຈໍາເຮືອບິນ ​ໄດ້ລົດຕໍ່າລົງອັນເປັນຜົນ ມາຈາກການແຂ່ງຂັນກັນລະຫວ່າງພວກ
ສາຍການບິນ ທີ່ມີຄ່າໃຊ້ຈ່າຍຕໍ່າ. ອະດີດນັກບິນ Chesley Sullenberger ກ່າວຕໍ່
ໄປວ່າ ພວກຊາວໜຸ່ມຫລາຍໆຄົນ ​ໄດ້​ໝົດຄວາມສົນໃຈໃນອາຊີບນັກບິນ.

“ຈໍານວນນັກຮຽນນັກບິນເລິ່ມຕົ້ນ ຄືຈໍານວນພວກນັກຮຽນທີ່ເລິ່ມຮຽນບິນນັ້ນ
ໄດ້ລົດຕໍ່າລົງຢ່າງ​ຫລວງຫລາຍ ໃນຫລາຍໆປີຫລັງໆ​ນີ້. ສິ່ງທີ່ ພວກເຮົາກໍາລັງ
ພະຍາຍາມເຮັດຢູ່ໃນເວລານີ້ ກໍ​ແມ່ນເພື່ອຈະຍຸຕິການລົດນ້ອຍຖອຍລົງທີ່​ວ່າ​ນີ້
ແລະ​ເຮັດ​ໃຫ້​ຜູ້​ຄົນ​ມີຄວາມສົນໃຈຄືນ​ໃໝ່ໃນວົງການການບິນ ​ໃນ​ຖານະ​ເປັນຊ່ອງ​
ທາງ​ນຶ່ງສໍາລັບການສັນສ້າງ ຫລື ສໍາລັບອາຊີບນຶ່ງ.”

ນັກບິນ Sullenberger ຫວັງວ່າ ຕົວຢາງທີ່ທ່ານແລະທີມງານຂອງທ່ານໄດ້ສ້າງໄວ້
ເທິງແມ່ນໍ້າ Hudson ນັ້ນຈະເປັນແຮງດຶງດູດຄວາມສົນໃຈໃນ​ເລື້ອງການບິນ. ແລະ
ທ່ານຕ້ອງການ​ເຮັດໃຫ້ເປັນທີ່ແນ່ໃຈວ່າ ພວກຜູ້ໂດຍສານຂອງສາຍການບິນທັງຫລາຍ
ຈະມີນັກ​ບິນແລະ​ພະນັກງານປະຈໍາເຮືອບິນ ທີ່ມີຄວາມຊໍານານແລະປະສົບການສູງ
ໄວ້ຮັບໃຊ້ໃນອ​ະນາ​ຄົດ.

XS
SM
MD
LG