ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໙ ມີນາ ໒໐໒໓

ຊາວເທັກຊັສພາກັນກະກຽມ ຮັບມືກັບພາຍຸເຮີຣິເຄນຮາ​ວີ ທີ່ຈະມາໃນແລງມື້ນີ້


ທ່ານ Lynn Dixon ເອົາຖົງດິນຊາຍວາງຕັນນໍ້າຖ້ວມ ຢູ່ຮ້ານຂອງລາວຢູ່ເມືອງ Galveston ລັດເທັກຊັສໃນຂະນະທີ່ ພາຍຸເຮີຣິເຄນ Harvey ເພີ້ມຄວາມຮຸນແຮງຂຶ້ນ ຢູ່ໃນອ່າວແມັກຊີ ໃນວັນທີ 25 ສິງຫາ, 2017.

ພາຍຸເຮີຣິເຄນຮາ​ວີ (Harvey) ​ໄດ້​ເພີ້ມຄວາມ​ຮ້າຍ​ແຮງ​ຂຶ້ນ​ເມື່ອ​ມັນ​ໄດ້​ພັດ​ຜ່ານ
​ເຂດ​ນໍ້າ​ອຸ່ນ ຂອງ​ອ່າວ​ແມັກ​ຊິກ​ໂກ ມຸ້ງໜ້າ​ໄປ​ຫາ​ຝັ່ງ​ທະ​ເລ​ຂອງ​ລັດ​ເທັກຊັສ.

ພວກ​ນັກ​ອຸຕຸນິຍົມ​ຂອງ​ສະຫະລັດ​ເວົ້າວ່າ ເຮີຣິເຄນຮາ​ວີ ຈະເປັນພາຍຸເຮີຣິເຄນ​ຍິ່ງ
ໃຫຍ່ຫລາຍ ​ເມື່ອ​ມັນເຄື່ອນເຂົ້າມາ​ຫາແ​ຜ່ນດິນ​ໃຫຍ່ໃນ​ຄ້າຍ​ແລງ​ຂອງ​ວັນ​ສຸກ​ມື້ນີ້.
ຫົວ​ພາຍຸ​ທີ່​ແຮງ​ທີ່​ສຸດ​ ແມ່ນ​ວັດ​ແທກ​ໄດ້​ແລ້ວ​ໃນ​ອັດຕາ 160 ກິ​ໂລ​ແມັດ ຕໍ່ຊົ່ວ​ໂມງ ​
ແລະ​ກໍ​ຄາ​ດັນ​ວ່າ​ມັນ​ຈະກາຍ ​200 ກິ​ໂລ​ແມັດ ຕໍ່ຊົ່ວ​ໂມງ ​ໃນ​ຕອນ​ທີ່​ເຮີຣິເຄນກະ​ແທກ
​ໃສ່​ເຂດຊາຍ​ຝັ່ງ​ທະ​ເລ​ທີ່​ມີ​ຄວາມ​ກວ້າງ 600 ກິ​ໂລ​ແມັດນັ້ນ.

ປົກກະຕິ​ແລ້ວ ເຮີຣິເຄນຕ່າງໆ ມັນ​ກຈະ​ອ່ອນ​ຄວາມ​ແຮງລົງ​ຫລາຍ ​ເມື່ອ​ມັນ​ເຄື່ອນເຂົ້າມາ​ແຜ່ນດິນ ​ແຕ່​ວ່າ​ພວກ​ນັກ​ພະຍາກອນ​ອາກາດ​ເວົ້າວ່າ ເຮີຣິເຄນຊຸດ​ນີ້ ຈະ​ບໍ່​ເປັນແບບ​ນັ້ນ ​ເມື່ອ​ມັນ​ກະທົບ​ໃສ່​ຝັ່ງ​ທະ​ເລ ມັນ​ຈະ​ຢຸດ​ສະ​ງັກຢູ່​ຫັ້ນ ​ແລ້ວ​ມັນ​ອາດ​ຈະ​ເຄື່ອນ​ກັບ​ຄືນໄປ​ຫາ​ທະ​ເລ​ເປັນ​ໄລຍະ​ສັ້ນໆ ​ແລະ​ກໍ​ນໍາ​ເອົາ​ຝົນກັບ​ຄືນ​ມາຕົກ​ໃສ່​ຊຸມ​ຊົນ​ທີ່ອາ​ໄສຢູ່​ໃກ້​ແຄ​ມຝັ່ງ​ທະ​ເລ ທີ່​ຕໍ່າ​ອີກ​ເປັນຄັ້ງທີ​ສອງ.

ຄາດ​ວ່າ ເຮີຣິເຄນຈະ​ນໍາ​ເອົາ​ຝົນມາ​ຖອກໃສ່​ເຂດ​ແຄມ​ທະ​ເລ​ອັນກວ້າງ​ຂອງ​ລັດ​ເທັກ​ຊັສ ໃນ​ລະດັບ​ເກືອບ​ຮອ​ດ 100 ຊັງ​ຕີ​ແມັດ.

ສູນ​ກາງເຮີຣິເຄນ​ເວົ້າວ່າ ​ຄາ​ດກັນ​ວ່າອາດມີໄພ​ນໍ້າ​ຖ້ວມ “ທີ່​ເປັນ​ອັນຕະລາຍ​ແກ່ຊີວິດ" ທີ່​ມາ​ພ້ອມ​ກັບ​ຫົວ​ພາຍຸ​ທີ່​ພຸ້ງຕົວ​ຂຶ້ນສູງ​ຫລາຍ​ກວ່າ 3 ​ແມັດ.

ຊາວ​ລັດ​ເທັກ​ຊັສ ທີ່​ອາ​ໄສ​ຢູ່​ໃນ​ເຂດຊາຍ​ຝັ່ງ​ຂອງ​ອ່າວ ​ໄດ້​ຕຽ​ມຕົວ​ຮັບ​ມື​ກັບ​ພະຍຸ ໂດຍ​ການ ​ເອົາ​ຖົງ​ຂີ້ຊາຍ​ໄປ​ໄວ້​ອ້ອມ​ຮອບ​ເຂດ​ທີ່​ມັກ​ມີ​ນໍາ​ຖ້ວມ​ນັ້ນ​ໄວ້. ພວກ​ທີ່​ອາ​ໄສ​ຢູ່​ໃນ​ລັດ​ນັ້ນ ​ໄດ້​ພາກັນ​ຫລັ່ງ​ໄຫລ​ໄປຮ້ານ​ຄ້າ​ຢ່າງ​ຄັບຄາໜາ​ແໜ້ນ​ເພື່ອ​ຊື້ນໍ້າ​ກິນ ​ແລະສະບຽງອາຫານ​ອື່ນໆ ​ເພື່ອ​ຫ້າງ​ໄວ້​ກິນ ​ແລະ​ໃຊ້​ໃນ​ໄລຍະ​ທີ່​ອາດ​ຈະ​ມີ​ຄວາມ​ຫຍຸ້ງຍາກ​ເປັນ​ຫລາຍໆມື້.

ເຮີຣິເຄນຄັ້ງ​ແລ້ວນີ້ ​ໄດ້​ກະໜໍ່າ​ພາກ​ໃຕ້​ຂອງເຂດແຄມ​ຝັ່ງທະ​ເລ​ລັດ​ເທັກ​ຊັສ ​ໃນ 14 ປີ​ກ່ອນໜ້ານີ້. ​ເຈົ້າປົກຄອງ​ລັດ, ທ່ານ Greg Abbott ​ໄດ້​ອອກ​ຄໍາ​ສັ່ງ​ໃຫ້​ພະນັກງານ​ຮັບ​ມື​ກັບ​ເຫດ​ສຸກເສີນ​ຂອງ​ລັດປຸກລະດົມ​ໃຫ້​ມີ​ການ​ດໍາ​ເນີນ​ການ​ຊອກ​ຫາ ​ແລະ​ກູ້​ໄພ​ຂຶ້ນ. ທ່ານ​ໄດ້​ປະກາດ​ ລ່ວງໜ້າ​ໃຫ້ 30 ​ເມືອງ​ທີ່ຢູ່ແຄມ ຫລື​ໃກ້​ແຄມ​ຝັ່ງ​ທະ​ເລ​ເປັນ​ເຂດ​ປະສົບ​ໄພພິບັດ ​ເພື່ອ​ເຮັດ​ໃຫ້ການ​ໃຊ້​ການ​ຊ່ວຍ​ເຫລືອ​ຂອງ​ລັດ​ໄວ​ຂຶ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG