ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮີຣິເຄນນິໂກລັສ ພັດຂຶ້ນຝັ່ງ ໃນເຂດແຄມທະເລ ທາງພາກຕາເວັນອອກ ລັດເທັກຊັສ


ຕາມປົກກະຕິແລ້ວ ເປັນບ່ອນສັນຈອນທີ່ໜາແໜ້ນ ໃກ້ກັບສູນກາງ ປິ່ນປົວໃນລັດເທັກຊັສ ບັດນີ້ໄດ້ຫວ່າງເປົ່າ ໃນຂະນະທີ່ປະຊາຊົນ ພາກັນຫລົບໜີ ຈາກພາຍຸລະດູຮ້ອນນິໂກລັສ ວັນຈັນ ວັນທີ 13 ກັນຍາ 2021 ຮິວສຕັນ ລັດເທັກຊັສ.
ຕາມປົກກະຕິແລ້ວ ເປັນບ່ອນສັນຈອນທີ່ໜາແໜ້ນ ໃກ້ກັບສູນກາງ ປິ່ນປົວໃນລັດເທັກຊັສ ບັດນີ້ໄດ້ຫວ່າງເປົ່າ ໃນຂະນະທີ່ປະຊາຊົນ ພາກັນຫລົບໜີ ຈາກພາຍຸລະດູຮ້ອນນິໂກລັສ ວັນຈັນ ວັນທີ 13 ກັນຍາ 2021 ຮິວສຕັນ ລັດເທັກຊັສ.

ເຮີຣິເຄນນິໂກລັສ ໄດ້ພັດຂຶ້ນຝັ່ງ ໃນຕອນເຊົ້າວັນອັງຄານມື້ີນີ້ ຢູ່ຕາມເຂດແຄມຝັ່ງທະເລ
ທາງທິດຕາເວັນອອກສຽງໃຕ້ຂອງລັດເທັກຊັສ.

ສູນກາງເຮີຣີເຄນແຫ່ງຊາດຂອງສະຫະລັດ ກ່າວວ່າ ນິໂກລັສ ໄດ້ພັດຂຶ້ນຝັ່ງ ບໍ່ດົນຫຼັງຈາກ
ທ່ຽງຄືນ ຕາມເວລາໃນທ້ອງຖິ່ນຫຼື 5 ໂມງ 30 ຕາມເວລາມາດຕະຖານສາກົນ ທີ່ແຫຼມ
ມາຕາກໍດາ (Matagorda) ທາງພາກຕາເວັນອອກຂອງລັດ ເທັກຊັສ ປະມານ 15 ກິໂລ
ແມັດ ທາງທິດຕາເວັນຕົກ ຕາເວັນຕົກສຽງໃຕ້ຂອງ ຫາດຊາເຈັນ (Sargent.)

ພາຍຸຫົວນີ້ ມີລົມແຮງສຸດ 120 ກິໂລແມັດຕໍ່ຊົ່ວໂມງ ເຮັດໃຫ້ມັນກາຍເປັນລົມ ພາຍຸລະດັບ
1 ທີ່ມີທັງໝົດຫ້າລະດັບດ້ວຍກັນໃນການວັດແທກຄວາມແຮງຂອງ ລົມຂອງພາຍຸ ແລະ
ຄວາມສາມາດທີ່ສ້າງຄວາມເສຍຫາຍ. [[https://www.nhc.noaa.gov/aboutsshws.
php ]] ພາຍຸຫົວນີ້ແມ່ນເຮີຣິເຄນຫົວທີຫົກສຳລັບປີ 2021 ຂອງລະດູເຮີຣິເຄນ ໃນເຂດມະ
ຫາສະໝຸດແອັດແລນຕິກ.

ນິໂກລັສ ໄດ້ເລີ້ມເຮັດໃຫ້ມີຝົນຕົກໜັກ ແລະລົມແຮງ ຢູ່ໃນບາງເຂດຂອງລັດເທັກຊັສ
ແລະລັດຫລູຍເຊຍນາ ທີ່ຕັ້ງຢູ່ໃກ້ຄຽງ ກ່ອນພັດຂຶ້ນຝັ່ງ. ບັນດານັກ ພະຍາກອນອາກາດ
ຄາດວ່າເຮີຣິເຄນຫົວນີ້ຈະພັດໄປທາງທິດຕາເວັນອອກສຽງ ເໜືອນອກນະຄອນຮຸສຕັນ
ກ່ອນເຄື່ອນຍ້າຍເຂົ້າໄປສູ່ລັດຫລູຍເຊຍນາໃນ ຕອນກາງເວັນ.

ບັນດານັກພະຍາກອນອາກາດ ໄດ້ອອກຂ່າວ ແລະຄຳເຕືອນ ກ່ຽວກັບຄື້ນຟອງສຳລັບ
ຫຼາຍໆປະຊາຄົມທີ່ຕັ້ງເລາະຕາມແຄມຝັ່ງທະເລຂອງລັດເທັກຊັສ ທີ່ອາດ ເປັນໄພຂົ່ມຂູ່ຕໍ່
ຊີວິດເຊັ່ນວ່ານໍ້າຖ້ວມຢ່າງກະທັນຫັນ. ລົມພາຍຸນິໂກລັສ ຄາດວ່າ ຈະພາໃຫ້ມີຝົນຕົກໜັກ
ລະຫວ່າງ 15 ຫາ 30 ຊັງຕີແມັດ ຢູ່ຕາມຂົງເຂດ ໄປຈົນຮອດວັນພຸດມື້ອື່ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG