ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ຢືນຢັນວ່າ ຈີນ ໄດ້ກັກຂັງ ຊາວຈີນ-ອອສເຕຣໄວ້ ຢູ່ໃນປະເທດຈີນ


ທ່ານ ຢັງ ເຮັງຈຸນ ນັກຂຽນ ທັງເຄີຍເປັນນັກການທູດຈີນ ຜູ້ຊຶ່ງປັດຈຸບັນ ໄດ້ສັນຊາດອອສເຕຮເລຍ ສະແດງທ່າທາງ
ຢູ່ໃນທີ່ແຫ່ງນຶ່ງ ໃນທິເບດ ປະເທດຈີນ ໃນກາງເດືອນ ກໍລະກົດ ປີ 2014.
ທ່ານ ຢັງ ເຮັງຈຸນ ນັກຂຽນ ທັງເຄີຍເປັນນັກການທູດຈີນ ຜູ້ຊຶ່ງປັດຈຸບັນ ໄດ້ສັນຊາດອອສເຕຮເລຍ ສະແດງທ່າທາງ ຢູ່ໃນທີ່ແຫ່ງນຶ່ງ ໃນທິເບດ ປະເທດຈີນ ໃນກາງເດືອນ ກໍລະກົດ ປີ 2014.

ລັດຖະບານອອສເຕຣເລຍ ໄດ້ຢືນຢັນວ່າ ຜູ້ມີຫົວຄັດດຄ້ານ ທັງເປັນນັກຂຽນ ສອງສັນ
ຊາດ ຈີນ-ອອສເຕຣເລຍ ໄດ້ຖືກກັກຂັງຢູ່ໃນປະເທດບ້ານເກີດເມືອງ ນອນຂອງເພິ່ນ.

ທ່ານ ຢັງ ເຮງຈຸນ ອະດີດນັກການທູດ ທີ່ກັບກາຍມາເປັນນັກເຄື່ອນໄຫວປະ ຊາທິປະ
ໄຕ ແລະນັກຂຽນນະວະນິຍາຍ ໄດ້ຖືກຈັບ ຢູ່ເດີ່ນເຮືອບິນໂດຍເຈົ້າໜ້າທີ່ຮັກສາຄວາມ
ປອດໄພຢູ່ໃນເມືອງກວາງ​ໂຈ ທາງພາກໃຕ້ຂອງຈີນໃນ ວັນສຸກແລ້ວນີ້ ຫຼັງຈາກໄດ້ໄປ
ເຖິງພ້ອມກັບພັນລະຍາແລະລູກສາວນ້າ ໂດຍ ເຮືອບິນຈາກນະຄອນນິວຢອກ. ຄອບ
ຄົວດັ່ງກ່າວ ມີກຳນົດຈະບິນຕໍ່ໄປຍັງນະ ຄອນຊຽງໄຮ້.

ໃນຖະແຫລງການສະບັບນຶ່ງທີ່ອອກໄປ ໃນວັນພະຫັດມື້ນີ້ ທ່ານນາງ Marise Payne ລັດຖະມົນຕີຕ່າງປະເທດ ໄດ້ຮຽກຮ້ອງໃຫ້ປັກກິ່ງປະຕິບັດ “ຢ່າງແຈ້ງ ຂາວໂປ່ງໃສ ແລະ
ເປັນທຳ” ສຳລັບຄະດີ ຂອງທ່ານ ຢັງ. ທ່ານນາງເວົ້າວ່າ ພວກເຈົ້າໜ້າທີ່ການທູດ ຈະພົບ
ປະກັບເຈົ້າໜ້າທີ່ຈີນຢູ່ທີ່ນັ້ນ ເພື່ອຫາທາງ ໃຫ້ ຄວາມແຈ້ງຂາວຕື່ມ” ກ່ຽວກັບຄະດີຂອງ
ທ່ານຢັງ ທັງຈະຫາທາ ງໃຫ້ຄອບ​ຄົວ​ດັ່ງກ່າວ​ໄດ້​ພົບ​ກັບ​ເຈົ້າ​ໜ້າ​ທີ່​ການ​ທູດ ໃຫ້ໄວ
ທີ່ສຸດເທົ່າທີ່ຈະເປັນໄປໄດ້.

ໃນປັດຈຸບັນ ທ່ານຢັງ ເປັນນັກປາດອາຈານ ທີ່​ມາ​ເຮັດ​ວຽກ​ຊົ່ວ​ຄາວ​ຢູ່ມະຫາ ວິທະຍາ
ໄລໂຄລຳເບຍ ທີ່ນະຄອນນິວຢອກ. ການກັກໂຕຜູ້ກ່ຽວ ເປັນເວລາພໍ ດີກັບການກັກ
ຂັງຊາວການາດາສອງຄົໃນປະເທດຈີນ ຊຶ່ງເປັນທີ່ແຈ້ງຂາວວ່າ ເປັນການແກ້ແຄ້ນ ຕໍ່
ການຈັບກຸມຜູ້ບໍລິຫານຂັ້ນອາວຸໂສຈີນໃນການາດາ.

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG