ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະ​ດີດ​ ນັກ​ການ​ທູດ​ຈີນ ທີ່​ກາຍ​ມາ ​ເປັນ​ຜູ້​ຄັດ​ຄ້ານ ​ມີລາຍ​ງານ​ວ່າ ຖຶກ​ກັກ​ຂັງ ​ໃນ​ຈີນ


ທຸງ​ຊາດ​ກາ​ນາ​ດາ ແລະ​ຈີນ ທີ່​ເຫັນ​ກ່ອນ​ການ​ປະ​ຊຸມ ຂອງ​ປະ​ທາ​ນາ​ທິບ​ໍ​ດີ ຈັສ​ຕິນ ທ​ຣູ​ໂດ ແລະ​ປະ​ທານ​ປະ​ເທດ​ຈິນ ທ່ານສີ ຈິ້ນ​ຜິງ ​ເມື່ອວັນ​ທີ 5 ທັນ​ວາ 2017 ໃນ​ນະ​ຄອນ​ຫຼວງປັກ​ກິ່ງ.
ທຸງ​ຊາດ​ກາ​ນາ​ດາ ແລະ​ຈີນ ທີ່​ເຫັນ​ກ່ອນ​ການ​ປະ​ຊຸມ ຂອງ​ປະ​ທາ​ນາ​ທິບ​ໍ​ດີ ຈັສ​ຕິນ ທ​ຣູ​ໂດ ແລະ​ປະ​ທານ​ປະ​ເທດ​ຈິນ ທ່ານສີ ຈິ້ນ​ຜິງ ​ເມື່ອວັນ​ທີ 5 ທັນ​ວາ 2017 ໃນ​ນະ​ຄອນ​ຫຼວງປັກ​ກິ່ງ.

ໜັງ​ສື​ພິມອອ​ສ​ເຕ​ຣ​ເລຍ​ສະ​ບັບ​ນຶ່ງກ່າວ​ວ່າ ນັກ​ຂຽນ​ຊາວອອ​ສ​ເຕ​ຣ​ເລຍ​ເຊື້ອ​ສາຍ​ຈີນ
ຄົນ​ນຶ່ງແລະ​ຜູ້​ທີ່​ບໍ່​ເຫັນ​ພ້ອມ​ກັບ​ລັດ​ຖະ​ບານ ​ໄດ້​ຖືກ​ກັກ​ຂັງ ໃນລະ​ຫວ່າງ​ການການ
​ເດີນ​ທາງ​ໄປຢ້ຽມ​ຢາມ​ບ້ານ​ເກີ​ດ​ຂອງ​ທ່ານ.

ໜັງ​ສື​ພິມ​ຊິດ​ນີ ມໍ​ນິງ ຮີ​ໂຣ​ລດ໌ ກ່າວ​ວ່າ ທ່ານ​ຢັງ ເຮັງ​ຈຸນ ໄດ້​ຖືກ​ຈັບ​ໂດຍ​ເຈົ້າ ໜ້າ​ທີ່​ຮັກ
​ສາ​ຄວ​າມ​ປອດ​ໄພ​ ຢູ່​ສ​ະ​ໜາມ​ບິນເມືອງກວາງ​ໂຈ ​ທາງ​ພາກ​ໃຕ້ຂອງ​ປະ​ເທດ​ຈີນ ໃນ​ວັນ
​ສຸກ​ທີ່​ຜ່ານ​ມາ ຫຼັງ​ຈາກ​ໄດ້​ໄປ​ເຖິງ​ກັບ​ພັນ​ລະ​ຍາ​ຂອງ​ທ່ານ ແລະ​ລູກ​ນ້ອຍ​ຄົນ​ນຶ່ງ ​ໃນ​
ຖ້ຽວ​ບິນ​ຈາກ​ນະ​ຄອນ​ນິວ​ຢອກ. ຄອບ​ຄົວ​ດັ່ງ​ກ່າວ​ກຳ​ລັງ​ຕຽມ​ທີ່​ຈະ​ຕໍ່​ສາຍ​ການ​ບິນ
​ໄປ​ຍັງ​ນະ​ຄອນ​ຊຽງ​ໄຮ້ ແຕ່​ທ່ານ​ບໍ່ໄດ້​ອະ​ນຸ​ຍາດ ໃຫ້​ເດີນ​ທາງ​ຕໍ່​ໄປ.

ບັນ​ດາໝູ່​ເພື່ອນຂອງ​ທ່ານໄດ້​ລາຍ​ງານ​ ການ​ຫາຍ​ສ​າບ​ສູນໄປນີ້​ໃຫ້ກະ​ຊວງ​ຕ່າງ​ປະ​
ເທດອອ​ສ​ເຕ​ຣ​ເລຍ ແລະ​ການ​ຄ້າ ຮູ້. ກະ​ຊວງ​ດັ່ງ​ກ່າວ​ເວົ້າວ່າ​ ຕົນ​ກຳ​ລັງ “ຊອກ​ຫາ
​ຂໍ້​ມູນ​ກ່ຽວ​ກັບຄົນ​ສັນ​ຊາດອອ​ສ​ເຕ​ຣ​ເລຍ ຜູ້​ທີ່​ໄດ້​ລ​າຍ​ງານ​ວ່າ​ຫາຍ​ສາບ​ສູນ​ໃນ​ປະ​
ເທດ​ຈີນ” ແຕ່​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ໃດ​ໆ​ເພີ້ມ​ເຕີມ ເນື່ອງ​ຈາກ​ຕ້ອງ​ໄດ້ປະ​ຕິ​ບັດ​ຕາມ​
ກົດ​ລະ​ບຽບ​ໃນ​ດ້ານ​ຄວາມ​ລັບ​ສ່ວນ​ຕົວ​.

ທ່ານ​ຢັງ​ແມ່ນ​ອະ​ດີດ​ນັກ​ການ​ທູດ​ຈີນ ທີ່​ກາຍ​ມາ​ເປັນ​ນັກ​ເຄື່ອນ​ໄຫວ​ປະ​ຊາ​ທິ​ປະ​ໄຕ
ແລະ​ນັກ​ຂຽນ. ການ​ກັກ​ຂັງທ່ານ​ຢູ່​ໃນ​ປະ​ເທດ​ຈີນມີ​ຂຶ້ນ​ທ່າມ​ກາງ​ການ​ກັກ​ຂັງຄົນສັນ
​ຊາດກາ​ນາ​ດາ​ສອງ​ຄົນ ຢູ່​ໃນ​ປະ​ເທດ​ຈີນ ໃນ​ອັນ​ທີ່​ປາ​ກົດ​ວ່າ​ເປັນ​ການ​ຕອບ​ໂຕ້ ​ຕໍ່​
ກ​ານ​ຈັບຜູ້​ບໍ​ລິ​ຫານ​ອະ​ວຸ​ໂສ​ຈີນ​ຢູ່​ໃນ​ກາ​ນາ​ດາ.

ທ່ານ​ນາງ​ເມັງ ຫວານ​ຊູ ຫົວ​ໜ້າ​ເຈົ້າ​ໜ້າ​ທີ່​ການ​ເງິນຂອງບໍ​ລິ​ສັດ​ຍັກ​ໃ​ຫຍ່​ໂທ​ລະ​ຄົມ​
ມະ​ນາ​ຄົມ​ຈີນ ຫົວ​ເ​ຫ​ວີຍ ໄດ້​ຖືກ​ຈັບ​ຢູ່​ໃນນະ​ຄອນ​ແວນກູ​ເວີ ໃນ​ວັນ​ທີ 1 ທັນ​ວາ ໃນ​
ນາມ​ຂອງສະ​ຫະ​ລັດ ​ເພື່ອ​ຢາກ​ໃຫ້​ສົ່ງ​ໂຕ​ທ່ານ​ນາງ​ກ່ຽວ​ກັບ​ການ​ກ່າວ​ຫາ​ ລະ​ເມີດ​ຂໍ້​
ຕົກ​ລົງ​ ການ​ລົງ​ໂທດການ​ຄ້າຕໍ່​ອີ​ຣ່ານ.

ທ່ານຢັງ​ອາດ​ເປັນ​ບຸກຄົນ​ຫ​ລ້າ​ສຸດ​ຂອງ​ບັນ​ດາ​ນັກ​ເຄື່ອນ​ໄຫວແລະ​ບັນ​ດາ​ທະ​ນ​າຍ​
ຄວາມ​ສິດ​ທິ​ມະ​ນຸດ​ທີ່​ໄດ້​ຖືກ​ກັກ​ຂັງ​ໃນ​ການກວດ​ລ້າງ​ປາບ​ປາມ​ຕໍ່​ຜູ້​ທີ່​ບໍ່​ເຫັນ​ພ້ອມ
​ກັບ​ລັດ​ຖະ​ບານ ນັບ​ແຕ່​ປະ​ທາ​ນປະ​ເທດ ສີ ຈິ້ນ​ຜິງ ໄດ້​ກຳ​ອຳ​ນາດ​ໃນ​ປີ 2012.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG