ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເຮ​ລິ​ຄອບ​ເຕີ​ຂອງ​ຊີ​ເຣຍ ​ຖືກຍິງ​ຕົກລົງ​ໃນ​ນະຄອນ Damascus (ວີດີໂອ)


ພາບເຮ​ລິ​ຄອບ​ເຕີ​ຂອງ​ກອງທັບຊີ​ເຣຍ ​ຖືກຍິງ ແລະລຸກໄໝ້ເປັນໄຟ ກ່ອນຈະຕົກລົງສູ່ພື້ນດິນ.​
ພາບເຮ​ລິ​ຄອບ​ເຕີ​ຂອງ​ກອງທັບຊີ​ເຣຍ ​ຖືກຍິງ ແລະລຸກໄໝ້ເປັນໄຟ ກ່ອນຈະຕົກລົງສູ່ພື້ນດິນ.​

ເຮືອບິນ​ເຮ​ລິ​ຄອບ​ເຕີລໍາ​ດັ່ງກ່າວ​ນີ້ ​ໄດ້​ຖືກລູກປືນ​ຂອງ​​ ຝ່າຍ​ຕໍ່ຕ້ານ ກອ່ນ​ຈະ​ລຸກ​ເປັນ​ໄຟ​ ແລ້ວ​ຕົກລົງ​ສູ່ພື້ນ​ດິນ​.

ເຮືອບິນ​ເຮ​ລິ​ຄອບ​ເຕີ​ຂອງ​ກອງທັບຊີ​ເຣຍ ​ໄດ້​ຕົກລົງ​ໃນ​ນະຄອນ
ຫຼວງ​ຂອງ​ປະ​ເທດ ​ທ່າມກາງ​ທີ່​ມີລາຍ​ງານ​ກ່ຽວ​ກັບ​ການ​ຍິງ​ຕໍ່ສູ້ກັນ
ຢ່າງ​ໜັກ ​ລະຫວ່າງກອງກໍາລັງຂອງລັດຖະບານ ແລະ​ຝ່າຍ​ຕໍ່
ຕ້ານ​ໃນ​ບໍລິ​ເວນ​ນັ້ນ.

ໂທລະພາບ​ຂອງ​ທາງ​ການຊີ​ເຣຍ ​ລາຍ​ງານ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ເຮືອ
ບິນເຮ​ລິ​ຄອບ​ເຕີລໍາ​ນຶ່ງ ໄດ້​ຕົກລົງ​ໃນ​ກຸງ Damascus ​ແຕ່​ບໍ່​ໄດ້​
ໃຫ້​ລາຍລະອຽດ​ເພີ່ມ​ຕື່ມ​ແຕ່​ຢ່າງ​ໃດ.

Watch related video of downed Syrian helicopter

ລາຍ​ງານຂ່າວບາງ​ກະ​ແສເວົ້າວ່າ ເຮືອບິນ​ເຮ​ລິ​ຄອບ​ເຕີລໍາ​ດັ່ງກ່າວ​ນີ້ ​ໄດ້​ຖືກລູກປືນ​
ຂອງຝ່າຍ​ຕໍ່ຕ້ານ ກອ່ນ​ຈະ​ລຸກ​ເປັນ​ໄຟ​ແລ້ວ​ຕົກລົງ​ໃສ່​ພື້ນ​ດິນ​ນັ້ນ. ​ວີ​ດີ​ໂອທີ່​ຖ່າຍ​ໂດຍ
​ຊ່າງ​ຖ່າຍສະມັກ​ຫຼິ້ນຄົນ​ນຶ່ງ ​ສະ​ແດງ​ໃຫ້​ເຫັນ​ພາບເຮືອບິນ​ເຮ​ລິ​ຄອບ​ເຕີລໍາ​ນັ້ນ​ ລຸກ​ເປັນໄຟ​ ​ໃນ​ຂະນະ​ທີ່ຕົກລົ​ງມາ.

ກຸ່ມ​ສິ້ງຊອມສິດທິ​ມະນຸ​ດຊີ​ເຣຍ ທີ່​ມີ​ສໍານັກງານ​ຢູ່​ປະ​ເທດອັງກິດ​ນັ້ນ ກ່າວ​ວ່າ ເຮືອ
ບິນ​ເຮ​ລິ​ຄອບເຕີ​ໄດ້​ຕົກ​ລົງ ໃນ​ເຂດ​ຄຸ້ມ Jobar ຂອງ​ນະຄອນຫລວງ Damascus.
XS
SM
MD
LG