ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໕ ກັນຍາ ໒໐໒໓

ເຮືອ​ບິນ​ເຮ​ລິ​ຄອບ​ເຕີ ລຳ​ນຶ່ງ ​ປະ​ສົບ​ອຸ​ປະ​ຕິ​ເຫດ​ ຕອນ​ລົງ​ຈອດ ​ທີ່​ດາດຟ້າ ຂອງ ຕຶກ​ສູງ​ໃນ​​ເກາະແມນ​ແຮັດ​ຕັນ


ເຈົ້າຄອງລັດນິວຢອກ ທ່ານ Andrew Cuomo (ກາງ) ພວກເຈົ້າໜ້າທີ່ກູ້ໄພສຸກເສີນ ພາກັນຍ່າງໃກ້ໆ ກັບສະຖານທີ່ເກີດ ເຫດ ບ່ອນທີ່ເຮືອບິນເຮລິຄອບເຕີທີ່ໄດ້ລາຍງານວ່າປະສົບ ອຸປະຕິເຫດ ຕອນກຳລັງລົງຈອດ ຢູ່ເທິງດາດຟ້າຂອງຕຶກ ໃນເຂດໃຈກາງເມືອງນະຄອນແມນແຮັດຕັນ, 10 ມິຖຸນາ 2019.

ເຮືອ​ບິນ​ເຮ​ລິ​ຄອບ​ເຕີ ລຳ​ນຶ່ງ ໄດ້​ປະ​ສົບ​ອຸ​ປະ​ຕິ​ເຫດ​ ຕອນ​ລົງ​ຈອດ​ທີ່​ດາດຟ້າຂອງ
​ຕຶກ​ສູງ​ໃນເກາະແມນ​ແຮັດ​ຕັນ ຊຶ່ງໄດ້​ສັງ​ຫານນັກ​ບິນ​ແລະ​ພາ​ໃຫ້​ເກີດ​ໄຟ​ໄໝ້
ອີງ​ຕາມ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ ທີ່​ນະ​ຄອນນິວຢອກ​ໄດ້​ກ່າວ​ໄວ້.

ອຸ​ປະ​ຕິ​ເຫດຄັ້ງ​ນີ້ ແມ່ນ​ມີ​ຂຶ້ນ ​ໃນຕອນ​ບ່າຍ​ວັນ​ຈັນ​ວານ​ນີ້ ​ວັນ​ທີ່​ມີ​ຝົນ​ຕົກ ແລະ​ມີ​
ໝອກ​ປົກ​ຄຸມ​ນັ້ນ.ຄວັນ​ໄຟ ​ແມ່ນ​ພຸ່ງຂຶ້ນ​ສູງ ສູ່​ທ້ອງ​ຟ້າ ສາ​ມາ​ດມອງ​ເຫັນຈາກ
ສູນ​ກາງ AXA Equitable Center ທີ່​ຢູ່​ເຂດ​ໃຈ​ກາງ​ເມືອງນັ້ນ. ເຈົ້າ​ໜ້າ​ທີ່​ດັບ​ເພີງ
ໄດ້​ກ່າວ​ວ່າ ພວກ​ຕົນ​ໄດ້​ຄວບ​ຄຸມ​ໄຟ ໄດ້​ຢ່າງວ່ອງ​ໄວ.

ເຈົ້າ​ຄອງ​ນະ​ຄອນ​ນິວຢອກ ທ່ານ Bill de Blasio ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ວ່າ
ບໍ່​ມີ​ການ​ຂົ່ມ​ຂູ່ອີກ​ຕໍ່​ໄປ​ແລ້ວ ແລະ​ບໍ່​ໄດ້​ມີ​ສ່ວນ​ພົວ​ພັນ​ກັບ​ການ​ກໍ່​ການ​ຮ້າຍໃດໆ.

ເຈົ້າ​ໜ້າ​ທີ່​ຍັງ​ບໍ່​ທັນ​ໄດ້​ລະ​ບຸເຖິງ​ສາ​ເຫດ ​ຂອງ​ອຸ​ປະ​ຕິ​ເຫດ​ນີ້ ຫຼື​ວ່າເປັນ​ຫຍັງເຮືອ ​
ບິນ​ເຮ​ລິ​ຄອບ​ເຕີ Agusta A109E ຈຶ່ງ​ຂຶ້ນ​ບິນ ​ໃນຕອນ​ທີ່ຝົນກຳລັງ​ຕົກ​ໜັກ​ນັ້ນ
ແລະ​ຕອນ​ທີ່​ມີ​ໝອກ​ໜາ​ປົກ​ຄຸມ​.

“ມັນເປັນ​ເລື້ອງ​ປິດ​ສະ​ໜາ,” ທ່ານ de Blasio ໄດ້ບອກ​ກັບ​ຕາ​ໜ່າງ​ຂ່າວ CNN
​ວ່າ ພາບ​ວີ​ດີ​ໂອ​ທີ່​ເຫັນ​ນັ້ນ​ແມ່ນ​ງຸນ​ງົງ​ໄປ​ເ​ລີຍວ່າ​ເປັນການ​ບິນ​ທີ່ “​ຄວບ​ຄຸມ​ບໍ່​ໄດ້”
ແລະ​ເຈົ້າ​ໜ້າ​ທີ່​ຈຳ​ເປັນ​ທີ່​ຈະ​ຕ້ອງ​ຫາ​ຂໍ້​ມູນ​ເພີ້ມ​ຂຶ້ນ​ກ່ຽວ​ກັບ​ນັກ​ບິນ​ຄົນ​ນີ້ ໃນ​ເວ​ລາ
​ທີ່​ລາວ​ຕັດ​ສິນ​ໃຈ​ທີ່​ຈະ​ບິນ​ຂຶ້ນນັ້ນ.

ນັກ​ບິນ ແມ່ນ​ຖືກ​ລະ​ບຸ​ຈາກ​ເຈົ້າ​ຂອງ​ຜູ້​ຈ້າງ​ລາວ ວ່າ​ແມ່ນ​ທ່ານ ທິ​ມ ແມັກ​ຄໍ​ຣ໌​ແມັກ, ​
ອະ​ດີດ​ຫົວ​ໜ້າ​ເຈົ້າ​ໜ້​ທີ່​ດັບ​ເພີງ​ຂອງ​ເມືອງ​ຄ​ລິນ​ຕັນ ທາງ​ພາກ​ເໜືອ​ຂອງ​ລັດ​ນິວ​ຢອກ.

ເພິ່ນມີປະ​ສົບ​ການ​ຂັບ​ເຮືອບິນເຮ​ລິ​ຄອບ​ເຕີ ແລະ​ເຮືອ​ບິນໝາກ​ປິ່ນ​ດຽວຫຼາຍກວ່າ
15 ປີ ອີງ​ຕາມ​ປະ​ຫວັດ​ຂໍ້​ມູນ ​ຂອງ​ອົງ​ການ​ການ​ບິນ​ລັດ​ຖະ​ບານ​ກາງ, ເພິ່ນ​ໄດ້​ຮັບ​
ໃບ​ປະ​ກາດ​ສະ​ນິ​ຍາ​ບັດ ເປັນ​ຄູ​ຝຶກ​ການ​ບິນ ໃນ​ປີ​ກາຍ​ນີ້.

ອຸ​ປະ​ຕິ​ເຫດດັ່ງ​ກ່າວ ແມ່ນ​ມີ​ຂຶ້ນ​ໃກ້ໆ​ກັບ​ສູນ​ກາງ Rockefeller ແລະ​ຈະ​ຕຸ​ລັດ​ທາມ​ສ໌
ຊຶ່ງ​ມັນ​ໄດ້​ສະ​ທ້​ອນ​ເຖິງ​ຄວາມ​ຊົງ​ຈຳ​ຂອງການ​ໂຈມ​ຕີ​ກໍ່​ການ​ຮ້າຍ ໃນ​ບໍ​ເວນ​ດັ່ງ​ກ່າວ
​ຂອງ​ນະ​ຄອນ​ນິວ​ຢອກ ເມື່ອວັນ​ທີ 11 ກັນ​ຍາ ​ນັ້ນ​.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG