ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານເນໂຕ້ 5 ຄົນ ​​ເສຍ​ຊີວິດ ​ໃນ​ເຫດ ​ເຮ​ລິຄອບເຕີ້​ຕົກ ​ຢູ່​ ​ອັຟກາ​ນິສຖານ


ແຜນທີ່ ອັຟການິສຖານ
ແຜນທີ່ ອັຟການິສຖານ
ອົງການ NATO ​ແລະເຈົ້າໜ້າ​ທີ່​ອັງ​ກິດ​ກ່າວ​ວ່າ ທະຫານ​ນາໆ​
ຊາດ 5 ຄົນ ​ໄດ້​ເສຍ​ຊີວິດ ​ໃນ​ເຫດ​ເຮືອບິນເຮ​ລິຄອບເຕີ້​ຂອງ
​ທະຫານ​ອັງກິດ ຕົກ ​ຢູ່​ໃນ​ເຂ​ດພາກ​ໃຕ້​ຂອງອັຟກາ​ນິສຖານ.

ກຳລັງ​ປະສົມຂອງອົງການ NATO ພາຍໃຕ້ການ​ນຳພາ​ຂອງ
ສະຫະ ລັດ ບໍ່​ໄດ້​ໃຫ້​ລາຍລະອຽດໃດໆ​ ກ່ຽວກັບສາ​ເຫດ​ທີ່
ເຮ​ລິຄອບເຕີ້​ຕົກ​ໃນ​ວັນ​ເສົາວານ​ນີ້ ​ໂດຍກ່າວ​ວ່າ ອຸປະ​ຕິ​ເຫດ
ດັ່ງກ່າວນີ້ ຍັງ​ຢູ່​ໃນ​ຂັ້ນສືບ ສວນ​ສອບ​ສວນ.

​ແຕ່​ຫາກ​ວ່າ ໂຄສົກ​ຂອງຕຳຫຼວດປະຈຳແຂວງ Kandahar
ທ່ານ Zia Durrani ກ່າວ​ວ່າ ເຮ​ລິຄອບເຕີ້ລຳນີ້ໄດ້​ຕົກ​ຢູ່ໃນ
ເຂດເມືອ​ງ Takhta Pul ປະມານ 50 ກິ​ໂລແມັດ​ຈາກ ​ເຂ​ດຊາຍ​ແດນ​ກັບປາ​ກິ​ສຖານ.

ເຈົ້າໜ້າທີ່ທ້ອງຖິ່ນກ່າວວ່າ ເຮືອບິນເຮຣີຄອບເຕີ້ລຳນີ້ຍ້ອນມີບັນຫາ ດ້ານເຄື່ອງຈັກ. ເຈົ້າໜ້າທີ່ປ້ອງກັນປະເທດຂອງອັງກິດກ່າວວ່າ ເຮຣີຕອບເຕີ້ລຳນີ້ ເປັນຂອງອັງກິດ
ແຕ່ບໍ່ຍອມໃຫ້ລາຍລະອຽດຫຍັງເພີ້ມຕື່ມ ກ່ຽວກັບສັນຊາດ ຂອງພວກທະຫານ
ທີ່ເສຍຊີວິດ.

ເຫດຮ້າຍໃນຄັ້ງນີ້ ແມ່ນນຶ່ງໃນການເສຍຊີວິດທີ່ຮ້າຍແຮງຂອງພວກທະຫານຕ່າງ
ປະເທດພາຍໃນປີນີ້ ໃນຂະນະທີ່ພວກເຂົາເຈົ້າກະກຽມທີ່ຈະມອບໂອນຄວາມ
ຮັບຜິດຊອບໃນການຮັກສາຄວາມປອດໄພໃຫ້ແກ່ອັຟ ການິສຖານ ພາຍໃນທ້າຍປີນີ້.
XS
SM
MD
LG