ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກມືປືນຊາຍ ຈຳນວນນຶ່ງ ລອບຍິງ ສັງຫານ ທ່ານໝໍ ຂອງ ສປຊ


ແຜນທີ່ ແຂວງ ກັນດາຮາ ຂອງ ອັຟການິສຖານ
ແຜນທີ່ ແຂວງ ກັນດາຮາ ຂອງ ອັຟການິສຖານ

ໃນ​ວັນ​ຈັນ​ມື້​ນີ ຢູ່​ໃນ​ພາກ​ໃຕ້​ຂອງ​ອັຟກາ​ນິສຖານ ພວກ​ມື​ປືນ
ຊາຍ​ຈຳນວນນຶ່ງ ທີ່​ຂີ່​ລົດຈັກ ​ໄດ້​ຍິງທ່ານໝໍ​ຄົນ​ນຶ່ງ​ເສຍ​ຊີວິດ
ຜູ້​ທີ່​ທຳ​ງານ​ໃຫ້​ໜ່ວຍງານ​ຊ່ວຍ​ເຫຼືອ ຂອງ​ອົງການ​ສະຫະ
​ປະຊາ​ຊາດ ຫຼື UNAMA.

ບໍ່​ມີ​ຜູ້​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ ສຳ​ຫລັບ​ການ​ຍິງ ທ່ານ
ນາງ Tourpakai Olfat ຢູ່​ໃນແຂວງ​ Kandahar ຂອງ​
ອັຟກາ​ນິສຖານ. ທ່ານ​ນາງ ​ໄດ້​ທຳ​ງານ ​ໃຫ້​ອົງການ​ສະຫະ
​ປະຊາ​ຊາດມາ ​ເປັນ​ເວລາ 12 ປີ​ແລ້ວ.

​ໂຄ​ສົງ​ຂອງ​ UNAMA ທ່ານ Dominic Medley ກ່າວ​ວ່າ
ການ​ລອບ​ສັງຫານ​ ສະມາຊິກ ຂອງອົງການ​ ​ໄດ້ເຮັດ​ໃຫ້​ອົງການນີ້ ​ເກີດ​ຄວາມ​ໂກດ​ແຄ້ນ.

ທະຫານອົງການ NATO ຄົນນຶ່ງ ຢືນຍາມ ສະຖານທີ່ລະເບີດແຕກ ຂອງການວາງລະເບີດລົດ ສະຫລະຊີບ ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 11 ຕຸລາ 2015.
ທະຫານອົງການ NATO ຄົນນຶ່ງ ຢືນຍາມ ສະຖານທີ່ລະເບີດແຕກ ຂອງການວາງລະເບີດລົດ ສະຫລະຊີບ ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 11 ຕຸລາ 2015.

ຂົງ​ເຂດ​ທາງ​ພາກ​ໃຕ້​ຂອງ​ອັຟກາ​ນິສຖານ ຖື​ວ່າ​ເປັນສູນ​ກາງທີ່​ໝັ້ນຂອງ​ພວກ​ຕາ​ລີ​ບານ.
ການ​ເພີ້​ມຂຶ້ນຂອງ​ການ​ໂຈມ​ຕີ​ ໂດຍ​ພວກ​ກະບົດ ຢູ່​ໃນ​ບໍລິ​ເວນ​ດັ່ງກ່າວ ​ໄດ້​ເຮັດ​ໃຫ້​ U.N.
ຍົກຍ້າຍ​ພະນັກງານ​ຂອງ​ຕົນ ​ຢູ່​ໃນ​ພາກ​ໃຕ້ ​ໄປ​ປະຈຳການ​ຢູ່​ຫ້ອງການ ​ໃນ​ພາກ​ເໜືອ​
ຂອງ​ອັຟກາ​ນິສຖານ. ການ​ລອບ​ສັງຫານທ່ານ​ໝໍ​ດັ່ງກ່າວ​ ​ເກີດ​ຂຶ້ນ 2 ມື້ ຫຼັງຈາກ​ ທີ່​ສະຖາ​ນ
ທູດ​ສະຫະລັດ ​ໃນ​ນະຄອນຫຼວງກາ​ບູລ ​ໄດ້ຕັກ​ເຕືອນ​ເຖິງ​ການ​ໂຈມ ຕໍ່ສຳ​ນັກ​ງານ​ໃຫຍ່​
ຂອງ U.N. ຫຼື ອາດ​ເປັນ​ໄປ​ໄດ້​ວ່າ ຈະ​ມີ​ການ​ໂຈມ​ຕີ​ຫ້ອງການ​ຕ່າງໆ​ຂອງ U.N. ​ໃນ​
ນະຄອນຫຼວງ ຂອງ​ອັຟກາ​ນິສຖານ ຫຼື ປະມານ ​ວັນ​ທີ 12 ຕຸລາ. ​ໃນ​ຂະນະ​ດຽວກັນ ພວກ​
ຕາ ​ລີ​ບານ ກ່າວ​ວ່າ ຕົນ​ໄດ້ເພີ່ມ​ເຂົ້າ​ໃນ​ບັນຊີ ກຸ່ມ​ລາຍ​ຊື່​ເປົ້າໝາຍຂອງ​ຕົນທີ່ມີ ສະຖານີ​ໂທລະພາບ​ເອກະ​ຊົນ Tolo ​ທີ່​ໃຫຍ່​ທີ່​ສຸດ ຂອງ​ອັຟກາ​ນິສຖານ ​ແລະ ຜູ້​ປະກາດ​ຂ່າວ
ອີກ​ຄົນນຶ່ງ ຈາກສະຖານີ 1TV ​ເຊິ່ງພວກ​ຕົນ ​ໄດ້​ປະນາມ​ທັງ​ສອງ​ສະຖານີດັ່ງກ່າວ​ນັ້ນ ວ່າ
ເປັນ​ເຄື່ອງມື​ ໂຄສະນາ​ສວນ​ເ​ຊື່​ອ ຂອງ​ອາ​ເມຣິກາ.

ກຸ່ມ​ພວກ​ຫົວຮຸນ​ແຮງນັ້ນ ​ໄດ້​ກ່າວ​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ ວ່າ ຕົນ​ບໍ່​ຮັບ​ຮູ້​ອີກ​ຕໍ່​ໄປ
ສອງ​ຊ່ອງ​ນັ້ນ ວ່າ “ ​ເປັນ​ແຫ​ລ່ງຂ່າວ​ ຂອງ​ສື່​ຂ່າວ ​ແຕ່​ໄດ້​ກຳນົດ​ໃຫ້ພວກ​ມັນ​ເປັນ ວັດຖຸ​ປະສົງ​ ຂອງກອງທັບ ຍ້ອນ​ການ​ກະທຳຕ່າງໆ ​ທີ່ບໍ່ເຄົາລົບ​ນັບຖື ​ແລະ ​ທີ່ເປັນ​ສັດຕູ​ ຕໍ່​
ກຸ່ມ Afghan Mujahid ​ແຫ່ງ​ຊາດ. ​ເພາະສະນັ້ນ ຈຶ່ງ​ຈະບໍ່​ມີ​ ພະນັກງານຜູ້​ໃດ ​ໂຄສົກ ຫ້ອງການ ທິມງານ​ຂ່າວ ​ແລະ ນັກ​ຂ່າວ​ ຂອງ​ສະຖານີ​ດັ່ງກ່າວ​ ຄົນ​ໃດ
ຈະ​ພົ້ນ​ໂທດ​ໄປໄດ້.”

ຄວາມ​ຮຸນ​ແຮງ ​ແລະ ການ​ຂົ່ມຂູ່ ຕໍ່​ແຫລ່​ງ​ສື່​ມວນ​ຊົນຕ່າງໆ ​ແລະ ບັນດາ​ນັກ​ຂ່າວ ​ໄດ້​ເພີ້​ມ
ສູງ​ຂຶ້ນ ​ເມື່ອ​ບໍ່​ດົນ​ມາ​ນີ້.

XS
SM
MD
LG