ເບິ່ງວີດິໂອລາຍງານຂ່າວນີ້ເປັນພາສາລາວ
ເວລາຜູ້ຊາຍເປັນໂຣກຫົວໃຈວາຍ ຫລືຫົວໃຈລົ້ມເເຫລວ ສ່ວນໃຫຍ່ມັກ ເປັນຍ້ອນເສັ້ນ
ເລືອດໃຫຍ່ຕີບຫລືອຸດຕັນ. ການສ່ອງໄຟຟ້າ ຫລື X-Ray ເບິ່ງເສັ້ນເລືອດ ທີ່ເອີ້ນວ່າ
angiogram ນັ້ນ ປົກກະຕິແລ້ວ ແມ່ນສາມາດມອງເຫັນການອຸດຕັນໃນເສ້ນເລືອດ
ທີ່ເກີດຈາກການກໍ່ຕົວຂຶ້ນຂອງໄຂມັນ. angiogram ແມ່ນການສ່ອງໄຟຟ້າ ໂດຍການ
ແຫຍ່ທໍ່ນ້ອຍໆບາງໆ ເຂົ້າໄປໃນເສັ້ນເລືອດຂອງຄົນເຈັບ.
ແຕ່ວ່າ ການສ່ອງໄຟຟ້າໂດຍໃຊ້ທໍ່ນ້ອຍໆແບບນີ້ ບໍ່ສາມາດທີ່ຈະມອງ ເຫັນບັນຫາຢູ່ໃນ ເສັ້ນເລືອດຂອງຜູ້ຍິງສະເໝີໄປ. ສະນັ້ນ ມັນຈຶ່ງເຮັດໃຫ້ຜູ້ຍິງຕົກຢູ່ໃນສະພາບ ທີ່ມີຄວາມ
ສ່ຽງຕໍ່ການເປັນໂຣກຫົວໃຈ ສູງກ່ວາຜູ້ຊາຍ. ອົງການອະນາໄມໂລກ ຫລື WHO ລາຍ
ງານວ່າ ພະຍາດຫົວໃຈເອົາຊີວິດຂອງຜູ້ຍິງໄປ 18 ລ້ານຄົນ ຢູ່ໃນທົ່ວໂລກ ໃນແຕ່ລະປີ. ແລະມັນກໍເປັນພະຍາດທີ່ບໍ່ພຽງແຕ່ມີຜົນກະທົບ ຕໍ່ສະເພາະແຕ່ພວກຜູ້ຍິງທີ່ອາຍຸແກ່ເທົ່າ
ນັ້ນ. ນາງ ແຄຣີ ວິນເຊັນ (Carrie Vincent) ແມ່ນເປັນໂຣກຫົວໃຈຫລົ້ມເເຫລວຂະໜາດ
ແຮງ ລຸນຫລັງ ທີ່ລາວເກີດລູກຜູ້ທໍາອິດ. ນາງເວົ້າວ່າ:
“ໂອ້ຍ! ຂ້ອຍມີອາຍຸໄດ້ 31 ປີເທົ່ານັ້ນ, ຄົນອາຍຸ 31 ປີ ເຂົາບໍ່ເປັນໂຣກຫົວໃຈຫລົ້ມ
ເເຫລວກັນ.”
ເວລານີ້ ນາງ ວິນເຊັນ ພະຍາຍາມນໍາເອົາຂ່າວອັນນີ້ ໄປເຜີຍແຜ່ແກ່ພວກຜູ້ຍິງຢູ່ເຮືອນ
ຂອງພວກເຂົາເຈົ້າ ເພື່ອໃຫ້ເຂົາເຈົ້າຕື່ນໂຕ. ນາງ ໄອຣີນ ໂພລລິນ (Irene Pollin) ເຄື່ອນ
ໄຫວທັນທີ ຫລັງຈາກລາວໄດ້ຮູ້ຂໍ້ມູນກ່ຽວກັບເລື້ອງນີ້. ນາງເວົ້າວ່າ:
“ໂຣກຫົວໃຈເປັນໂຕການອັນດັບນຶ່ງ ທີ່ ເອົາຊີວິດຜູ້ຍິງ.”
ນາງ ໂພລລິນ ໄດ້ຈັດຕັ້ງອົງການນຶ່ງຂຶ້ນທີ່ມີຊື່ວ່າ ເວົ້າສູ່ເອື້ອຍສູ່ນ້ອງຟັງ ຫລື Sister to
Sister ເພື່ອໃຫ້ການສຶກສາແກ່ແມ່ຍິງ ກ່ຽວກັບ ພະຍາດຫົວໃຈ. ນາງໄດ້ຊຸກຍູ້ໃຫ້ແມ່ຍິງ
ຮຽນຮູ້ກ່ຽວກັບຄວາມດັນເລືອດ ສູງ, ລະດັບຄໍແຣສເຕີຣອລ ແລະປັດໃຈອື່ນໆ ທີ່ພາໃຫ້
ສ່ຽງຕໍ່ການເປັນໂຣກຫົວໃຈ. ນາງອະທິບາຍວ່າ:
“ເປົ້າໝາຍ ແທ້ໆແລ້ວ ກໍຄື ການປ້ອງກັນ ຄືເຮັດໃຫ້ຄົນເຂົ້າໃຈເຖິງ ຄວາມສ່ຽງຂອງ ເຂົາເຈົ້າໃນການເປັນພະຍາດນີ້ ໃຫ້ຮູ້ວ່າ ພວກເຂົາເຈົ້າ ຄວນພະຍາຍາມ ໄປກວດຫາ
ພະຍາດນີ້, ໃຫ້ຮູ້ຈັກໂຕເລກຫລືລະດັບຂອງປັດໃຈສ່ຽງຕ່າງໆ ແລະຈາກນັ້ນ ກໍຫາວິ
ທີ່ເຮັດຢ່າງໃດຢ່າງນຶ່ງ ເພື່ອປ້ອງກັນພະຍາດນີ້.”
ນາງໂພລລິນ ໄດ້ເຂົ້າຮ່ວມເຮັດວຽກນີ້ກັບພວກແພດຊ່ຽວຊານດ້ານໂຣກຫົວໃຈ ທີ່ໂຮງໝໍ
ບຣິກກໍາ ແລະແມ່ຍິງ ຫລື Brigham and Women’s Hospital ຢູ່ນະຄອນບັອສເຕິນ
ລັດແມສຊາຈູແຊສ ບ່ອນທີ່ ດຣ. ໂຈແອນ ຟູດດີ (Dr. Joanne Foody) ສຸມຄວາມສົນ
ໃຈ ໃສ່ວິທີການປ້ອງກັນ. ດຣ. ຟູດດີ ກ່າວວ່າ:
“ຂ່າວດີກໍຄືວ່າ 95% ຂອງໂຣກຫົວໃຈ ແມ່ນສາມາດປ້ອງກັນໄດ້ ໂດຍການຫລຸດຄວາມ
ສ່ຽງຕໍ່ການເປັນພະຍາດນີ້ລົງ.”
ນັ້ນກໍໝາຍຄວາມວ່າ ເຊົາສູບຢາ ຫລືສືບຕໍ່ເປັນຄົນບໍ່ສູບຢາ ຄວບຄຸມຫລືຫລີກລ່ຽງ ຈາກການເປັນໂຣກເບົາຫວານ, ຮັກສານໍ້າໜັກໃຫ້ຢູ່ໃນເກນ ທີ່ມີສຸຂະພາບສົມບູນດີ,
ກິນອາຫານທີ່ຖືກຕ້ອງ, ອອກກໍາລັງກາຍ 30 ນາທີເກືອບທຸກມື້ ແລະຄວບຄຸມຫລື
ຫລຸດຜ່ອນຄວາມເຄ່ງຄຽດ.
ໂຣກຫົວໃຈ ແມ່ນມີຜົນກະທົບຕໍ່ພວກຜູ້ຍິງຢູ່ໃນບັນດາປະເທດກໍາລັງພັດທະນາ ເພີ້ມຂຶ້ນນັບ
ມື້. ແພດຊ່ຽວຊານດ້ານຫົວໃຈ ດຣ. ດາຣີອຸສ ໂມຊາຟາຣຽນ (Dr. Dariush Mozaffarian)
ໄດ້ຖິ້ມໂທດໃສ່ການແຜ່ລະບາດຂອງໂຣກອ້ວນພີຈົນເກີນໄປຢູ່ໃນທົ່ວໂລກ ວ່າເປັນສາເຫດໃຫຍ່.
ທ່ານກ່າວວ່າ:
“ຜູ້ຄົນເປັນພະຍາດຊໍາເຮື້ອ ບໍ່ແມ່ນຍ້ອນວ່າກິນຫລາຍໂພດ ແຕ່ເປັນຍ້ອນວ່າກິນ
ອາຫານທີ່ບໍ່ເປັນປະໂຫຍດຕໍ່ຮ່າງກາຍ. ສິ່ງທີ່ພວກເຂົາເຈົ້າບໍ່ກິນນັ້ນ ສ່ວນໃຫຍ່
ແມ່ນພາໃຫ້ເປັນອັນຕະລາຍແກ່ຮ່າງກາຍຂອງພວກເຂົາເຈົ້າ.”
ດຣ. ໂມຊາຟາຣຽນແນະນໍາວ່າ ໃຫ້ເພີ້ມການກິນປາ, ອາຫານປະເພດເມັດທີ່ບໍ່ໄດ້ຂັດສີ
ອອກຈົນກ້ຽງ, ຜັກ, ນໍ້າມັນພືດ, ເມັດຖົ່ວຕ່າງໆ, ກິນເກືອໃຫ້ໜ້ອຍລົງ.
ທ່ານໝໍທັງສອງທ່ານໄດ້ແນະນໍາໃຫ້ລັດຖະບານເຮັດໃຫ້ເລື້ອງນີ້ ເປັນນະໂຍບາຍສາທາລະນະ ທີ່ສົ່ງເສີມການຮັກສາສຸຂະພາບຂອງຫົວໃຈ, ແລະ ແນ່ນອນ, ການກວດຫາພະຍາດນີ້ ແລະ
ໃຫ້ການສຶກສາອົບຮົມ ແບບດຽວກັນກັບ ທີ່ນາງໄອຣີນ ໂພລລິນ ແລະນາງແຄຣີ ວິນເຊັນ
ເຮັດຢູ່ເປັນເທື່ອລະງານໄປ.
ເບິ່ງວີດິໂອລາຍງານຂ່າວນີ້ເປັນພາສາອັງກິດ