ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຖ້ຽວບິນຫຼາຍຖ້ຽວຖືກຍົກເລີກ ເສັ້ນທາງ ຫຼາຍສາຍ ຍ້ອນເປັນອັນຕະລາຍ ທ່າມກາງພາຍຸ ລະດູບານໃໝ່


ແມ່ຍິງຄົນນຶ່ງ ແລະ ລູກນ້ອຍ ຍ່າງຂ້າມທາງ ທີ່ປົກຄຸມດ້ວຍຫິມະ ໃນລະຫວ່າງ ພາຍຸຫິມະ, ເມື່ອວັນພຸດ ທີ 21 ມີນາ 2018, ໃນ
ນະຄອນ ເຈີຊີ ຊີຕີ ລັດ ນິວ ເຈີຊີ.
ແມ່ຍິງຄົນນຶ່ງ ແລະ ລູກນ້ອຍ ຍ່າງຂ້າມທາງ ທີ່ປົກຄຸມດ້ວຍຫິມະ ໃນລະຫວ່າງ ພາຍຸຫິມະ, ເມື່ອວັນພຸດ ທີ 21 ມີນາ 2018, ໃນ ນະຄອນ ເຈີຊີ ຊີຕີ ລັດ ນິວ ເຈີຊີ.

ພາຍຸໃຫຍ່ຫົວນຶ່ງ ຍາວຢຽດ ກວມເອົາເນື້ອທີ່ ຈາກແຄມຝັ່ງອ່າວທະເລຂອງສະຫະລັດ ທາງພາກໃຕ້ ໄປເຖິງ ທະເລສາບໃຫຍ່ໃນພາກເໜືອຂອງສະຫະລັດ ສົ່ງຜົນກະທົບຢ່າງ
ໜັກ ຕໍ່ພາກກາງຂອງສະຫະລັດ ດ້ວຍຫິມະ ລົມແຮງ ຝົນຕົກໜັກ ແລະຝົນໝາກເຫັບ
ໂດຍກົດດັນໃຫ້ຍົກເລີກຖ້ຽວບິນທັງຫຼາຍ ສ້າງສະພາບທີ່ອັນຕະລາຍ ໃນຖະໜົນຫົນ
ທາງເສັ້ນຕ່າງໆ ແລະ ໄດ້ເອົາຊີວິດຂອງປະຊາຊົນຢ່າງໜ້ອຍ 3 ຄົນແລ້ວ ທີ່ລວມທັງ
ເດັກນ້ອຍແມ່ຍິງ ອາຍຸ 2 ປີ ຢູ່ໃນລັດລຸຍຊີແອນນາ.

ຄູ່ສາມີພັນລະຍາ ພາກັນເອົາໝາ ໄປຍ່າງຢູ່ໃນເສັ້ນທາງ ແລະຕົ້ນໄມ້ ທີ່ປົກຄຸມດ້ວຍຫິມະ ໃນລະຫວ່າງ ລະດູພາຍຸ ທີ່ເອີ້ນວ່າ ນວດອີສເຕີ້, ວັນທີ 8 ມີນາ 2018, ໃນເມືອງພວດແລນ ຂອງລັດເມນ.
ຄູ່ສາມີພັນລະຍາ ພາກັນເອົາໝາ ໄປຍ່າງຢູ່ໃນເສັ້ນທາງ ແລະຕົ້ນໄມ້ ທີ່ປົກຄຸມດ້ວຍຫິມະ ໃນລະຫວ່າງ ລະດູພາຍຸ ທີ່ເອີ້ນວ່າ ນວດອີສເຕີ້, ວັນທີ 8 ມີນາ 2018, ໃນເມືອງພວດແລນ ຂອງລັດເມນ.

ຢູ່ໃນເຂດຕາເວັນຕົກກາງ ເບື້ອງເທິງ ຂອງສະຫະລັດ ສຳລັບລະດູບານໃໝ່ໃນຕົ້ນ
ເດືຶອນ ພາຍຸໄດ້ນຳເອົາຫິມະຕົກລົງໃສ່ຂົງເຂດ ທີ່ໄດ້ບົດບັງແສງແດດ ແລະຄວາມອົບອຸ່ນ.
ປະມານ 400 ຖ້ຽວບິນ ໄດ້ຖືກຍົກເລີກ ຢູ່ທີ່ສະໜາມບິນ ສາກົນ ນະຄອນ ມີນີອາໂປລິສ
ແລະເສັ້ງ ພອລ ຂອງລັດມີນິສໂຊຕາ ເຊິ່ງເຮັດໃຫ້ຖ້ຽວບິນທັງໝົດ ຕ້ອງຍົກເລີກ ໃນຕອນ
ທ່ຽງ ວັນເສົາວານນີ້ ຂະນະທີ່ ຫິມະຕົກລົງມາຢ່າງໜັກ ເຮັດໃຫ້ຍາກທີ່ຈະເປີດທາງແລ່ນ
ແລະທຳການລະລາຍນ້ຳກ້ອນ ທີ່ຕິດຢູ່ພວກເຮືອບິນ ໃນຂະນະທີ່ສະພາບຂອງພາຍຸຫິມະ
ໄດ້ບັງຄັບໃຫ້ສະໜາມບິນໃນເມືອງ ຊູຟອລສ໌ ເມືອງທີ່ໃຫຽ່ທີ່ສຸດຂອງລັດ ດາໂກຕາ ໃຕ້ ຍັງຄົງອັດຢູ່ເປັນມື້ທີສອງ ລຽນຕິດນັ້ນ.

ສ່ວນເກມການແຂ່ງຂັນ ເບສບອລ ລະຫວ່າງ ທີມ ມີນິສໂຊຕາ ທວິນ ຢູ່ທີ່ເດີ່ນຂອງບ້ານ
ກັບທີມ ຊິກຄາໂກ ໄວ ຊອກສ໌ ໄດ້ຖືກຫິມະຕົກລົງໃສ່ ຈົນບໍ່ສາມາດແຂ່ງຂັນໄດ້ ໃນວັນ
ເສົາວານນີ້ ອັນເປັນຂີດໝາຍ ການງົດແຂ່ງຂັນ ເກມເບສບອລ ປະຈຳປີຕິດຕໍ່ກັນ ເປັນ
ຄັ້ງທຳອິດ ໃນສະໜາມກິລາ ຂອງບໍລິສັດ ໄນ ສີສັນສ໌. ສ່ວນເກມຂອງວັນອາທິດ ກໍຍັງ
ໄດ້ຖືກຍົກເລີກ ຍ້ອນພາຍຸນັ້ນເອງ. ທີມ ແຍກກີ້ສ໌ ແລະ ທີມໄທເກີ້ສ໌ ໄດ້ຖືກຝົນຕົກຮຳ
ໃນວັນເສົາເຊັ່ນກັນ ໃນນະຄອນ ດີໂທຣຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG