ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ກຸມພາ ໒໐໒໕

ຫິມະຕົກໜັກແລະລົມໜາວຈາກ ອາກຣ໌ຕິກເຮັດໃຫ້ 70 ລ້ານຄົນທົ່ວສະຫະລັດ ຕ້ອງຢູ່ພາຍໃຕ້ຄໍາເຕືອນໄພ


ພວກ​ຄົນ​ງານ​ເອົາ​ຫິມະ​ອອກ​ຈາກ​ທາງ​ລົດ​ຢູ່​ທຳ​ນຽບ​ຂາວ ໃນ​ນະ​ຄອນຫຼວງວໍ​ຊິງ​ຕັນ, ວັນ​ທີ 6 ມັງ​ກອນ 2025.
ພວກ​ຄົນ​ງານ​ເອົາ​ຫິມະ​ອອກ​ຈາກ​ທາງ​ລົດ​ຢູ່​ທຳ​ນຽບ​ຂາວ ໃນ​ນະ​ຄອນຫຼວງວໍ​ຊິງ​ຕັນ, ວັນ​ທີ 6 ມັງ​ກອນ 2025.

ປະຊາຊົນຫຼາຍສິບລ້ານຄົນຢູ່ລຽບຕາມຊາຍຝັ່ງຕາເວັນອອກກຽມພ້ອມຮັບມືກັບຫິມະຫຼາຍຊັງຕິແມັດໃນວັນອາທິດວານນີ້ ຕິດຕາມດ້ວຍອຸນຫະພູມໜາວແຮງຢ່າງອັນຕະລາຍທີ່ຄາດວ່າຈະປົກຄຸມພື້ນທີ່ສ່ວນຫຼາຍຂອງປະເທດນັບຕັ້ງແຕ່ເຂດທົ່ງພຽງພາກເໜືອໄປຫາປາຍສຸດຂອງລັດ ເມນ ອີງຕາມອົງການຂ່າວເອພີ ລາຍງານ.

ການເຕືອນໄພພະຍຸຫິມະລະດູໜາວທີ່ອອກໂດຍກົມອຸຕຸນິຍົມວິທະຍາແຫ່ງຊາດເລີ້ມມີຜົນແລ້ວ ໃນບາງສ່ວນຂອງພາກພື້ນ ກາງ-ແອດແລນຕິກ ຫຼື Mid-Atlanctic ຈົນເຖິງຕອນເຊົ້າວັນຈັນມື້ນີ້ ໂດຍການພະຍາກອນອາກາດ ຄາດວ່າຈະມີຫິມະຕົກສູງເຖິງ 15 ຊັງຕິແມັດ ການເຕືອນໄພໄດ້ເລີ້ມຕົ້ນຂຶ້ນໃນລັດ ນິວ ອິງແລນ ຕອນບ່າຍຂອງວັນອາທິດຜ່ານມາ ໂດຍບາງສ່ວນຂອງລັດ ແມສຊາຊູເຊຕ, ນິວ ແຮມເຊຍຣ໌, ເມນ ແລະ ຄອນເນຕທິຄັຕ ອາດຈະມີຫິມະໜາເຖິງ 25 ຊັງຕິແມັດ.

ທ່ານ ມາກ ເຊນາດຣ໌ ນັກອຸຕຸນິຍົມວິທະຍາຈາກົມອຸຕຸນິຍົມວິທິຍາແຫ່ງຊາດ ໃນເຂດ ຄອລເລຈ ພາກຣ໌ ຂອງລັດແມຣີ ແລນ ຄາດຄະເນວ່າ ປະຊາຊົນຈຳນວນຫຼາຍເຖິງ 70 ລ້ານຄົນຈະໄດ້ຮັບຜົນກະທົບຈາກຄຳເຕືອນກ່ຽວກັບພະຍຸຫິມະລະດູໜາວໃນອີກບໍ່ພໍເທົ່າໃດວັນຕໍ່ໜ້ານີ້ ລວມເຖິງໃນພື້ນທີ່ລັດ ນິວ ອິງແລນ ແລະ ຕອນກາງ-ແອນແລນຕິກ. ເມືອງໃຫຍ່ເຊັ່ນ ຟິລາເດລເຟຍ, ນິວຍອກ ແລະ ບອສຕັນ ອາດຈະມີຫິມະຕົກຫຼາຍຊັງຕິແມັດໃນຄືນວັນຈັນມື້ນີ້ ໂດຍພື້ນທີ່ທີ່ມີປະລິມານຫິມະສະສົມຫຼາຍທີ່ສຸດຈະຢູ່ນອກເມືອງໃຫຍ່.

ທ່ານ ມາກ ເຊນາດຣ໌ ກ່າວວ່າ “ ແນ່ນອນວ່າ ມັນຈະມີສະພາບຖະໜົນທີ່ເປັນອັນຕະລາຍຫຼາຍຂຶ້ນໃນຫຼາຍພື້ນທີ່ ຕັ້ງແຕ່ນະຄອນຫຼວງວໍຊິງຕັນ ດີຊີ ຂຶ້ນໄປຕາມທາງຫຼວງ I-95 ໄປຈົນເຖິງບໍລິເວນເຂດໃນ ຂອງມື້ນີ້ ແລະຄືນມື້ວັນອາທິດ.” ທ່ານ ເຊນາດຣ໌ກ່າວຕື່ມວ່າ “ ຫຼັງຈາກນັ້ນ ອາກາດຈະໜາວແຮງຈົນເຖິງຕອນເຊົ້າວັນຈັນ ຖະໜົນຕ່າງ ໆ ທີ່ບໍ່ໄດ້ຮັບການບໍາລຸງຮັກສາ ແລະ ເອົາຫິມະອອກ ຍັງຄົງມີສະພາບຖະໜົນທີ່ເປັນອັນຕະລາຍສຳລັບການເດີນທາງ.”

ແຕ່ຫິມະເປັນພຽງຈຸດເລີ້ມຕົ້ນຂອງອາທິດແຫ່ງຄວາມວຸ້ນວາຍສັບສົນຂອງສະພາບອາກາດ.

ພື້ນທີ່ສ່ວນຫຼາຍທາງພາກຕາເວັນອອກຂອງສະຫະລັດຈະຕ້ອງປະເຊີນກັບອຸນຫະພູມທີ່

ໜາວເຢັນແຮງທີ່ສຸດແຫ່ງນຶ່ງໃນລະດູໜາວນີ້ ຫາກແຕ່ບໍ່ແມ່ນໃນຮອບຫຼາຍປີ.

ພື້ນທີ່ຕັ້ງແຕ່ພູ ຣ໊ອກກີ ໄປຈົນເຖິງທົ່ງພຽງເຂດເໜືອຈະມີອຸນຫະພູມຕໍ່າກ່ວາປົກກະຕິ ເລີ້ມຕັ້ງແຕ່ວັນອາທິດ ແລະຕະຫຼອດອາທິດທີ່ຈະເຖິງ ໂດຍອຸນຫະພູມອາດຈະຫຼຸດລົງເຖິງ -34 ອົງສາ ເຖິງ -48 ອົງສາ ໃນວັນອາທິດແລະວັນຈັນມື້ນີ້.

ອ່ານຂ່າວເປັນພາສາອັງກິດໄດ້

BOSTON (AP) — Tens of millions of residents along the East Coast are bracing for several centimeters of snow Sunday followed by dangerously cold temperatures that will take hold in much of the country from the Northern Plains to the tip of Maine.

Winter storm warnings issued by the National Weather Service have already gone into effect for parts of the Mid-Atlantic through Monday morning, with the forecast projecting up to 15 centimeters of snow. Warnings will begin in New England on Sunday afternoon, with parts of Massachusetts, New Hampshire, Maine and Connecticut seeing as much as 25 centimeters of snow.

Marc Chenard, a meteorologist with the National Weather Service in College Park, Maryland, projected that as many as 70 million residents will be under some kind of winter storm hazards warning in the coming days including in New England and the Mid-Atlantic. Large cities like Philadelphia, New York and Boston could see several centimeters of snow this evening with the highest totals being outside of major cities.

“There will certainly be some more hazardous road conditions anywhere from D.C. up the whole I-95 corridor and then inland from there later today and tonight,” Chenard said. “Then it gets quite cold behind that. By Monday morning, any roads that haven’t been treated or cleared will still likely be some hazardous travel conditions.”

Return of the Arctic blast

But the snow is just the start of a chaotic week of weather.

Much of the eastern half of the United States will be enduring some of the coldest temperatures this winter, if not for several years.

An area from the Rockies into the Northern Plains will see colder than normal temperatures starting Sunday into the coming week, with temperatures dropping to minus 34 degrees C to minus 48 C on Sunday and Monday.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG