ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝົນຕົກໜັກ ແລະດິນເຈື່ອນ ເຮັດໃຫ້ 18 ຄົນເສຍຊີວິດ ຢູ່ໃນພາກໃຕ້ ຂອງປະເທດອິນເດຍ


ນົກໂຕນຶ່ງ ຈັບຢູ່ເທິງກົກໄມ້ ຂະນະທີ່ເມກເຝື້ອປົກຄຸມທ້ອງຟ້າ ທີ່ເມືອງໂກຊີ ໃນລັດແຄຣາ ປະເທດອິນເດຍ ເມື່ອວັນທີ 16 ຕຸລາ 2021.
ນົກໂຕນຶ່ງ ຈັບຢູ່ເທິງກົກໄມ້ ຂະນະທີ່ເມກເຝື້ອປົກຄຸມທ້ອງຟ້າ ທີ່ເມືອງໂກຊີ ໃນລັດແຄຣາ ປະເທດອິນເດຍ ເມື່ອວັນທີ 16 ຕຸລາ 2021.

ມີຢ່າງໜ້ອຍ 18 ຄົນເສຍຊີວິດ ນຶ່ງມື້ຫຼັງຈາກໄດ້ເກີດຝົນຕົກໜັກຢູ່ຕາມໝູ່ບ້ານຕ່າງໆ ແລະພາໃຫ້ເກີດນໍ້າຖ້ວມຖະໜົນຫົນທາງ ຢູ່ໃນລັດແຄລາ (Kerala) ທີ່ຕັ້ງຢູ່ໃນພາກໃຕ້ຂອງປະເທດອິນເດຍ.

ເຈົ້າໜ້າທີ່ກ່າວວ່າ ພວກກູ້ໄພໄດ້ພົບເຫັນຊາກສົບຜູ້ເສຍຊີິວິດ ຢູ່ໃນສອງເຂດທີ່ປະສົບກັບໄພນ້ຳຖ້ວມແຮງທີ່ສຸດ ຄືໃນເມືອງຄົດຕາຢາມ (Kottayam) ແລະເມືອງອີດຸກກີ (Idukki) ບ່ອນທີ່ຝົນຕົກໜັກ ໄດ້ພາໃຫ້ເກີດດິນເຈື່ອນຂະໜາດໃຫຍ່ ອີງຕາມອົງການຂ່າວແພຣັສ ທຣັດ (PTI) ຂອງອິນເດຍ.

ມີການສົ່ງກຳລັງຮັບມືກັບໄພພິບັດແຫ່ງຊາດ ແລະກອງທັບອິນເດຍ ໄປຊ່ວຍໃນການດຳເນີນຄວາມພະຍາຍາມກູ້ໄພໃນຂະນະທີ່ປະຊາຊົນຈຳນວນຫຼວງຫຼາຍຍັງຢ້ານວ່າຫາຍສາບສູນໄປ.

ໃນມື້ວັນເສົາຜ່ານມາ ເວລາຝົນເລີ້ມຕົກໜັກ ໂທລະພາບລາຍງານວ່າ ມີຜູ້ຄົນພາກັນລຸຍນ້ຳທີ່ສູງເຖິງໜ້າເອິກ ເພື່ອໄປຊ່ວຍຜູ້ໂດຍສານຢູ່ໃນລົດເມຄັນນຶ່ງທີ່ເກືອບຈະຈົມນ້ຳຢູ່ແລ້ວ ຍ້ອນມີກະແສນ້ຳຊຸໃສ່ຫົນທາງຢ່າງແຮງ.

ຜູ້ນຳລັດຖະບານໃນລັດແຄລາ ທ່ານພີນາຣາຢີ ວິຈາຢານ ໃນວັນອາທິດວານນີ້ໄດ້ຮຽກຮ້ອງໃຫ້ປະຊາຊົນໃຊ້ຄວາມລະມັດລະວັງເຖິງແມ່ນວ່າຝົນໄດ້ເຊົາຕົກລົງມາແລ້ວກໍຕາມ. ທ່ານກ່າວຕື່ມວ່າ ມີການຕັ້ງສູນຜູ້ປະສົບໄພຂຶ້ນຫຼາຍກວ່າ 100 ແຫ່ງ.

ນາຍົກລັດຖະມົນຕີນາເຣັນດຣາ ໂມດີ ກ່າວວ່າ ທ່ານໄດ້ໂອ້ລົມກັບຜູ້ນຳລັດຖະບານແລະກ່າວຕື່ມວ່າ ເຈົ້າໜ້າທີ່ພວມເຮັດວຽກເພື່ອຊ່ວຍກູ້ໄພ ພວກທີ່ໄດ້ຮັບຜົນກະທົບ. ທ່ານກ່າວຜ່ານທາງທວີດເຕີ້ວ່າ “ຂ້າພະເຈົ້າໄດ້ສູດມົນພາວະນາຂໍໃຫ້ທຸກຄົນປອດໄພແລະລອດພົ້ນ.”

ໃນປີ 2018 ລັດແຄລາໄດ້ປະສົບກັບໄພນ້ຳຖ້ວມຢ່າງຮ້າຍແຮງຍ້ອນຝົນຕົກໜັກໃນລະດູລົມມໍຣະສຸມ ທີ່ເຮັດໃຫ້ມີ 223 ຄົນເສຍຊີວິດ ແລະອີກຫຼາຍໆຮ້ອຍພັນຕ້ອງໄດ້ຍົກຍ້າຍໜີຈາກເຮືອນຊານບ້ານຊ່ອງຂອງພວກເຂົາເຈົ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG