ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຂວງວຽງຈັນໄດ້ຮັບຄວາມເສຍຫາຍ ຈາກໄພນໍ້າຖ້ວມ ຫຼາຍກວ່າ 280 ຕື້ກີບ


People walking down a street are pictured through a hole in a building in Deir al-Zor, Syria, April 4, 2013.
People walking down a street are pictured through a hole in a building in Deir al-Zor, Syria, April 4, 2013.

ທາງການແຂວງວຽງຈັນປະເມີນວ່າ ໄພນໍ້າຖ້ວມຄັ້ງໃຫຍ່ທີ່ສົມທົບໃສ່ກັບ ປະລິມານທີ່ຖືກປ່ອຍ ອອກຈາກເຂື່ອນນໍ້າງື່ມ 1 ຢ່າງຫຼວງຫຼາຍ ໄດ້ເຮັດໃຫ້ເກີດຄວາມເສຍຫາຍ ກວ່າ 280 ຕື້ກີບ.

ທ່ານ ຄໍາເມິງ ພົງທະດີ ເຈົ້າແຂວງ ແລະ ເລຂາພັກແຂວງວຽງຈັນໄດ້ຖະແຫຼງຜົນການ
ປະເມີນຄວາມເສຍຫາຍ ຈາກໄພນໍ້າຖ້ວມຄັ້ງໃຫຍ່ທີ່ສົມທົບດ້ວຍປະລິມານນໍ້າຢ່າງຫຼວງ
ຫຼາຍທີ່ຖືກປ່ອຍອອກຈາກເຂື່ອນນໍ້າງື່ມ 1 ໃນຕະຫຼອດຊ່ວງເດືອນກັນຍາຫາຕົ້ນເດືອນ
ຕຸລາ ທີ່ຜ່ານມານີ້ວ່າ ໄດ້ເປັນຜົນເຮັດໃຫ້ເກີດການເສຍຫາຍ ພາຍໃນແຂວງວຽງຈັນຄິດ ເປັນມູນຄ່າລວມຫຼາຍກວ່າ 280 ຕື້ກີບ.

ທັງນີ້ໂດຍພາກສ່ວນທີ່ເສຍຫາຍຫຼາຍທີ່ສຸດນັ້ນກໍແມ່ນຖະໜົນ ແລະຄອງຊົນລະປະທານ ທີ່ຈະຕ້ອງນໍາໃຊ້ງົບປະມານຫຼາຍກວ່າ 156 ຕື້ກີບ ເພື່ອເຮັດການສ້ອມແປງໃຫ້ກັບຄືນມາ ໃຊ້ໄດ້ຕາມປົກກະຕິໂດຍສະເພາະແມ່ນການສ້ອມແປງຄອງຊົນລະປະ ທານທີ່ເປ່ເພໄປ
ເຖິງ 134 ແຫ່ງນຶ່ງຖືເປັນຄວາມຕ້ອງການທີ່ຮີບດ່ວນທີ່ສຸດ. ຫາກບໍ່ສະນັ້ນແລ້ວ ກໍຈະສົ່ງ ຜົນກະທົບຕໍ່ການຜະລິດໃນພາກກະສິກໍາຂອງແຂວງຢ່າງຫຼີກຫຼ່ຽງບໍ່ໄດ້, ເພາະວ່າຄອງຊົນ
ລະປະທານທີ່ເປ່ເພໄປດັ່ງກ່າວນັ້ນຈະເຮັດໃຫ້ພື້ນທີ່ການຜະລິດໃນລະດູແລ້ງຂອງແຂວງ
ວຽງຈັນ ລົດລົງຈາກ 9,000 ກວ່າເຮັກຕາເຫຼືອພຽງ7,300 ເຮັກຕາເທົ່ານັ້ນ.

ທ່ານທອງສິງ ທໍາມມະວົງ, ນາຍົກລັດຖະມົນຕີລາວ ຂີ່ເຮືອໄວໄປ ກວດຢ້ຽມເບິ່ງເຂດທີ່ຖືກນໍ້າຖ້ວມໃນແຂວງວຽງຈັນ
ທ່ານທອງສິງ ທໍາມມະວົງ, ນາຍົກລັດຖະມົນຕີລາວ ຂີ່ເຮືອໄວໄປ ກວດຢ້ຽມເບິ່ງເຂດທີ່ຖືກນໍ້າຖ້ວມໃນແຂວງວຽງຈັນ

ທາງດ້ານເຈົ້າໜ້າທີ່ຂອງເມືອງ
ທຸລະຄົມ ຊຶ່ງເປັນເມືອງທີ່ໄດ້ຮັບ
ຄວາມເສຍຫາຍຈາກໄພນໍ້າຖ້ວມ
ຄັ້ງນີ້ຫຼາຍທີ່ສຸດ ກັບທັງຍັງໄດ້
ຮັບຜົນກະທົບໂດຍກົງຈາກການ
ປ່ອຍນໍ້າອອກຈາກເຂື່ອນນໍ້າງື່ມ
1 ອີກດ້ວຍນັ້ນ ກໍໄດ້ເປີດເຜີຍ
ໃຫ້ຮູ້ວ່າ ເມືອງທຸລະຄົມຕ້ອງ
ການງົບປະມານຫຼາຍກວ່າ 20
ຕື້ກີບ ເພື່ອຟື້ນຟູການຜະລິດ
ໃນພາກກະສິກໍາ, ຫາກແຕ່ວ່າ
ໃນໄລຍະທີ່ຜ່ານມາ ກໍໄດ້ຮັບ
ການຊ່ວຍເຫຼືອຢ່າງຈໍາກັດດັ່ງທີ່ເຈົ້າໜ້າທີ່ຄົນດັ່ງກ່າວ ໄດ້ໃຫ້ການຢືນຢັນວ່າ:

ພາຍຫຼັງເຫັນວ່າມີສະພາບໄພພິປັດນໍ້າຖ້ວມ ຢູ່ເມືອງທຸລະຄົມຂອງພວກຂ້າພະເຈົ້າ
ນີ້ ກະເຫັນວ່າ ນັບແຕ່ທ່ານນາຍົກ, ທ່ານເຈົ້າແຂວງ, ພາກສ່ວນທຸລະກິດພໍ່ຄ້າຊາວ
ຂາຍ ກະໄດ້ໃຫ້ການຮ່ວມມືຊ່ວຍເຫຼືອ ເປັນຕົ້ນເຄື່ອງອຸປະໂພກ
ຈໍານວນນຶ່ງເປັນ
ເງິນສົດ
ຈໍານວນ 135 ລ້ານກີບ.

ກ່ອນໜ້ານີ້ ກອງປະຊຸມລະດົມທຶນຈາກຫົວໜ່ວຍທຸລະກິດຕ່າງໆ ເພື່ອຕ້ານໄພນໍ້າຖ້ວມພາຍ
ໃຕ້ການເປັນປະທານຂອງທ່ານ ສົມພັນ ແພງຄໍາມີ ຮອງປະທານສະພາແຫ່ງຊາດລາວ ຊຶ່ງ ໄດ້ຈັດຂຶ້ນຢ່າງເປັນທາງການເມື່ອບໍ່ນານມານີ້ ໄດ້ປະເມີນສະພາບການອີກເທື່ອໃໝ່ວ່າ ໄພ ນໍ້າຖ້ວມຄັ້ງໃຫຍ່ທີ່ເກີດຈາກພາຍຸໂຊນຮ້ອນ ໄຮ່ໝ່າ ແລະພະຍຸນົກເຕັນນັ້ນ ໄດ້ເຮັດໃຫ້ເກີດ ຄວາມເສຍຫາຍໃນລາວຄິດເປັນມູນຄ່າເກີນກວ່າ 1,800 ຕື້ກີບ ຫາກແຕ່ວ່າ ໃນໄລຍະທີ່ ຜ່ານມາທາງການລາວກໍສາມາດລະດົມການບໍລິຈາກ ເພື່ອນໍາໄປໃຫ້ການຊ່ວຍເຫຼືອແກ່ ບັນດາຜູ້ປະສົບໄພໄດ້ໃນມູນຄ່າລວມພຽງບໍ່ເຖິງ 1.7 ຕື້ກີບເທົ່ານັ້ນ.

ທະນາຄານແຫ່ງນຶ່ງໃນລາວມອບເງິນຊ່ວຍເຫລືອແກ່ຜູ້ປະສົບ ໄພນໍ້າຖ້ວມ ໃນກາງເດືອນຕຸລາ ທີ່ຜ່ານມາ
ທະນາຄານແຫ່ງນຶ່ງໃນລາວມອບເງິນຊ່ວຍເຫລືອແກ່ຜູ້ປະສົບ ໄພນໍ້າຖ້ວມ ໃນກາງເດືອນຕຸລາ ທີ່ຜ່ານມາ

ໃນຈໍານວນດັ່ງກ່າວ ກໍມີທັງ
ການບໍລິຈາກເປັນເງິນສົດແລະ
ເປັນວັດຖຸສິ່ງຂອງເຊິ່ງຈົນເຖິງ
ປັດຈຸບັນນີ້ ທາງກົມສັງຄົມ
ສົງເຄາະກໍໄດ້ນໍາໄປສົ່ງມອບ
ເພື່ອໃຫ້ການຊ່ວຍເຫຼືອແກ່
ຜູ້ປະສົບໄພນໍ້າຖ້ວມໃນເຂດ
ແຂວງຕ່າງໆ ເປັນສ່ວນຫຼາຍ
ແລ້ວ ກໍຄືການຊ່ວຍເຫຼືອເປັນ
ຢາປົວສຸຂະພາບ, ເຂົ້າສານ,
ອາຫານແຫ້ງ, ເຄື່ອງນຸ່ງຮົ່ມ,
ອຸປະກອນການຮຽນ-ການສອນ
ແລະເງິນສົດ ຫາກແຕ່ກໍຍັງຖື
ເປັນການຊ່ວຍເຫຼືອສະເພາະໜ້າເທົ່ານັ້ນ.

ດ້ວຍເຫດນີ້ຈິ່ງເຮັດໃຫ້ທາງການລາວຈໍາເປັນຈະຕ້ອງລະດົມການບໍລິຈາກເງິນ ແລະສິ່ງຂອງ
ຈາກບັນດາຫົວໜ່ວຍທຸລະກິດຕ່າງໆໃຫ້ໄດ້ເພີ່ມຕື່ມຂຶ້ນອີກໂດຍຈະເລີ່ມດ້ວຍການຈັດການ
ແຂ່ງຂັນກັອບການກຸສົນໃນວັນທີ 15 ຕຸລານີ້. ສ່ວນຫຼັງຈາກນັ້ນ ກໍຈະມີການປຸກລະດົມດ້ວຍ
ການຈັດກິດຈະກໍາໃນຫຼາຍຮູບແບບເພື່ອລະດົມການບໍລິຈາກ ໃຫ້ໄດ້ຫຼາຍທີ່ສຸດ, ທັງນີ້ ກໍ
ເນື່ອງຈາກວ່າ ໃນໄລຍະທີ່ຜ່ານມາທາງການລາວ ສາມາດລະດົມການບໍລິຈາກໄດ້ໃນມູນຄ່າ
ລວມພຽງ 3 ຕື້ກີບເທົ່ານັ້ນ.

ທາງການລາວໄດ້ປະເມີນວ່າ ການຟື້ນຟູສະພາບການດັ່ງກ່າວໃນຂັ້ນເບື້ອງຕົ້ນ ຈະຕ້ອງ
ໃຊ້ງົບປະມານບໍ່ໜ້ອຍກວ່າ 600 ຕື້ກີບ ເຊິ່ງຄາດວ່າ ຈະໄດ້ມາຈາກເງິນສໍາຮອງຄົງຄັງ
ຂອງລັດຖະບານ ເພື່ອນໍາໃຊ້ເຂົ້າໃນການບູລະນະແລະສ້ອມແປງຖະໜົນ, ລະບົບຊົນລະປະ
ທານ, ສາຍສົ່ງກະແສໄຟຟ້າ, ໂຮງຮຽນ, ໂຮງໝໍ ແລະສະຖານທີ່ຕ່າງໆ ຂອງລັດຖະບານ
ເປັນບຸລິມະສິດ. ສ່ວນທີ່ເຫຼືອນັ້ນກໍຄາດຫວັງວ່າຈະໄດ້ຮັບການຊ່ວຍເຫຼືອ ແລະກູ້ຢືມຈາກ
ຕ່າງປະເທດເປັນດ້ານຫຼັກ.

XS
SM
MD
LG