ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ລີເບຍ ຕິດຄ້າງ ຢູ່ໃນເມືອງ ເດີນາ ຖ້າມກາງ ການຕໍ່ສູ້ກັນ ຢ່າງໜັກ


ສະມາຊິກຂອງກອງກຳລັງ ທີ່ສະໜັບສະໜູນລັດຖະບານ ລີເບຍ ແນອາວຸດ ໃນລະຫວ່າງ ການປະຕິບັດການ ໃນຂົງເຂດ ລຳລູດາ, ທາງພາກຕາເວັນຕົກສຽງໃຕ້ຂອງເມືອງ ເດີນາ. 16 ມິຖຸນາ, 2015.
ສະມາຊິກຂອງກອງກຳລັງ ທີ່ສະໜັບສະໜູນລັດຖະບານ ລີເບຍ ແນອາວຸດ ໃນລະຫວ່າງ ການປະຕິບັດການ ໃນຂົງເຂດ ລຳລູດາ, ທາງພາກຕາເວັນຕົກສຽງໃຕ້ຂອງເມືອງ ເດີນາ. 16 ມິຖຸນາ, 2015.

ປະຊາຊົນຫຼາຍກວ່າ 120,000 ຄົນໄດ້ຕິດຄ້າງຢູ່ພາຍໃນເມືອງ ເດີນາ ເຊິ່ງຕັ້ງຢູ່ທາງ
ພາກຕາເວັນອອກຂອງປະເທດ ລີເບຍ ຍ້ອນການຕໍ່ສູ້ຢ່າງໜັກລະຫວ່າງ ກຸ່ມຫົວຮຸນ
ແຮງອິສລາມ ແລະ ກອງກຳລັງທີ່ບັນຊາການໂດຍນາຍພົນ ຄາລີຟາ ຮາຟຕາ.

ລາຍງານສະບັບນຶ່ງຂອງອົງການ ສະຫະປະຊາຊາດ ເມື່ອວັນພະຫັດວານນີ້ໄດ້ກ່າວ
ວ່າ ເມືອງ ເດີນາ ໄດ້ປະສົບກັບຄວາມຫຍຸ້ງຍາກຈາກຄວາມຮຸນແຮງທີ່ “ບໍ່ເຄີຍມີມາ
ກ່ອນ” ໃນຫຼາຍສັບປະດາຜ່ານມາ, ເຊິ່ງ ລວມມີການລະດົມຍິງ ແລະ ການໂຈມຕີທາງ
ອາກາດ.”

ມີການຂາດແຄນອາຫານ, ນໍ້າ, ຢາ ແລະໄຟຟ້າຢ່າງຮຸນແຮງໃນເມືອງ ດັ່ງກ່າວ.

ລາຍງານສະບັບນຶ່ງໄດ້ກ່າວວ່າ ບໍ່ມີການນຳສົ່ງການຊ່ວຍເຫຼືອຕ່າງໆໄປໃຫ້ເມືອງດັ່ງ
ກ່າວ ນັບຕັ້ງແຕ່ກາງເດືອນມີນາເປັນຕົ້ນມາ.

ເມືອງ ເດີນາ, ປະເທດ ລີເບຍ.
ເມືອງ ເດີນາ, ປະເທດ ລີເບຍ.

ກອງທັບແຫ່ງຊາດ ລີເບຍ ຂອງນາຍພົນ ຮາຟຕາ ໄດ້ພະຍາຍາມທີ່ຈະຍຶດຄືນເມືອງ
ດັ່ງກ່າວຈາກກຸ່ມຫົວຮຸນແຮງອິສລາມແລະນັກຮົບທ້ອງຖິ່ນ, ຜູ້ທີ່ທ່ານໄດ້ເອີ້ນວ່າແມ່ນ
ພວກກໍ່ການຮ້າຍ.

ເມືອງ ເດີນາ ແມ່ນເມືອງດຽວໃນພາກຕາເວັນອອກຂອງປະເທດ ລີເບຍ ທີ່ກອງທັບ
ແຫ່ງຊາດ ລີເບຍ ຍັງບໍ່ໄດ້ຄວບຄຸມ.

ທ່ານ ຮາຟຕາ ແມ່ນຄູ່ປໍລະປັກທີ່ໂຫດຮ້າຍຄົນນຶ່ງຂອງລັດຖະບານ ລີເບຍ ໃນນະ
ຄອນຫຼວງ ຕຣີໂປລີ ເຊິ່ງໄດ້ຮັບການໜູນຫຼັງໂດຍປະເທດຕາເວັນຕົກ. ລັດຖະບານ
ກາງແມ່ນກຳລັງດີ້ນຮົນທີ່ຈະຂະຫຍາຍອຳນາດຂອງຕົນໄປທົ່ວປະເທດ ແລະ ກຳລັງ
ປະເຊີນກັບການຕໍ່ຕ້ານຢ່າງແຮງຈາກພວກທະຫານບ້ານ ແລະ ທະຫານຂາຍຊາດ
ເຊັ່ນກອງທັບແຫ່ງຊາດ ລີເບຍ ຂອງທ່ານ ຮາຟຕາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG