ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສູ້ລົບກັນຢ່າງໜັກ ຍັງດຳເນີນຢູ່ຕໍ່ມາ ທີ່ເມືອງ ໂກບານີ ຂອງຊີເຣຍ


ຄວັນໄຟພຸ່ງຂຶ້ນສູ່ທ້ອງຟ້າ ເໜືອເມືອງ ໂກບານີ
ຄວັນໄຟພຸ່ງຂຶ້ນສູ່ທ້ອງຟ້າ ເໜືອເມືອງ ໂກບານີ

ໄດ້​ມີ​ລາຍ​ງານ​ວ່າ ມີ​ການ​ສູ້​ລົບ​ກັນ​ຢ່າງ​ໜັກ ​ຢູ່​ໃນ​ແລະອ້ອມ​ແອ້ມ
ເມືອງ Kobani ຂອງ​ຊີ​ເຣຍ ທີ່​ຕິດ​ກັບ​ຊາຍ​ແດນ​ເທີ​ກີ​ນັ້ນ.

ມີ​ຄວັນ​ໄຟ​ພຸ່ງ​ຂຶ້ນ​ສູ່​ທ້ອງຟ້າ​ ເໜືອ​ເມືອງ​ດັ່ງກ່າວ ​ໃນ​ວັນ​ອາທິດ
​ມື້​ນີ້ ຂະນະ​ທີ່​ພວກ​ນັກລົບ​ຊາວ​ເຄີ​ດ ທຳ​ການ​ຕໍ່ສູ້​ເພື່ອ​ປ້ອງ​ກັນ​
ເມືອງຈາກ​ການບຸກ​ໂຈມ​ຕີ​ທີ່​ຍັງ​ດຳ​ເນີນ​ມາ​ຢູ່​ບໍ່​ເຊົາ ​ຂອງ​ພວກ​
ຫົວ​ຮຸນ​ແຮງ​ລັດ​ອິສລາມ​ນັ້ນ.

ພວກ​ເຮືອບິນ​ລົບຂອງ​ແນວ​ໂຮມພາຍ​ໃຕ້​ການ​ນຳພາ​ຂອງສະ
ຫະລັດ ​ໄດ້​ໂຈມ​ຕີ​ຢ່າງ​ໜັກຕໍ່​ເປົ້າ​ໝາຍ​ແຫ່ງ​ຕ່າງໆ​ໃນ​ເມືອງ
​ແລະ​ໃນ​ເຂດ​ອ້ອມ​ແອ້ມ​ເມືອງ Kobani ນັ້ນ.

ພວກ​ທະຫານ​ເທີ​ກີ​ ທີ່ຢູ່​ອີກ​ຟາກ​ນຶ່ງ​ຂອງຊາຍ​ແດນນັ້ນ ຍັງ​ຄົງ​ບໍ່​ຍອມເຂົ້າ​ຮ່ວມ​ສູ້​ລົບ​ເທື່ອ ​
ເຖິງ​ແມ່ນ​ນາໆ​ຊາດ​ເພີ້​ມທະວີຄວາມ​ກົດ​ດັນ ​ໂດຍ​ການ​ຮຽກຮ້ອງ​ໃຫ້​ປະທານາ​ທິບໍດີ Recep Tayyip Erdogan ​ແຫ່ງ​ເທີ​ກີ ​ເຂົ້າ​ແຊກ​ແຊງ​ກໍ​ຕາມ.

islamicstate12october14
please wait

No media source currently available

0:00 0:00:40 0:00

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະປະຊາ​ຊາດໃນ​ຂົງ​ເຂດໄດ້​ເຕືອນ​ວ່າ ເປັນ​ໄປ​ໄດ້​ຫຼາຍ​ທີ່​ສຸດວ່າ
ພວກ​ຊາວ​ເຄີ​ດ ຈຳນວນ​ຫຼາຍ​ເຖິງ 12 ພັນ​ຄົນ ຮວມທັງ​ພວກ​ເຖົ້າ​ແກ່ຊະລາ ຫຼາຍຮ້ອຍ​ຄົນ
ໃນ​ໃຈກາງ​ເມືອງ “​ແມ່ນຈະ​ຖືກ​ສັງຫານ​ໝູ່” ຖ້າ​ເມືອງ Kobani ຕົກ​ໃຫ້​ພວກ​ກຸ່ມ​ລັດອິສ
ລາມ. ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດຊີ​ເຣຍ Syrian Observatory ທີ່​ມີ​ຫ້ອງການ​ຕັ້ງ​ຢູ່​ໃນ​ອັງ
ກິດ ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ IS ​ໄດ້​ເຂົ້າຄວບ​ຄຸມ​ພື້ນ​ທີ່​ເມືອງ​ດັ່ງກ່າວ ​ປະມານ 40 ​ເປີ​ເຊັນ​ ມາ​ຮອດ​ຕອນ​ເຊົ້າ​ວັນ​ເສົາ​ວານ​ນີ້.

ລັດຖະບານ​ເທີ​ກີ ມາ​ຮອດ​ປັດຈຸບັນ​ນີ້ ບໍ່​ຍອມ​ເຂົ້າ​ຮ່ວມ​ໃນ​ການ​ສູ້​ລົບ ​ໂດຍ​ອ້າງເຖິງສາຍ
ພົວພັນ​ລະຫວ່າງ​ ພວກ​ຊາວ​ເຄີ​ດທີ່​ປ້ອງ​ກັນ​ເມືອງໂກ​ບາ​ນີ ​ກັບ​ພັກ​ແຮງ​ງານ​ຊາວ​ເຄີ​ດທີ່
​ເທີ​ກີ​ຖື​ວ່າ ​ຜິດ​ກົດໝາຍ​ນັ້ນ. ພັກ​ແຮງ​ງານ​ຊາວ​ເຄີ​ດ ຫຼື PKK ​ໄດ້​ທຳ​ການກໍ່​ກະບົດ​ ມາ​ເປັນ​ເວລາ​ຫຼາຍ​ທົດ​ສະ​ວັດ​ ເພື່ອ​ຢາກ​ປັກ​ຄອງ​ຕົນ​ເອງ​ໃນ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ເທີ​ກີ ແລະ​ລັດຖະບານ​ອັງກາຣາ ​ແລະ​ວໍ​ຊິງ​ຕັນ ​ໄດ້​ຈັດອົງການ​ດັ່ງກ່າວ​ວ່າເປັນ​ກຸ່ມ​ຈັດ​ຕັ້ງ​ກໍ່​ການ​ຮ້າຍ​.

Kurds See War-Ravaged Kobani As Political, Emotional Heartland
please wait

No media source currently available

0:00 0:03:15 0:00

XS
SM
MD
LG