ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກີດການສູ້ລົບ ຢ່າງໜັກ ທີ່ເມືອງ Aleppo ຂອງຊີເຣຍ


ການສູ້ລົບຢ່າງໜັກລະຫວ່າງທະຫານລັດຖະບານແລະກະບົດຊີເຣຍ
ການສູ້ລົບຢ່າງໜັກລະຫວ່າງທະຫານລັດຖະບານແລະກະບົດຊີເຣຍ
ທະຫານ​ຂອງ​ລັດຖະບານ​ຊີ​ເຣຍ​ ແລະ​ພວກ​ກະບົດ​ໄດ້​ປະ​ທະ​ກັນ ​ທີ່ເມືອງ Aleppo ​ນະຄອນຫຼວງ​ການ​ຄ້າ​ຂອງ​ປະ​ເທດ ​ໃກ້ໆ​ບໍລິ​ເວນ​ສະໜາມ​ບິນທີ່​ລັດຖະບານ​ຄວບ​ຄຸມຂອງ​ເມືອງ​ດັ່ງກ່າວ ​ໃນ​ຂະນະ​ທີ່​ການ​ສູ້​ລົບ​ກັນ ​ພວມ​ໜັກໜ່ວງຂຶ້ນຕື່ມ ກ່ອນ​ໜ້າການໄປ​ຢ້ຽມຢາມ​ຂອງ​ທູດ​ພິ​ເສດ​ນາໆ​ຊາດ​ປະ​ຈໍາ​ຊີ​ເຣຍຄົນ​ໃໝ່ນັ້ນ.

ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ​ທີ່​ມີ​ສໍານັກງານ​ຢູ່​ລອນ​ດອນ ​ແລະ​ພວກ​ນັກ​ເຄື່ອນ​ໄຫວຈຸ​ອື່ນໆ ​ເວົ້າ​ວ່າ ການ​ສູ້​ລົບ​ກັນ​ຢ່າງ​ໜັກ​ໄດ້​ລະ​ເບີດ​ຂຶ້ນ​ໃນ​ຕອນ​ຂ້ອນແຈ້ງ​ຂອງ​ວັນ​ພຸດ​ມື້​ນີ້ ທີ່​ເຂດ​ Nayrab ປະມານຫ້າ​ກິ​ໂລ​ແມັດ​ຫ່າງ​ຈາກສະໜາມ​ບິນ​ Aleppo.

ສະຖານທີ່​ດັ່ງກ່າວ ທີ່​ໂຮມ​ທັງຄ້າຍ​ທະຫານ​ແຫ່ງ​ນຶ່ງ ​ເປັນ​ບ່ອນ​ທີ່ລັດຖະ ບານ​ໃຊ້ເພື່ອ​ຖິ້ມ​ລະ​ເບີດ​ໃສ່​ເຂດ​ທີ່​ຄວບຄຸມ​ໂດຍ​ພວກ​ກະບົດ. ຕະຫຼອດ​ໄລຍະຫຼາຍອາທິດ​ຜ່ານ​ມາ​ນີ້ ພວກ​ກະບົດ​ໄດ້​ໂຈມ​ຕີ​ສະໜາມ​ບິນນ້ອຍໆ​ຫຼາຍ​ແຫ່ງ​ຂອງ​ລັດຖະບານ​ເພື່ອ​ພະຍາຍ​າມປ້ອງ​ກັນ​ບໍ່​ໃຫ້​ຝ່າຍລັດຖະບານ​ໃຊ້​ເປັນ​ບ່ອນ​ໂຈມ​ຕີ​ທາງ​ອາກາດ ​ໃນ​ຂະນະ​ທີ່​ສະຖານທາງ​ການ​ຄ້າຕ່າງໆ​ບໍ່​ໄດ້​ຖືກ​ລົບ​ກວນ​ເລີຍ​.

​ຈົນ​ເທົ່າ​ເຖິງ​ປັດຈຸບັນ​ນີ້ຄວາມ​ພະຍາຍາມ​ເພື່ອ​ເປີດ​ການ​ເຈລະຈາທາງ​ການ​ທູດ ກໍ​ບໍ່ສາມາດ​ທີ່​ຈະ​ຢຸດ​ການ​ສູ້​ລົບ​ຢ່າງ​ນອງ​ເລືອດ​ໃນ​ຊີ​ເຣຍລົງ​ໄດ້ ​ແຕ່​ທ່ານ Lakhdar Brahimi ທູດ​ພິ​ເສດ​ຄົນ​ໃໝ່ຂອງ​ສະຫະ​ປະຊາ​ຊາດ​ແລະ​ສັນນິບາດອາຣັບ ມີແຜນການ​ຈະ​ໄປ​ຢ້ຽມຢາມ​ຊີ​ເຣຍ​ໃນ​ອາທິດນີ້ ​ເພື່ອ​ພະ ຍາຍາມເກ້​ຍກ່ອມພວກ​ເຂົາ​ເຈົ້າ ​ໃຫ້​ຟື້ນຟູ​ການ​ເຈລະຈາ​ກັນ​ໃໝ່.

ທ່ານ ພັນ ຄີ​ມູນ ​ເລຂາທິການໃຫຍ່​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ທູດ​ພິ​ເສດ Brahimi ຈະ​ເຈລະຈາ​ກັບ​ປະທານາທິບໍດີ Bashar al-Assad ​ເວລາ​ທ່ານ​ໄປ​ຢ້ຽມຢາມ​ຊີ​ເຣຍ​ເທື່ອ​ທໍາ​ອິດ​ຢ່າງ​ເປັນ​ທາງ​ການ​ນັ້ນ ​ເຖິງ​ແມ່ນ​ຍັງ​ບໍ່​ໄດ້​ກໍານົດ​ວັນ​ເວລາ​ໃນ​ການຢ້ຽມຢາມທີ່​ຄັກ​ແນ່​ໃນ​ເວລາ​ນີ້​ເທື່ອ​ກໍ​ຕາມ.

ທ່ານ Brahimi ​ໄດ້​ເຂົ້າຮັບ​ຕຳ​ແໜ່ງ​ແທນທູດ​ພິ​ເສດ ​ໂກ​ຟີ ອັນ​ນັນ ຜູ້​ທີ່​ບໍ່​ສາມາດເກ້​ຍກ່ອມ ​ໃຫ້ບັນລຸ​ຂໍ້ຕົກ​ລົງຢຸດ​ຍິງ​ຢູ່​ໃນ​ຊີ​ເຣຍ​ໄດ້ ​ແລະ​ເປີດການ​ເຈລະຈາ​ກ່ຽວ​ກັບ​ລັດຖະບານ​ໃນ​ໄລຍະ​ຂ້າມ​ຜ່ານ.

​ເຈົ້າໜ້າ​ທີ່ສະຫະ​ປະຊາ​ຊາດກ່າວ​ວ່າ ການ​ສູ້​ລົບ​ກັນ​ໃນ​ຊີ​ເຣຍມາ​ເທົ່າ​ປັດຈຸ ບັນ​ນີ້ ​ໄດ້​ເ​ຂັ່ນຂ້າ​ປະຊາຊົນ​ໄປ​ແລ້ວ​ປະມານ 20,000 ຄົ​ນ ໃນ​ຈໍານວນ​ນັ້ນ​ເກືອບວ່າ​ທັງ​ໝົດ​ເປັນ​ພົນລະ​ເຮືອນ ​ແລະ​ໄດ້​ບັງຄັບ​ໃຫ້​ອີກຫຼາຍກວ່າ​ນຶ່ງ​ລ້ານ​ຄົນ ພັດ​ພາກ​ຈາກ​ບ້ານ​ຢູ່​ອາໄສ​ຂອງ​ພວກ​ເຂົາ​ເຈົ້າ.

ປະມານ​ວ່າ​ມີ​ຊາວ​ຊີ​ເຣຍຫຼາຍກວ່າ 250,000 ຄົນ​ໄດ້​ພາກັນຫຼີບໜີ​ໄປ​ອາໄສຢູ່​ໃນ​ປະ​ເທດຈໍ​ແດນ ອີຣັກ ​ເລ​ບາ​ນອນ ​ແລະ​ເທີ​ກີ. ອົງການ​ອົບ​ພະ ຍົບສະຫະ​ປະຊາຊດ ​ເອີ້ນ​ບັນຫາ​ດ້ານມະນຸດສະ​ທໍາ ​ທີ່​ເກີດຈາກເສີກ​ສົງ ຄາມ​ນັ້ນ​ວ່າ​ ເປັນ​ວິ​ກິດການ​ທີ່​ໃຫຍ່ທີ່​ສຸດ​ຂອງ​ຕົນ.
XS
SM
MD
LG