ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຳລັງ ອັຟການິສຖານ ພະຍາຍາມ ຈະເຂົ້າຍຶດ ເອົາເມືອງ Kunduz ຄືນ


Afghanistan
please wait
Embed

No media source currently available

0:00 0:01:22 0:00

ການ​ສູ້​ລົບ​ກັນ​ຢ່າງ​ໜັກ ຍັງ​ດຳ​ເນີນຢູ່ຕໍ່ມາ ໃນ​ວັນ​ພຸດ​ມື້​ນີ້ ​ໃນ​
ພາ​ກ​ເໜືອອັຟກາ​ນິສຖານ ຂະນະ​ທີ່ກຳລັງ​ຮັກສາ​ຄວາມ​ປອດ
​ໄພຂອງອັຟການິສຖານ ​ໄດ້​ພະ​ຍາ​ຍາມ​ທີ່​ຈະຕີ​ເອົາ​ເມືອງ
Kunduz ຄືນ​ມາຈາກພວກນັກ​ລົບ​ທາ​ລິ​ບານ ​ທີ່​ໄດ້​ເຂົ້າ ຍຶດ​
ເອົາ​ເມືອງ​ດັ່ງກ່າວ ໃນ​ຕົ້ນ​ອາທິດ​ນີ້ ອັນ​ເປັນ​ໄຊຊະ​ນະ​ທີ່​ສຳ
ຄັນ​ຂອງກຸ່ມ​ຫົວ​ຮຸນ​ແຮງ.

ຮອງຫົວໜ້າ​ປະຕິ​ບັດ​ງານສະຫະ​ປະຊາ​ຊາດ ​ໃນ​ອັຟກາ​ນິສ
ຖານ ຫຼື UNAMA ກ່າວ​ວ່າ ການ​ປະ​ທະ​ກັນ​ໃນ​ເມືອງ Kunduz
ເຮັດ​ໃຫ້​ມີພົນລະ​ເຣືອນ​ເສຍ​ຊີວິດ ຫລື​ໄດ້​ຮັບ​ບາດ​ເຈັບ​ຫລາຍ​
ກວ່າ 100 ຄົນແລະ​ບັງຄັບ​ໃຫ້ 6,000 ຄົນຕ້ອງ​ພາ ກັນ​ຫລົບ
ໜີ​ອອກ​ຈາກ​ເມືອງດັ່ງກ່າວ.

ຫົວໜ້າ UNAMA ທ່ານ Nicholas Haysom ​ໄດ້​ກ່າວວ່າ “ລາຍ​ງານ​ກ່ຽວ ກັບການ​
ປະຫານ​ຊີວິດແບບຮວບຮັດຕັດຕອນ ຮວມທັງ​ພວກ​ພະນັກງານສາທາລະນະສຸກ ການ​
ລັກພາ​ໂຕ ການປະຕິ​ເສດ​ການບໍ່ໃຫ້ການ​ປິ່ນປົວແລະ​ການຫ້າມ​ບໍ່ໃຫ້ເຄື່ອຍ້າຍອອກ
ຈາກ​ເມືອງ ແມ່ນເປັນ​ເລື້ອງທີ່​ລົບ​ກວນເປັນພິເສດ”.

ກຳລັງພິເສດ ອັຟການິສຖານ ໄປເຖິງເດິ່ນເຮືອບິນ ໃນຂະນະທີ່ຕຽມ ຍຶດເອົາເມືອງ Kunduz ຄືນ ຈາກກຸ່ມທາລິບານ
ກຳລັງພິເສດ ອັຟການິສຖານ ໄປເຖິງເດິ່ນເຮືອບິນ ໃນຂະນະທີ່ຕຽມ ຍຶດເອົາເມືອງ Kunduz ຄືນ ຈາກກຸ່ມທາລິບານ

ກອງທັບ​ອັຟກາ​ນິສຖານ ​ໄດ້​ພະຍາຍາມ​ສົ່ງ​ກຳລັງ​ທະຫານ​ເພີ້​ມ​ເຕີມ ຈາກ​ພາກ​ໃຕ້​ໄປຍັງ
​ເມືອງ Kunduz ​ແຕ່​ການວາງເຄື່ອງ​ກີດ​ຂວາງ​ໃສ່ຖະໜົນຫົນທາງ ​ແລະການ​ວາງ​ລະ​ເບີດ​ຝັງ​ດິນ ຂອງພວກທາລິບານ ​ໄດ້ເປັນອຸບປະສັກຕໍ່ການເຄື່ອນກຳລັງໄປສູ່​ແຂວງ Baghlan.

ໂຄສົກ​ຂອງກຸ່ມທາ​ລິ​ບານ ທ້າວ Zabihullah Mujahid ກ່າວໃນ​ວັນພຸດມື້​ນີ້​ວ່າ ​ກຳລັງມີ​
ການ​ປະ​ທະ​ກັນ​ຢ່າງ​ໜັກ ​ຢູ່ທີ່ແຂວງ Baghlan ໃນພາກເໜືອຂອງປະ ເທດ.

ພວກນັກໂທດ ພາກັນຍ່າງຢູ່ຕາມຖະໜົນ ຫລັງຈາກ ໄດ້ຖືກພວກກະບົດທາລິບານປ່ອຍໂຕ.
ພວກນັກໂທດ ພາກັນຍ່າງຢູ່ຕາມຖະໜົນ ຫລັງຈາກ ໄດ້ຖືກພວກກະບົດທາລິບານປ່ອຍໂຕ.

ເຮືອບິນ​ລົບສະຫະລັດ ​ໄດ້​ທຳການ​ໂຈມ​ຕີ​ສອງຄັ້ງ ​ໃນ​ວັນ​ອັງຄານ​ວານ​ນີ້ ​ເພື່ອ​ສະໜັບ
ສະໜຸນກຳລັງ​ທະຫານ​ອັ​ຟການິສຖານ. ​ໂຄສົກ​ຂອງອົງການ​ພັນທະ​ມິດ NATO ພາຍໃຕ້
ການນຳພາຂອງສະຫະລັດ ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ເທື່ອ​ທຳ​ອິດ​ໄດ້​ກະທຳ​ລົງ​ໄປ
​ເພື່ອ “ກຳຈັດການ​ຂົ່ມຂູ່​ຕໍ່ກຳລັງ​ປະສົມ​ແລະ​ກຳລັງ ​ທະຫານ​ອັຟກາ​ນິສຖານ.”

ສ່ວນການໂຈມຕີເທື່ອທີສອງໃນຄືນແລ້ວນີ້ ແມ່ນມີຂຶ້ນຢູ່ໃນບໍລິເວນອ້ອມແອ້ມ ສະໜາມ
ບິນເມືອງ Kunduz ຊຶ່ງເປັນບ່ອນທີ່ມີການສູ້ລົບກັນຢ່າງໜັກໃນຄືນວັນອັງຄານຫຼັງຈາກ
ພວກນັກລົບທາລິບານໄດ້ທຳການໂຈມຕີສະໜາມບິນ.

XS
SM
MD
LG