ບັນດານັກເຄື່ອນໄຫວກ່າວວ່າ ກໍາລັງຂອງພວກກະບົດ ທີ່ພວມ
ສູ້ລົບເພື່ອເຂົ້າຄວບຄຸມເມືອງ Aleppo ໃນພາກເໜືອຂອງ
ປະເທດ ໄດ້ຕໍ່ສູ້ກັນຢ່າງໜັກກັບກໍາ ລັງທີ່ນິຍົມລັດຖະບານ.
ການປະທະກັນໃນວັນສຸກມື້ນີ້ ຊຶ່ງພວກຊາວບ້ານແລະບັນດານັກເຄື່ອນໄຫວ ກ່າວວ່າ ແມ່ນ ຮ້າຍແຮງແບບບໍ່ເຄີຍມີມາກ່ອນແລະເກີດຂື້ນໃນຖານະທີ່ເປັນ ພາກສ່ວນນຶ່ງໃນການບຸກໂຈມຕີຮອບໃໝ່ຂອງພວກກະບົດເພື່ອຂັບໄລ່ກຳລັງ ລັດຖະບານໃຫ້ອອກຈາກ
ເມືອງດັ່ງກ່າວ.
ຢູ່ທີ່ແຫ່ງອື່ນໆຂອງປະເທດ ອົງການສີ້ງຊອມສິດທິມະນຸດທີ່ມີຫ້ອງການຢູ່ອັງກິດ ລາຍງານວ່າ ມີການປະທະກັນທີ່ເມືອງ Deir Ezzor ເມືອງ Dera’a ເມືອງ Hama ແລະຢູ່ໃນເມືອງຫລວງ Damascus.
ໃນຂະນະດຽວກັນ ໃນວັນສຸກມື້ນີ້ ບັນດາລັດຖະມົນຕີຈາກປະເທດຕາເວັນຕົກ ແລະພັນທະມິດຂອງເຂົາເຈົ້າ ຈະໄປເຕົ້າໂຮມກັນເພື່ອສົນທະນາ ກ່ຽວກັບການປະສານງານ ໃນການດຳເນີນຄວາມພະຍາຍາມລະຫວ່າງພວກຝ່າຍຄ້ານຂອງ ຊີເຣຍ ທີ່ຍັງເປັນກ້ອນເປັນກຸ່ມຢູ່ນັ້ນ.
ໃນວັນສຸກມື້ນີ້ ກອງປະຊຸມຂອງຄະນະກຳມະການນຶ່ງ ຊຶ່ງສະມາຊິກໄດ້ຖືກຄັດເລືອກ ຈາກກຸ່ມປະເທດເພື່ອນມິດຂອງຊີເຣຍ ໄດ້ຈັດຂຶ້ນທີ່ນະຄອນນິວຢອກໂດຍການເປັນເຈົ້າພາບຂອງລັດຖະມົນຕີການຕ່າງປະເທດ ທ່ານນາງ Hillary Clinton ແລະຈະຮວມທັງບັນດາລັດຖະມົນຕີ ຈາກຫລາຍກວ່າ 20 ປະເທດ ແລະ ບັນດາຜູ້ຕາງໜ້າຂອງສະພາ
ປະຕິວັດໃນເຂດທ້ອງຖິ່ນ ເຂົ້າຮ່ວມນຳ.