ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກີດການສູ້ລົບກັນໜັກ ໃນ ກຸງ Damascus (ສະໄລດ໌)


Several images taken by the Hubble Space Telescope in order to help identify key stellar distance markers known as Cepheid variable stars (Hubble Legacy Archive, ESA, NASA)
Several images taken by the Hubble Space Telescope in order to help identify key stellar distance markers known as Cepheid variable stars (Hubble Legacy Archive, ESA, NASA)
ກໍາລັງ​ລັດຖະບານຊີ​ເຣຍ ​ໄດ້​ທໍາ​ການ​ສູ້​ລົບກັບ​ພວກ​ກະບົດໃນ
​ກຸງ Damascus ​ໃນ​ວັນ​ພະຫັດມື້ນີ້ ​ໃນ​ຂະນະ​ທີ່​ລັດຖະບານ
ຂອງປະທານາທິບໍ​ດີ Basha al-Assad ພວມຕໍ່ສູ້​ເພື່ອຂັບ​ໄລ່
ກໍາລັງ​ຂອງ​ຝ່າຍ​ຄ້ານ ໃຫ້ອອກໄປຈາກ​ນະຄອນ​ຫລວງຂອງ​ຊີ​ເຣຍ.

ບັນດາ​ນັກ​ເຄື່ອນໄຫວ​ລາຍ​ງານ​ວ່າ ​ໄດ້​ເກີດ​ການ​ສູ້​ລົບ​ກັນຢູ່​ໃນ​ຫຼາຍໆ​ຄຸ້ມ ຮວມ​ທັງ​ການຍິງ​ປືນ​ໃຫຍ່​ຖະຫລົ່ມ​ແລະການ​ບຸກ​ຄົ້ນເຣືອນ​ແຕ່​ລະຫຼັງ​ໃນ​ຄຸ້ມ Daraya ທີ່ຕັ້ງຢູ່ໃນ​ເຂດພາກຕາ​ເວັນ
ຕົກສຽງ​ໃຕ້ຂອງ​ນະຄອນຫຼວງ.

ອົງການ​ສີ້​ງຊອມ​ສິດທິ​ມະນຸດທີ່​ມີ​ສຳນັກງານ​ຢູ່​ອັງ​ກິດ ກ່າ​ວຕໍ່ວີ​ໂອ​ເອວ່າ ຢ່າງ​ນ້ອຍ 35 ຄົນ​ໄດ້​ຖືກ​ສັງ​ຫານທີ່ກຸງ Damascus ​ໃນ​ວັນ​ພຸດວານນີ້. ພວກ​ຊາວ ບ້ານ​ກ່າວ​ວ່າ ​ໄດ້​ມີການ​ສູ້​ລົບ​ກັນ​ຮ້າຍແຮງສຸດນັບ​ຕັ້ງ​ແຕ່​ທະຫານ​ໄດ້​ເຂົ້າຢຶດຄືນ ​ເອົາ​ເຂດທີ່​ພວກ​ກະບົດຄວບ​ຄຸມນັ້ນ.

ທີ່​ນະຄອນ​ນີວຢ້ອກ ​ຫົວໜ້າ​ການ​ເມືອງ ຂອງ​ອົງການ​ສະຫະ​ປະຊາ​ຊາດ ທ່ານ Jeffrey Feltman ກ່າວ​ຕໍ່​ສະພາ​ຄວາມ​ໝັ້ນ​ຄົງ​ວ່າ ສະຫະ​ປະຊາ​ຊາດ​ເຫັນ​ວ່າ ສະພາບ​ການ​ດ້ານ​ມະນຸດສະ​ທໍາ​ໃນ​ຊີ​ເຣຍ ​ພວມ​ຊຸດ​ໂຊມ​ລົງ​ຢ່າງ​ວ່ອງ​ໄວ ​ເປັນ​ທີ່ “ໜ້າ​ວິຕົກ​.” ທ່ານ​ກ່າວ​ວ່າປະມານ 2 ລ້ານ 5 ​ແສນ​ຄົນ​ກໍາລັງຕ້ອງການຄວາມ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະ​ທໍາ ​ໃນ​ຂະນະ​ທີ່​ພວກບໍ່​ມີ​ທີ່​ພັກ​ພາ​ອາໄສ ​ແລະ​ການ​ຫລັ່ງ​ໄຫລ​ຂອງພວກອົບ​ພະ​ຍົບ ​ເຂົ້າ​ສູ່​ປະ​ເທດ​ເພື່ອນ​ບ້ານ ພວມມີ​ຈຳນວນ​ເພີ່ມ ຂຶ້ນ.

ຜູ້​ປະສານ​ງານ​ການ​ຊ່ວຍ​ເຫລືອສຸກ​ເສີນຂອງອົງການ​ສະຫະ​ປະຊາຊາດ ທ່ານ​ນາງ Valerie Amos ​ທີ່​ໄດ້ເດີນທາງ​ໄປຊີ​ເຣຍ​ ໃນອາທິດແລ້ວ​ ກ່າວ​ວ່າ ເດືອນ​ແລ້ວ​ນີ້ ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ດ້ານອາຫານ ຫລາຍ​ກວ່າ 820.000 ຄົນ​ທົ່ວຊີ​ເຣຍ. ທ່ານ​ນາງ​ ​ຍັງກ່າ​ວອີກ​ວ່າ ສະພາບ​ດ້ານ​ມະນຸດສະ​ທໍາ​ຢູ່​ທີ່​ນັ້ນ ​ໄດ້ຊຸດ​ໂຊມ​ລົງ​ ຢ່າງ​ຮ້າຍ​ແຮງ ນັບ​ຕັ້ງ​ແຕ່​ທ່ານ​ນາງ​ໄດ້​ໄປ ຢ້ຽມຢາມ​ຄັ້ງ​ກ່ອນ ໃນ​ເດືອນມີນາ​.
XS
SM
MD
LG