ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງກຳລັງຊີເຣຍ ຢຶດເອົາເມືອງ Palmyra ຄືນມາໄດ້ ຈາກກຸ່ມລັດອິສລາມ


ໃນພາບນີ້ ທີ່ເຜີຍແຜ່ໂດຍ ອົງການຂ່າວ SANA ຂອງທາງການຊີເຣຍ ສະແດງໃຫ້ເຫັນ ທະຫາຊີເຣຍ ຈຳນວນນຶ່ງ ເຕົ້າໂຮມອ້ອມ ທຸງຊາດຊີເຣຍ ໃນເມືອງ Palmyra, ຂອງຊີເຣຍ, ວັນທີ 27 ມີນາ 2016.
ໃນພາບນີ້ ທີ່ເຜີຍແຜ່ໂດຍ ອົງການຂ່າວ SANA ຂອງທາງການຊີເຣຍ ສະແດງໃຫ້ເຫັນ ທະຫາຊີເຣຍ ຈຳນວນນຶ່ງ ເຕົ້າໂຮມອ້ອມ ທຸງຊາດຊີເຣຍ ໃນເມືອງ Palmyra, ຂອງຊີເຣຍ, ວັນທີ 27 ມີນາ 2016.

ພວກນັກເຄື່ອນໄຫວ ຊີເຣຍ ແລະ ສື່ມວນຊົນຂອງທາງການຊີເຣຍ
ໄດ້ກ່າວໃນວັນອາທິດມື້ນີ້ວ່າ ກອງກຳລັງທີ່ສະໜັບສະໜູນ ລັດຖະ
ບານຊີເຣຍ ຢຶດຄືນໄດ້ ເມືອງ Palmyra ຫຼັງຈາກ 10 ເດືອນ ທີ່
ພວກຫົວຮຸນແຮງລັດອິສລາມ ໄດ້ຢຶດເອົາເມືອງເກົ່າແກ່ ແລະໄດ້
ທຳລາຍ ອະນຸສອນສະຖານຕ່າງໆ ທີ່ໄດ້ສ້າງຕັ້ງຂຶ້ນມາ ເກືອບ
2,000 ປີນັ້ນ.

ການສູ້ລົບຢູ່ໃນເມືອງ Palmyra ໄດ້ທະວີຂຶ້ນ ໃນສອງສາມມື້ບໍ່
ດົນນີ້ ໃນຂະນະທີ່ ກອງກຳລັງຊີເຣຍ ທີ່ໄດ້ຮັບການໜູນຫຼັງໂດຍ ການໂຈມຕີພັກດັນພວກຫົວຮຸນແຮງອອກໄປ ທາງອາກາດຂອງຣັດເຊຍ ເພື່ອປິດທ້າຍ
ການບຸກໂຈມຕີໄລຍະສາມອາທິດຂອງພວກເຂົາ.

ໃນພາບນີ້ ທີ່ເຜີຍແຜ່ໂດຍ ອົງການຂ່າວ SANA ຂອງທາງການຊີເຣຍ ສະແດງໃຫ້ເຫັນ ທະຫານຊີເຣຍຄົນນຶ່ງ ຖືທຸງຊາດຊີເຣຍ ຢູ່ດ້ານໜ້າຂອງ ພະສາດໃນເມືອງ Palmyra, ວັນທີ 27 ມີນາ 2016.
ໃນພາບນີ້ ທີ່ເຜີຍແຜ່ໂດຍ ອົງການຂ່າວ SANA ຂອງທາງການຊີເຣຍ ສະແດງໃຫ້ເຫັນ ທະຫານຊີເຣຍຄົນນຶ່ງ ຖືທຸງຊາດຊີເຣຍ ຢູ່ດ້ານໜ້າຂອງ ພະສາດໃນເມືອງ Palmyra, ວັນທີ 27 ມີນາ 2016.

​ກຸ່ມສິ້ງຊອມສິດທິມະນຸດ ຊີເຣຍ ທີ່ມີຫ້ອງການຕັ້ງຢູ່ໃນປະເທດອັງກິດ ຊຶ່ງໄດ້ຕິດຕາມ
ເບິ່ງບັນຫາຂັດແຍ້ງຂອງຊີເຣຍມາ ໄດ້ກ່າວວ່າ ພວກນັກລົບອິສລາມ ທີ່ຍັງເຫຼືອຢູ່ນັ້ນ
ໄດ້ພາກັນຖອຍອອກໄປທາງທິດຕາເວັນອອກ ມຸ້ງໜ້າໄປຍັງ ເມືອງ Deir Ezzor. ພວກ
ຫົວຮຸນແຮງ ຄວບຄຸມເຂດແດນຢ່າງໜຽວແໜ້ນ ທີ່ກວ້າງອອກໄປທາງກ້ຳເໜືອຈາກ
ເມືອງ Deir Ezzor ຜ່ານເມືອງ Raqqa ທີ່ພວກເຂົາເອີ້ນວ່າ ເປັນເມືອງຫຼວງຂອງຕົນ
ໄປຍັງເຂດຊາຍແດນຂອງປະເທດເທີກີ ແລະ ລົງໄປທາງກ້ຳໃຕ້ ເຂົ້າໄປເຖິງອີຣັກ.

ໂດຍການຢຶດຄືນມາໄດ້ເມືອງ Palmyra ລັດຖະບານຊີເຣຍ ໄດ້ເປີດເນື້ອທີ່ 100
ກິໂລແມັດ ຂອງທະເລຊາຍ ລະຫວ່າງເມືອງ Palmyra ກັບ ເມືອງ Deir Ezzor.

ເມືອງ Palmyra ທີ່ຖືກຕັ້ງຊື່ວ່າ “ເຈົ້າສາວແຫ່ງທະເລຊາຍ ຫຼື bride of the desert”
ເຄີຍດຶງດູດເອົານັກທ່ອງທ່ຽວ ຫຼາຍໝື່ນຄົນເຂົ້າໄປແຕ່ລະປີ.

ກຸ່ມລັດອິສລາມ ຢຶດເອົາເມືອງ Palmyra ຈາກກອງກຳລັງລັດຖະບານ ພາຍໃນສອງ
ສາມ ມື້ເທົ່ານັ້ນ ເມື່ອເດືອນພຶດສະພາ 2015 ແລະ ຫຼັງຈາກນັ້ນມາ ພວກເຂົາກໍໄດ້ທັບ
ມ້າງອະນຸສອນສະຖານ ໃນຍຸກສະໄໝ ໂຣມັນ ຫຼາຍແຫ່ງ ອັນເປັນພາກສ່ວນ ຂອງຮູບ
ແບບການທຳລາຍ ສິ່ງທີ່ພວກເຂົາເຫັນວ່າ ເປັນການສັກກາຣະນັບຖືຮູບປັ້ນ.

Syria Palmyra
please wait
Embed

No media source currently available

0:00 0:00:40 0:00

XS
SM
MD
LG