ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ສູ້​ລົບ​ກັນ ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ ຢູ່​ອ້ອມ​ແອ້ມ​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ ທັງໆ​ທີ່​ໄດ້​ມີ​ການ​ຢຸດ​ຍິງ


ຄວັນ​ກຳ​ລັງ​ກຸ້ມ​ຂຶ້ນ​ຈາກ​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ ປະ​ເທດ​ຊູ​ດານ ເມື່ອ​ວັນ​ທີ 3 ພຶດ​ສະ​ພາ 2023.
ຄວັນ​ກຳ​ລັງ​ກຸ້ມ​ຂຶ້ນ​ຈາກ​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ ປະ​ເທດ​ຊູ​ດານ ເມື່ອ​ວັນ​ທີ 3 ພຶດ​ສະ​ພາ 2023.

ມີ​ລາຍ​ງານ​ວ່າ​ການ​ສູ້​ລົບ​ກັນ​ຢ່າງ​ໜັກ ຢູ່​ອ້ອມ​ແອ້ມ​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ ຍັງດຳ​ເນີນ​ຢູ່​ຕໍ່​ມາ ທັງໆ​ທີ່​ໄດ້​ມີ​ການຕົກ​ລົງ​ກ່ຽວ​ກັບ​ການ​ຢຸດ​ຍິງຂອງ​ທັງ​ສອງ​ຝ່າຍ.

ກອງ​ທັບ​ຊູ​ດານ ​ແລະ​ກອງ​ກຳ​ລັງ​ເຄື່ອນ​ທີ່​ຢ່າງວ່ອງ​ໄວ RSF ຕ່າງ​ກໍ​ພະ​ຍາ​ຍາມ​ທີ່​ຈະ​ຂັບ​ໄລ່​ອີກ​ຝ່າຍ​ນຶ່ງ ອອກ​ໄປ​ຈາກ​ເຂດ​ໃຈ​ກາງ​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ ແລະ​ເຂົ້າ​ຄວບ​ຄຸມ ​ບໍ​ລິ​ເວນ​ອ້ອມ​ແອ້ມ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ແລະ​ກອງ​ບັນ​ຊາ​ການ​ທະ​ຫານ​ບົກ.

ທີ່​ວໍ​ຊິງ​ຕັນ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ​ໄດ້​ກ່າວຕ້ອງ​ຕິ​ຄວາມ​ຮຸນ​ແຮງ​ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ. ທ່ານ​ໄດ້​ທຳ​ການ​ລົງ​ໂທດເພື່​ອສະ​ກັດ​ກັ້ນ​ບໍ່​ໃຫ້ຊາວ​ຊູ​ດານ​ຄົນ​ໃດ​ກໍ​ຕາມ ​ທີ່ຂັດ​ຂວາງຕໍ່​ການ​ຊຸກ​ຍູ້​ປະ​ຊາ​ທິ​ປະ​ໄຕ ຢູ່​ໃນ​ປະ​ເທດ​ທີ່​ຕັ້ງ​ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ອາ​ຟ​ຣິ​ກາ​ດັ່ງ​ກ່າວ ​ໂອນ​ເງິນ​ທີ່​ກ່ຽວ​ຂ້ອງ​ກັບ​ບັນ​ຊີ ​ຫຼື​ຊັບ​ສິນ​ໃດໆ​ ທີ່​ພວກ​ເຂົາ​ເຈົ້າ​ມີ​ຢູ່​ໃນ​ສະ​ຫະ​ລັດ.

ປະ​ທາ​ນາ​ທິ​ບໍ​ດີ​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່​າ “ຄວາມ​ຮຸນ​ແຮງ​ທີ່​ໄດ້​ເກີດ​ຂຶ້ນ​ຢູ່​ໃນ​ຊູ​ດານ​ແມ່ນ​ເປັນ​ເລື້ອງ​ທີ່​ໜ້າ​ເສຍ​ໃຈແລະ​ມັນ​ເປັນ​ການ​ທໍ​ລະ​ຍົດ​ຕໍ່​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ອັນ​ຈະ​ແຈ້ງ​ຂອງ​ປະ​ຊາ​ຊົນ​ຊາວ​ຊູ​ດານ ​ທີ່​ຢາກ​ໄດ້​ລັດ​ຖະ​ບານ​ພົນ​ລະ​ເຮືອນ​ແລະ​ການ​ໂອນ​ອຳ​ນາດ​ໄປ​ສູ່​ປະ​ຊາ​ທິ​ປະ​ໄຕ. ຄວາມ​ຮຸນ​ແຮງ​ດັ່ງ​ກ່າວ ຊຶ່ງ​ໄດ້​ເອົາ​ຊີ​ວິດຂອງ​ພົນ​ລະ​ເຮືອນ​ໄປ​ແລ້ວ​ຫຼາຍ​ຮ້ອຍ​ຄົນ ແລະ​ເລີ້ມ​ຂຶ້ນ​ໃນ​ລະ​ຫວ່າງ​ເດືອນ​ສັກ​ສິດ​ຣາ​ມາ​ດານ ແມ່ນ​ໄຮ້​ຈິດ​ສຳ​ນຶກ ແລະ​ຕ້ອງ​ໄດ້​ຢຸດ​ເຊົາ.”

ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ແອນ​ໂຕ​ນີ​ໂອ ກູ​ເຕ​ເຣ​ສ ໄດ້

​ທຳ​ການ​ຮ້ອງ​ຮຽນ​ໃນມື້​ວັນ​ພຸດ​ທີ່​ຜ່ານ​ມາ ເພື່ອ​ໃຫ້​ຢຸດ​ເຊົາ​ການ​ສູ້​ລົບ​ຢູ່​ໃນ​ຊູ​ດານ​ແລະ​ຂໍ​ການ​ຊ່ວຍ​ເຫຼືອ​ຂອງ​ລະ​ຫວ່າງ​ປະ​ເທດ​ຕໍ່​ປະ​ຊາ​ຊົນ​ຊາວ​ຊູ​ດານ ຜູ້​ຊຶ່ງ​ທ່ານ​ກ່າວ​ວ່າ ພວມ​ປະ​ເຊີນ​ໜ້າ​ກັບ​ໄພ​ພິ​ບັດ​ທາງ​ດ້ານ​ມະ​ນຸດ​ສະ​ທຳ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG