ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ ເຊ​ເລ​ັນ​ສ​ກີ ​ຢ້ຽມ​ຢາມ​ແນວ​ໜ້າ, ຍົກ​ຍ້ອງກອງ​ກຳ​ລັງ ຢູ​ເຄ​ຣນ ວ່າ​ວິ​ລະ​ຊົນ


ໃນ​ພາບນີ້​ທີ່​ຖືກ​ສະ​ໜອງ​ໃຫ້​ໂດຍ​ຫ້ອງ​ການ​ສື່ມວນ​ຊົນປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ, ທະ​ຫານ ຢູ​ເຄ​ຣນ ຖ່າຍ​ຮູບ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ເຊ​ເລັນ​ສ​ກີ, ຊ້າຍ, ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ເມືອງ ສ​ໂລ​ວຽນ​ສ໌, ພາກ​ພື້ນດອນ​ບາ​ສ, ຢູ​ເຄ​ຣນ, 06 ທັນ​ວາ 2022.
ໃນ​ພາບນີ້​ທີ່​ຖືກ​ສະ​ໜອງ​ໃຫ້​ໂດຍ​ຫ້ອງ​ການ​ສື່ມວນ​ຊົນປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ, ທະ​ຫານ ຢູ​ເຄ​ຣນ ຖ່າຍ​ຮູບ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ເຊ​ເລັນ​ສ​ກີ, ຊ້າຍ, ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ເມືອງ ສ​ໂລ​ວຽນ​ສ໌, ພາກ​ພື້ນດອນ​ບາ​ສ, ຢູ​ເຄ​ຣນ, 06 ທັນ​ວາ 2022.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ເດີນ​ທາງ​ໄປ​ໃກ້​ເຂດ​ແນວ​ໜ້າ​ຂອງ​ການ​ຕໍ່​ສູ້​ກັບ ຣັດ​ເຊຍ ໃນ​ພາກ​ພື້ນ ໂດ​ເນັດ​ສ໌ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ໃນ​ວັນ​ອັງ​ຄາ​ນ​ວານນີ້ ແລະ ໄດ້​ສັນ​ຍາ​ທີ່​ຈະ​ຂັບ​ໄລ່​ກອງ​ກຳ​ລັງ​ຂອງ​ ຣັດ​ເຊຍ ທັງ​ໝົດ​ອອກ​ຈາກ​ປະ​ເທດ.

ໃນ​ວັນ​ກອງ​ທັບ ​ຂອງ ຢູ​ເຄ​ຣນ ນັ້ນ, ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ຄຳ​ປາ​ໄສ​ທາງວິ​ດີ​ໂອ​ຕໍ່​ກຳ​ລັງ​ທະ​ຫານ​ຈາກ​ເຂດ​ທີ່​ໝັ້ນ​ຂອງ ຢູ​ເຄ​ຣນ ໃນ​ເມືອງ ສ​ໂລ​ວຽນ​ສ໌​ວ່າ, “ທຸກ​ຄົນ​ໄດ້​ເຫັນ​ຄວາມ​ແຂງ​ແກ່ນ​ຂອງ​ພວກ​ທ່ານ ແລະ ທັກ​ສະ​ຂອງ​ພວກ​ທ່ານ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເປັນ​ໜີ້​ບຸນ​ຄຸນ ​ຕໍ່​ພໍ່​ແມ່​ຂອງ​ພວກ​ທ່ານ. ເພິ່ນ​ໄດ້​ລ້ຽງ​ດູ​ວິ​ລະ​ຊົນ​ທີ່​ແທ້​ຈິງ.”

ຣັດ​ເຊຍ ໄດ້​ລາຍ​ງານ​ວ່າ​ສະ​ຖານ​ທີ່​ຍຸດ​ທະ​ສາດ​ຢູ່​ໃນ​ປະ​ເທດ​ໄດ້​ຖືກ​ໂຈມ​ຕີ​ດ້ວຍ​ເຮືອ​ບິນບໍ່​ມີຄົນ​ຂັບ​ ເປັນ​ວັນ​ທີ​ສອງ, ແນວ​ໃດ​ກໍ່​ຕາມ ຢູ​ເຄ​ຣນ ບໍ່​ໄດ້​ຮັບ​ຮູ້ ກ່ຽວ​ກັບ ການ​ດຳ​ເນີນ​ການ​ໂຈມ​ຕີ​ດັ່ງ​ກ່າວ.

ໃນ​ເຫດ​ກາ​ນ​ນຶ່ງ, ໄຟ​ໄດ້​ໄໝ້​ຢູ່​ສະ​ໜາມ​ບິນໃນ​ພາກ​ພື້ນ ເຄີ​ສ ທາງ​ພາກໃຕ້​ຂອງ ຣັ​ດ​ເຊຍ ທີ່​ມີ​ເຂດ​ຊາຍ​ແດນ​ຕິດ​ກັບ ຢູ​ເຄ​ຣນ ຫຼັງ​ຈາກ​ເຮືອ​ບິນບໍ່​ມີ​ຄົນ​ຂັບ​ໄດ້​ໂຈມ​ຕີ​ສະ​ຖານ​ທີ່​ດັ່ງ​ກ່າວ, ອີງ​ຕາມ​ກາ​ນ​ກ່າວ​ຂອງ​ຜູ້​ປົກ​ຄອງ​ພາກ​ພື້ນ, ໃນ​ຂະ​ນະ​ທີ່​ສື່ມວນ​ຊົນ​ອິດ​ສະຫຼະ​ຂອງ ຣັດ​ເຊຍ ໄດ້​ລາຍ​ງານ​ວ່າ​ ເຮືອ​ບິນບໍ່​ມີ​ຄົນ​ຂັບ​ໄດ້​ໂ​ຈມ​ຕີ​ໂຮງ​ງານ​ອຸດ​ສາ​ຫະ​ກຳ 80 ກິ​ໂລ​ແມັດ​ ຈາກ​ເຂດ​ຊາຍ​ແດນ ຢູ​ເຄ​ຣນ.

ພວກ​ເຈົ້າ​ໜ້າ​ທີ່ ຣັດ​ເຊຍ ບໍ່​ໄດ້​ຖິ້ມ​ໂທດ​ໃສ່ ຢູ​ເຄ​ຣນ ໃນ​ທັນ​ທີ ​ສຳ​ລັບ​ການ​ລະ​ດົມ​ຍິງ​ຄັ້ງຫຼ້າ​ສຸດ​ນີ້, ແຕ່​ການ​ໂຈມ​ຕີ​ຄັ້ງ​ໃໝ່​ແມ່ນ​ໄດ້​ດຳ​ເນີນ​ຂຶ້ນ​ນຶ່ງວັນ ຫຼັງ​ຈາກ ມົ​ສ​ກູ ໄດ້​ຖິ້ມ​ໂທດ​ໃສ່ ກີ​ຢິບ ສຳ​ລັບ​ການ​ໂຈມ​ຕີ​ທີ່​ຄ້າຍ​ຄື​ກັນ ແລະ ບໍ່​ເຄີ​ຍ​ມີ​ມາ​ກ່ອນ​ ໃສ່​ຖານ​ທັບ​ອາ​ກາດ​ສອງ​ແຫ່ງ​ເລິກ​ເຂົ້າ​ໄປ​ໃນ ຣັດ​ເຊຍ.

ການ​ໂຈມ​ຕີ​ໃສ່​ຖານ​ທັບ​ອາ​ກາດ ເອັນ​ແກ​ລ໌ ໃນ​ພາກ​ພື້ນ ຊາ​ຣາ​ຕອ​ຟ ຢູ່​ແມ່​ນ້ຳ ໂວ​ລ​ກາ ແລະ ຖານ​ທັບ ເດຍ​ກີ​ເລ​ໂວ ໃນ​ພາກ​ພື້ນ ເຣຍ​ຊານ​ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ ຣັດ​ເຊຍ, ຫຼາຍກວ່າ 500 ກິ​ໂລ​ແມັດ​ຫ່າງ​ຈາກ​ເຂດ​ຊາຍ​ແດນ ຢູ​ເຄ​ຣນ ນັ້ນ, ແມ່ນ​ກ​ານທ້າ​ທາຍ​ທີ່​ສຸດ​ຢູ່​ໃນ ຣັດ​ເຊຍ ໃນ​ລະ​ຫວ່າງ​ການ​ເຮັດ​ສົງ​ຄາມ​ດົນ 10 ເດືອນ​ໃນ ຢູ​ເຄ​ຣນ ຂອງ​ປະ​ທາ​ນາ​ທິ​ບໍ​ດີ ວ​ລາ​ດິ​ເມຍ ປູ​ຕິນ. ມັນ​ໄດ້​ພາ​ໃຫ້​ມີຄຳ​ຖາມ​ຕ່າງໆ​ ກ່ຽວ​ກັບ ​ປະ​ສິດ​ທິ​ພາບ​ຂອງ​ລະ​ບົບ​ປ້ອງ​ກັນ​ໄພ​ທາງ​ອາ​ກາດ​ຂອງ ຣັດ​ເຊຍ.

ກອງ​ທະ​ຫານ ຣັດ​ເຊຍ ໄດ້​ຕອບ​ໂຕ້​ດ້ວຍ​ຄື້ນ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ອີກ​ຄັ້ງ​ນຶ່ງ ​ໃສ່​ເຂດ​ແດ​ນ​ຂອງ ຢູ​ເຄ​ຣນ ທີ່​ຕົກ​ຖືກ​ບ້ານ​ເຮືອນ ແລະ ຕຶກຫຼາຍຫຼັງ ແລະ ໄດ້​ສັງ​ຫານ​ພົນ​ລະ​ເຮືອນ​ຈຳ​ນວນຫຼາຍ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ບໍ່​ໄດ້​ຢືນ​ຢັນ​ຢ່າງ​ເປັນ​ທາງ​ການ ກ່ຽວ​ກັບ ການ​ດຳ​ເນີນ​ການ​ໂຈມ​ຕີ​ດ້ວຍ​ເຮືອ​ບິນບໍ່​ມີ​ຄົນ​ຂັບ, ແຕ່​ທີ່​ປຶກ​ສາ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ ມິ​ເຄ​ລ໌ ໂປ​ໂດ​ລ​ຢັກ ໄດ້​ເຍາະ​ເຢີ້ຍ ມົ​ສ​ກູ ໃນ​ຂໍ້​ຄວາມ​ທີ່​ຂຽນ​ຢູ່​ທວິດ​ເຕີ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG