ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ກ່າວຫາ ພວກກະບົດ ວ່າເພີ້ມທະວີ ການໂຈມຕີຂຶ້ນ ໃນຫົວເມືອງທີ່ສຳຄັນ


ກອງທັບ​ຢູ​ເຄຣນ ກ່າວ​ວ່າ ພວກ​ກະບົດ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ
​ຈາກຣັດ​ເຊຍ ບໍ່​ປະຕິບັດ​ຕາມ​ຂໍ້​ຕົກລົງ​ຢຸດ​ຍິງ ​ທີ່​ມີ​ວັດຖຸ​ປະສົງ​
ເພື່ອ​ຍຸດຕິ​ການ​ສູ້​ລົບ​ກັນ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ
ນັ້ນ ​ແລະກຳລັງ​ເພີ້​ມທະວີການ​ໂຈມ​ຕີຂຶ້ນ​ໃນ​ເມືອງ Debalt
seve ​ຊຶ່ງ​ເປັນ​ເມືອງທາງ​ລົດ​ໄຟທີ່​ສຳຄັນ​.

ກອງທັບຢູ​ເຄຣນ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຈຳນວນການ​ໂຈມ​ຕີ
​ຕໍ່​ເມືອງ ດັ່ງກ່າວໄດ້​ເພີ້​ມທະວີ​ຂຶ້ນ ​ເມື່ອ​ສົມ​ທຽບ​ໃສ່​ກັບ​ຫຼາຍ​ມື້
ກ່ອນ​ໜ້າ​ນີ້ໂດຍ​ທີ່​ພວກ​ກະບົດໄດ້​ນຳ​ໃຊ້​ ​ອາວຸດ​ໃນ​ທຸກ​ແບບ.

ຜູ້​ສື່​ຂ່າວ​ Reuters ​ໃນ​ເມືອງ Vuhlehirsk ຊຶ່ງ​ຕັ້ງ​ຢູ່​ຫ່າງຈາກ
​ເມືອງ Debaltseve ໄປ​ທາງ​ທິດຕາ​ເວັນ​ຕົກ ​ປະມານ 10 ຫຼັກກິ​ໂລ​ແມັດ ລາຍ​ງານ​ວ່າ
ມີ​ການ​ລະດົມ​ຍິງ​ປືນ​ໃຫຍ່​ຢ່າງ​ໜັກ​ໃນເຂດ​ອ້ອມ​ແອ້ມ​ເມືອງ ​ແລະມີ​ສຽງ​ດັງ​ລະ​ເບີດ​ຂຶ້ນ ​ປະມານໃນ​ທຸກໆ​ 10 ວິນາທີ.

ukraine16february15
please wait
Embed

No media source currently available

0:00 0:03:18 0:00

ການ​ສູ້​ລົບ​ກັນ​ສ່ວນ​ຫຼາຍ​ໃນ​ເດືອນ​ນີ້ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ​ໄດ້​ເກີດ​ຂຶ້ນ​ຢູ່​ໃນ​ເມືອງ Debaltseve ບ່ອນ​ທີ່​ເຊື່ອ​ກັນ​ວ່າ ​ພວກ ທະຫານ​ຂອງ​ຢູ​ເຄຣນຫຼາຍ​ພັນ​ຄົນ ​ໄດ້​ຖືກ​ພວກ​ກະບົດ​ປິດ​ລ້ອມ​ໄວ້​ນັ້ນ.

ການ​ຖອນ​ພວກ​ອາວຸດ​ໜັກ​ ອອກ​ຈາກເຂດແນວ​ໜ້າ​ໃນ​ຢູ​ເຄຣນ ກຳນົດ​ຈະ​ເລີ້ມ​ຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້ ພາຍ​ໃຕ້​ເງື່ອນ​ໄຂທີ່ບົ່ງ​ໄວ້​ໃນ​ຂໍ້​ຕົກລົງ​ຢຸດ​ຍິງ​.

XS
SM
MD
LG