ໂຮງຮຽນ ແລະ ມະຫາວິທະຍາໄລຕ່າງໆແມ່ນໄດ້ຖືກປິດ ໃນຫຼາຍພາກສ່ວນຂອງປະເທດ ອີຣ່ານ, ລວມທັງນະຄອນຫຼວງ ເຕຫະຣ່ານ, ຍ້ອນມົນລະພິດລະດັບສູງ, ອີງຕາມການລາຍງານຂອງສື່ມວນຊົນລັດຖະບານໃນວັນເສົາວານນີ້.
ການຕັດສິນໃຈດັ່ງກ່າວໄດ້ຖືກປະກາດໃນຕອນແລງວັນສຸກທີ່ຜ່ານມາ ໂດຍຮອງຜູ້ປົກຄອງແຂວງ ທ່ານ ໂມຮຳມັດ ທາກີຊາເດ, ຫຼັງຈາກການປະຊຸມຂອງຄະນະກຳມະການສຸກເສີນ ສຳລັບອາກາດມົນລະພິດ.
ອົງການຂ່າວ IRNA ຂອງທາງການລັດຖະບານ ໄດ້ກ່າວຢ້ຳຄຳເວົ້າຂອງທ່ານ ທາກີຊາເດ ວ່າ “ຍ້ອນມົນລະພິດໃນອາກາດທີ່ສູງຂຶ້ນ, ໂຮງຮຽນອານຸບານ, ໂຮງຮຽນ, ມະຫາວິທະຍາໄລ ແລະ ສະຖາບັນການສຶກສາລັບດັບສູງຕ່າງໆຂອງແຂວງເຕຫະຣ່ານ ຈະຖືກປິດ.”
ທ່ານ ທາກີຊາເດ ໄດ້ກ່າວວ່າ ໂຮງຮຽນຕ່າງໆໃນນະຄອນຫຼວງ ກໍຈະຖືກປິດໃນວັນອາທິດມື້ນີ້ເຊັ່ນກັນ.
ທ່ານເວົ້າວ່າ “ຫຼັງຈາກໄດ້ກວດສອບດັດສະນີມົນລະພິດໃນ ເຕຫະຣ່ານ ແລ້ວ, ພວກເຮົາໄດ້ຕັດສິນໃຈທີ່ຈະປິດໂຮງຮຽນໝົດທຸກແຫ່ງມື້ອື່ນ ໃນແຂວງ ເຕຫະຣ່ານ, ຍົກເວັ້ນເມືອງ ຟີຣຸສຄາ, ດາມາແວນ ແລະ ປາດິສ.”
ຊາວໜຸ່ມ, ຜູ້ສູງອາຍຸ ແລະ ຄົນຜູ້ທີ່ເປັນໂຣກ ກ່ຽວກັບ ການຫາຍໃຈໄດ້ຖືກເຕືອນໃຫ້ຢູ່ໃນຮົ່ມ, ແລະ ກິດຈະກຳກິລາທັງໝົດໄດ້ຖືກຢຸດໄວ້ຊົ່ວຄາວໃນວັນເສົາວານນີ້.
ເຕຫະຣ່ານ ໄດ້ປະສົບກັບມົນລະພິດ ແລະ ໝອກຄວັນ ໃນລະດັບທີ່ອັນຕະລາຍນັບຕັ້ງແຕ່ກາງເດືອນພະຈິກເປັນຕົ້ນມາ.
ໂຮງຮຽນຕ່າງໆກໍໄດ້ຖືກປິດໃນແຂວງ ອາລບອສ ທາງພາກເໜືອຂອງປະເທດ ແລະ ໃນແຂວງ ເອສຟາຮານ ຢູ່ພາກກາງ, ອົງການຂ່າວ IRNA ໄດ້ລາຍງານໂດຍອ້າງອີງເຖິງບັນດາເຈົ້າໜ້າທີ່.
ໃນເຂດອື່ນໆບ່ອນທີ່ໂຮງຮຽນໄດ້ຖືກປິດລວມມີເມືອງ ມາຊຮາດ (Mashhad) ທາງພາກຕາເວັນອອກສຽງເໜືອ ແລະ ເມືອງ ໂອຣູມີເຢ ທາງພາກຕາເວັນຕົກສຽງເໜືອ ແລະ ເມືອງ ຄອມ ທາງພາກໃຕ້ຂອງນະຄອນຫຼວງ ເຕຫະຣ່ານ.