ໄພນໍ້າຖ້ວມໃນຊ່ວງວັນທີ 15 ກໍລະກົດ ຫາ 15 ສິງຫາ 2018 ໄດ້ເຮັດໃຫ້ນາໃນລາວ
ເສຍຫາຍໄປຢ່າງສິ້ນເຊີງ 91,100 ກວ່າເຮັກຕາ ສັດລ້ຽງຕາຍຫຼາຍໝື່ນໂຕ ແລະໜອງ
ປາເສຍຫາຍ 1,500 ແຫ່ງ ຊຶ່ງຊົງລິດ ໂພນເງິນ ນັກຂ່າວ ວີໂອເອ ມີລາຍງານຈາກ
ບາງກອກ.
ກະຊວງກະສິກຳ ແລະປ່າໄມ້ ລາຍງານຜົນການສຳຫຼວດກ່ຽວກັບສະພາບການເສຍ
ຫາຍຂອງການຜະລິດດ້ານສະບຽງອາຫານ ທີເກີດຈາກໄພນໍ້າຖ້ວມໃນທົ່ວປະເທດ
ລາວ ໃນໄລຍະວັນທີ 15 ກໍລະກົດ ເຖິງວັນທີ 15 ສິງຫາ 2018 ວ່ານາເຂົ້າຂອງ
ກະເສດຕະກອນລາວ ຖືກນໍ້າຖ້ວມ ແລະເສຍຫາຍໄປຢ່າງສິ້ນເຊີງ ໃນເນື້ອທີ່ລວມ
91,149 ເຮັກຕາ ຄິດເປັນ 11.86 ເປີເຊັນ ຂອງນາເຂົ້າທີ່ປັກດຳໄດ້ແລ້ວ 768,410
ເຮັກຕາ ໃນຂະນະທີ່ແຜນການປີ 2018 ໄດ້ວາງເປົ້າໝາຍການປັກດໍາເຂົ້ານາປີໃຫ້ໄດ້ 817,800 ເຮັກຕາ ໃນທົ່ວປະເທດ ແຕ່ດ້ວຍຜົນເສຍຫາຍທີ່ເກີດຈາກໄພນໍ້າຖ້ວມດັ່ງ
ກ່າວກໍເຮັດໃຫ້ການປັກດຳເຂົ້ານາປີໃນລາວ ບັນລຸໄດ້ພຽງ 82.8 ເປີເຊັນ ຂອງແຜນ
ການປີເທົ່ານັ້ນໃນເວລານີ້.
ຍິ່ງໄປກວ່ານັ້ນ ໄພນໍ້າຖ້ວມໃນໄລຍະດັ່ງກ່າວນີ້ ກໍຍັງເຮັດໃຫ້ສັດລ້ຽງຂອງກະເສດຕະ
ກອນລາວມີການລົ້ມຕາຍໄປຫຼາຍໝື່ນໂຕອີກດ້ວຍ ໂດຍໃນນີ້ແບ່ງເປັນງົວ 7,000
ກວ່າໂຕ ຄວາຍ 3,000 ກວ່າໂຕ ໝູ 2,300 ກວ່າໂຕ ແບ້ 600 ກວ່າໂຕ ສັດປິກ
34,900 ກວ່າໂຕ ແລະໜອງປາເສຍຫາຍ 1,500 ໜອງ ຊຶ່ງໃນນີ້ເສຍຫາຍຫຼາຍທີ່ສຸດ
ກໍແມ່ນຢູ່ໃນແຂວງຄຳມ່ວນ ທີ່ໜອງປາເສຍຫາຍ ໄປ 900 ກວ່າໜອງ ຕິດຕາມດ້ວຍ
ແຂວງອັດຕະປື ທີ່ໜອງປາເສຍຫາຍໄປ 2800 ກວ່າໜອງ ສ່ວນຄອງຊົນລະປະທານ
ກໍເສຍຫາຍໄປຢ່າງສິ້ນເຊີງ 500 ກວ່າໂຄງການ ແລະຄອງເໝືອງເກືອບ 300 ໂຄງ
ການ.
ກ່ອນໜ້ານີ້ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ມີຄຳສັ່ງໃຫ້ຄະນະກຳ
ມະການປ້ອງກັນ ແລະຄຸ້ມຄອງໄພພິບັດແຫ່່ງຊາດທີ່ທ່ານສອນໄຊ ສີພັນດອນ ຮອງ
ນາຍົກລັດຖະມົນຕີ ເປັນປະທານນັ້ນຈະຕ້ອງສືບຕໍ່ຕິດຕາມ ກວດກາ ແລະສະຫລຸບ
ລາຍງານສະພາບນໍ້າຖ້ວມ ໃນທົ່ວປະເທດເປັນປະຈຳຍ້ອນວ່າທົ່ວປະເທດລາວກຳ
ລັງຖືກຄຸກຄາມຈາກໄພນໍ້າຖ້ວມຢ່າງກວ້າງຂວາງ ທັງຍັງເຫຼຶອພາຍຸເຂດຮ້ອນອີກ 6
ຫາ 8 ຫົວທີ່ຈະຜັດເຂົ້າມາລາວໃນຊ່ວງ 2 ເດືອນນີ້ ຈຶ່ງເຮັດໃຫ້ຈະຕ້ອງກຽມພ້ອມກັບ
ການເຕືອນໄພການອົບພະຍົບປະຊາຊົນທີ່ຖືກກະທົບຈາກໄພນໍ້າຖ້ວມ ແລະການອຳ
ນວຍຄວາມສະດວກໃຫ້ຕ່າງປະເທດ ທີ່ໃຫ້ການຊ່ວຍເຫຼືອແກ່ລາວ ດ້ວຍ ດັ້ງທີ່ທ່ານ
ຄຳແພງ ໄຊສົມແພງ ລັດຖະມົນຕີວ່າການກະຊວງແຮງງານ ແລະສະຫວັດດີການ
ສັງຄົມ ໄດ້ໃຫ້ການຢືນຢັນວ່າ:
“ນອກຈາກມີຄະນະກຳມະການໄພພິບັດແຫ່ງຊາດແລ້ວ ພວກເຮົາກະແຕ່ງຕັ້ງ ຄະນະກຳມະການນຶ່ງຂຶ້ນ ເພື່ອຮັບຜິດຊອບຮ່ວມ ກັບບັນດາກະຊວງກ່ຽວຂ້ອງເພື່ອ
ຮັບເອົາບັນດາສີ່ງຂອງຕ່າງໆ ແລ້ວກະໃຫ້ບັນດາກະຊວງກ່ຽວຂ້ອງ ໂດຍສະເພາະ
ແມ່ນກະຊວງການເງິນ ກະຊວງແຜນການ ຫຼືພາກສ່ວນກ່ຽວຂ້ອງ ໂດຍສະເພາະ
ທາງພາສີ ທາງອາກອນຕ່າງໆ ຖ້າແມ່ນເຄຶ່ອງຊ່ວຍເຫຼຶືອຂອງຕ່າງປະເທດມາບັນ
ເທົາທຸກໃຫ້ແກ່ໄພພິບັດ ຄັ້ງນີ້ລະແມ່ນວ່າໃຫ້ເຂົ້າມາເລີຍ ໂດຍສະເພາະເລື້ອງ
Passport ໜັງສື ຜ່ານແດນ ກໍຕ້ອງໃຫ້ຖືກຕາມລະບຽບການ.”
ທາງດ້ານອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ (FAO) ປະ
ເມີນວ່ານາເຂົ້າ ໃນລາວທີ່ຖືກນໍ້າຖ້ວມເສຍຫາຍໄປແລ້ວກວ້າງກວ່າ 91,100 ເຮັກ
ຕານັ້ນ ຄິດເປັນຜົນຜະລິດເຂົ້່າທີ່ເສຍຫາຍໄປຫຼາຍກວ່າ 382,825 ໂຕນ ຫຼຶເກີນກວ່າ
9 ເປີເຊັນ ຂອງແຜນການຕະຫຼອດປີ 2018 ແລະຖ້າຫາກວ່າພາຍຸເຂດຮ້ອນ ທີ່ເຫຼືອ
ອີກ 6 ຫາ 8 ຫົວໄດ້ເຮັດໃຫ້ເກີດໄພນໍ້າຖ້ວມເພີ້ມຕື່ມຂຶ້ນອີກກໍຍ່ອມຈະເຮັດໃຫ້ເຂົ້າ
ນາປີໃນລາວ ມີຄວາມສ່ຽງທີ່ຈະເກີດການເສຍຫາຍເພີ້ມຂຶ້ນອີກເຊັ່ນ ດຽວກັນ.
ທັງນີ້ລັດຖະບານລາວໄດ້ວາງແຜນການຊຸກຍູ້ການຜະລິດໃນພາກກະສິກຳໃນປີ
2018 ໃຫ້ຂະຫຍາຍໂຕເພີ້ມຂຶ້ນໃນອັດຕາສະເລ່ຍ 2.8 ເປີເຊັນ ທຽບໃສ່ປີ 2017 ຊຶ່ງຈະເຮັດໃຫ້ຜົນຜະລິດໃນພາກກະສິກຳຂອງລາວມີສັດສ່ວນຄິດເປັນ 15.73
ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ (GDP) ຂອງລາວໃນປີ 2018 ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ໄດ້ຢ່າງຄັກແນ່ ຫາກແຕ່
ວ່າດ້ວຍໄພນໍ້າຖ້ວມ ເວລານີ້ກໍໄດ້ສົ່ງຜົນກະທົບຕໍ່ແຜນການດັ່ງກ່າວຂອງ ລັດຖະບານລາວແລ້ວຢ່າງຫລີກລ່ຽງບໍ່ໄດ້.